
ຄົນເກີດວັນອາທິດ:ການງານ  ການງານໃນໄລຍະນີ້ແມ່ນຂ້ອນຂ້າງດີ ການຕິດຕໍ່ເຈລະຈາກໍຈະປະສົບຜົນສໍາເລັດ ການເງິນ ໝຸນຫາໃຊ້ຈ່າຍໄດ້ຄ່ອງຕົວຢ່າງເປັນໂຊກສະເໝີມີໂອກາດໄດ້ໂຊກໄດ້ຂອງຖືກໃຈ
ຄວາມຮັກ   ມີຫຼາຍເລື່ອງທີ່ຕ້ອງໄປຈັດການເປັນພາລະຫນ້າທີ່ຕ່າງໆແຕ່ກໍມີໂອກາດພົບຄົນລັກສະນະຜິວຂາວ ເຄື່ອງມຸງຄຸນ  ເງິນ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ   2
ຄົນເກີດວັນຈັນ:ການງານ ການເຮັດວຽກງານໃນສະພາວະແວດລ້ອມທີ່ເປັນສ່ວນຕົວຂຶ້ນ ຈະສາມາດສ້າງຜົນງານໄດ້ຢ່າງມີປະສິດທິພາບ ແລະປະສົບຄວາມສຳເລັດໄດ້ ການເງິນ ມີຄວາມກັງວົນໃຈໃນໄລຍະນີ້ ເພາະຕ້ອງຈ່າຍອອກໄປຢ່າງຫຼາຍ ຈຶ່ງຕ້ອງປະຢັດໃນເລື່ອງອື່ນໆ ແທນ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ເພາະຍັງມີຫຼາຍສິ່ງຫຼາຍຢ່າງໃນເລື່ອງຂອງພາລະຫນ້າທີ່ທີ່ຕ້ອງໄປຈັດການ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 3
ຄົນເກີດວັນອັງຄານ:ການງານ ວາງແຜນການເຮັດວຽກງານຕ່າງ ໆ ດ້ວຍຄວາມຮອບຄອບ ແລະທີ່ຈະຕັດສິນໃຈສິ່ງໃດຕ້ອງມີຂໍ້ມູນຄົບຖ້ວນ ແລະການເຮັດວຽກງານກໍຕ້ອງຮູ້ຈັກວາງຕົວ ການເງິນ ມີໂຊກຈະໄດ້ເງິນເຂົ້າມາ ມີໂອກາດເດີນທາງ ແຕ່ຕ້ອງພົບອຸປະສັກກ່ອນແລ້ວເຖິງຈະໄດ້ເງິນ ໄດ້ໂຊກເຂົ້າມາເພີ່ມເຕິມເພີ່ມຂຶ້ນ ຄວາມຮັກ ໂດດເດັ່ນຖ້າຈະພົບໃຜໃນໄລຍະນີ້ ຈະເປັນຄົນຜິວຂາວ ແຕ່ຕ້ອງໃຊ້ເວລາເບິ່ງໃຈກັນໃຫ້ຫລາຍແລ້ວຄ່ອຍຕັດສິນໃຈ ເຄື່ອງມຸງຄຸນ ເພັດສີເຫຼືຶອງ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 4
ຄົນເກີດວັນພຸດ:ການງານ ຈະຈັບງານຫຍັງໃນໄລຍະນີ້ຈະເປັນໂຊກ ປະສົບຄວາມສຳເລັດໄປທຸກຢ່າງ ໂດຍສະເພາະງານດ້ານສິນລະປະຄວາມສວຍງາມ ງານດ້ານທຸລະກິດການຄ້າ ຊຶ່ງມີຄວາມຈະເລີນຮຸ່ງເຮື່ອງຢ່າງເຫັນໄດ້ແຈ້ງ ການເງິນ ເປັນລັກສະນະຂອງການໝຸນຫາການໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ໃນຊ່ວງນີ້ ເມື່ອໄດ້ເຂົ້າມາກໍຕ້ອງຈ່າຍອອກໄປ ແຕ່ກໍຈະໄດ້ເຂົ້າມາເພິ່ມເຕິມອີກເທື່ອໜຶ່ງ ຄວາມຮັກ ໄລຍະທາງຍັງເປັນອຸປະສັກລະຫວ່າງກັນ ຫລືມີໂອກາດພົບໃຜບາງຄົົນທີ່ຈະເຂົ້າມາໃນໄລຍະນີ້ໂດດເດັ່ນເປັນຄົນຜິວສອງສີນັ້ນເອງ ເຄື່ອງມຸງຄຸນ ໄຂມຸກ ສີມຸງຄຸນ ສີຂາວ ເລກນຳໂຊກ 6
ຄົນເກີດວັນພະຫັດ:ການງານ ລະວັງການລົງທຶນໃນໄລຍະນີ້ ຕ້ອງມີການວາງແຜນຢ່າງຮອບຄອບ ຕັດສິນໃຈຢ່າງມີແຜນການຮອງຮັບ ການເງິນ ມີໂອກາດໄດ້ໂຊກ ຫລືໄດ້ເງິນກ້ອນ ແຕ່ກໍຕ້ອງລະວັງກ່ຽວກັບເລື່ອງຂອງການຄວບຄຸມລາຍຈ່າຍ ແລະວາງແຜນການໃຊ້ເງິນໃຫ້ດີ ຄວາມຮັກ ຖ້າຈະພົບໃຜໃນໄລຍະນີ້ໂດດເດັ່ນເປັນຄົນຜິວຂາວ ແຕ່ທ່ານຍັງບໍ່ພ້ອມທີ່ຈະມີໃຜ ແລະຍັງເບິ່ງໆ ຢູ່ຫລາຍກວ່າ  
ເຄື່ອງມຸງຄຸນ  ເງິນ ສີມຸງຄຸນ ສີມ່ວງອ່ອນ ເລກນຳໂຊກ   7
					
					
				
ຄົນເກີດວັນສຸກ:ການງານ ຈະເຮັດສິ່ງໃດໃນໄລຍະນີ້ມີແຕ່ຄວາມສຳເລັດຢ່າງທີ່ຄາດຫວັງພໍສົມຄວນ ແຕ່ອຸປະສັກກໍຄືການຕ້ອງທົນຕໍ່ໄປກ່ອນ ການເງີນ ຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນ ຫລືເລື່ອງກັງວົນໃດໆ ຫລືມີໂອກາດໄດ້ຂອງຝາກທີ່ຖືກໃຈເຂົ້າມາໃນມື້ນີ້ ຄວາມຮັກ ພັດທະນາຄວາມສຳພັນໄດ້ຢ່າງດີ ຫລືມີໂອກາດພົບຄູ່ ພົບຄົນທີຖືກໃຈ ຄູ່ທີ່ແຕ່ງດອງແລ້ວມີການເວົ້າ ຫລືວາງແຜນເລື່ອງການມີລູກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີຟ້າ ເລກນຳໂຊກ 1
ຄົນເກີດວັນເສົາ:ການງານ ຈະເຮັດສິ່ງໃດໄລຍະນີ້ມີແຕ່ຄວາມສຳເລັດ ຈັບຫຍັງກໍເປັນເງິນເປັນທອງໄປທຸກຢ່າງ ຫລືມີການຕັດສິນໃຈທີ່ຖືກຕ້ອງສະເໝີ ການເງິນ ມີໂຊກຈະໄດ້ເງິນເຂົ້າມາ ມີຄວາມກັງວົນໃຈກ່ອນແລ້ວຈຶ່ງຈະໄດ້ໂຊກ ໄດ້ເງິນຄຳເຈົ້າມາເພິ່ມເຕິມເພີ່ມຂຶ້ນກໍເປັນໄປໄດ້ໃນໄລຍະນີ້ ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ແລະ ມີຄວາມຊັດເຈນແລ້ວຄ່ອຍຕັດສິນໃຈກໍຍັງບໍ່ສາຍເກີນໄປ ເຄື່ອງມຸງຄຸນທັບທິມ ສີມຸງຄຸນ ສີສົ້ມ ເລກນຳໂຊກ 3
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,531 | 21,808 | 
|  THB | 666.13 | 677.45 | 
|  EUR | 24,187 | 24,671 | 
|  CNY | 2,964 | 3,023 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








