ດວງ-Tou-Vientianepost (26)
ແຂວງຊຽງຂວາງ ສາມາດເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ການຜະລິດໄດ້ 18.000 ເຮັກຕາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 9 November, 2023
ໝວດ: ຂ່າວ

ໃນວັນທີ 8 ພະຈິກ 2023 ທີ່ແຂວງຊຽງຂວາງ, ຄະນະກຳມະການ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ(ຄຊກລ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ(UNDP) ໄດ້ຈັດກອງປະຊຸມພົບປະກັບ ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກລັດຖະບານ ທີ່ໃຫ້ທຶນ ເຊັ່ນ: ການາດາ, ອຽກລັງ, ຍີ່ປຸ່ນ, ສ ເກົາຫລີ, ລຸກຊຳບວກ, ນູແວນເຊລັງ ແລະ ສະຫະລັດອາເມລິກາ. ໃຫ້ກຽດເປັນປະທານຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ຊຽງຂວາງ, ປະທານຄະນະກຳມະການ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ແຂວງຊຽງຂວາງ ແລະ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈຳການ ຄຊກລ, ພ້ອມດ້ວຍຕົວແທນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີວິໄລ ແສງຈະເລີນ ໃຫ້ຮູ້ວ່າ: ແຂວງຊຽງຂວາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກລູກລະເບີດໃນໄລຍະສົງຄາມອິນດູຈີນ (ປີ 1964-1973) ຢ່າງໜັກໜ່ວງທີ່ສຸດ.ໃນນັ້ນ, ຍັງມີລູກລະເບີດທີ່ບໍ່ທັນແຕກ ຕົກຄ້າງຢູ່ຕາມພື້ນທີ່ຕ່າງໆຢ່າງຫລວງຫລາຍ ເປັນຕົ້ນ ພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງ. ພາຍຫລັງສົງຄາມສິ້ນສຸດລົງ, ລະເບີດບໍ່ທັນແຕກດັ່ງກ່າວ ຍັງສືບຕໍ່ທຳລາຍຊີວິດຂອງປະຊາຊົນລາວບັນດາເຜົ່າຕະຫລອດມາ ແລະ ຍັງເປັນອຸປະສັກກີດຂວາງ ຢ່າງໃຫຍ່ຫລວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນຕະຫລອດມາ ເຊິ່ງໃນແຕ່ລະປີຍັງມີປະຊາຊົນ ໄດ້ຖືກອຸປະຕິເຫດຈາກລະເບີດບໍ່ທັນແຕກຕະຫລອດມາ, ສະເພາະໃນປີ 2023 ມີ 08 ກໍລະນີ, ມີຜູ້ຮັບເຄາະຮ້າຍຈໍານວນ 15 ຄົນ, ເສຍຊີວິດ 05 ຄົນ, ເຮັດໃຫ້ປະຊາຊົນຍັງມີຄວາມຢ້ານກົວ ແລະ ບໍ່ໝັ້ນໃຈທີ່ຈະນໍາໃຊ້ດິນເຂົ້າໃນການທໍາການຜະລິດ ເນື່ອງຈາກວ່າພື້ນທີ່ສ່ວນຫລາຍແມ່ນຍັງມີລະເບີດບໍ່ທັນແຕກ ຕົກຄ້າງ ແລະບໍ່ມີຄວາມປອດໄພ.
ຕະຫລອດໄລຍະຫລາຍປີຜ່ານມາແຂວງຊຽງຂວາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢ່າງຕໍ່ເນື່ອງ ໂດຍສຸມໃສ່ ສາມຄາດໝາຍບູລິມະສິດຕົ້ນຕໍຄື: ການໂຄສະນາຄວາມສ່ຽງໄພ ຈາກລະເບີດທີ່ບໍ່ທັນແຕກ ໃນພື້ນທີ່ຊຸມຊົນຕ່າງໆ; ການສໍາຫລວດ ແລະ ກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ຂອງປະຊາຊົນ ແລະ ພື້ນທີ່ພັດທະນາທີ່ຈຳເປັນຂອງແຂວງ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກບັນດາປະເທດຜູ້ທຶນ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມພັດທະນາຕ່າງໆ ໂດຍເລີ່ມຈັດຕັ້ງປະຕິບັດແຕ່ປີ 1994 ເປັນຕົ້ນມາ. ມາເຖິງປັດຈຸບັນ ສາມາດກວດກູ້ລະເບີດອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງໄດ້ 18.805 ກວ່າເຮັກຕາ ເທົ່າກັບ

1,15% ຂອງເນື້ອທີ່ໃນທົ່ວແຂວງ, ສາມາດທໍາລາຍລະເບີດບໍ່ທັນແຕກໄດ້ທັງໝົດ 599.992 ໜ່ວຍ, ໃນນີ້ ມີໂບ່ມບີ່ 370.715 ໜ່ວຍ, ໂບ່ມໃຫຍ່ 530 ໜ່ວຍ, ມິ່ນ 280 ໜ່ວຍ ແລະ ສໍາພາວຸດອື່ນໆ ໄດ້ທັງ ໝົດ 228.467 ໜ່ວຍ ເຊິ່ງຂໍ້ມູນການທີ້ມລະເບີດລູກຫວ່ານ ມີປະມານ 42.103.689 ລ້ານໜ່ວຍ, ໃນນັ້ນ ມີລະເບີດທີ່ບໍ່ທັນແຕກກວມ 30% ມີປະມານ 12.630.000 ກວ່າໜ່ວຍ. ໃນປັດຈຸບັນ ຍັງສືບຕໍ່ຈັດຕັ້ງປະຕິບັດໂຄງການສຳຫລວດ ແລະ ກວດກູ້ລະເບີດ ຢູ່ບັນດາເມືອງຂອງແຂວງຊຽງຂວາງ ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກລັດຖະບານ ສະຫະລັດອາເມລິກາ, ລັດຖະບານນີວຊີແລນ, ລັດຖະບານຍີປຸ່ນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ຈໍານວນໜຶ່ງ ໂດຍແມ່ນໂຄງການເກັບກູ້ລະເບີດແຫ່ງຊາດສາຂາແຂວງຊຽງຂວາງ, ອົງການເກັບກູ້ລະເບີດແມັກ, ອົງການເຈມັດ, ອົງການກອຍກາ, ອົງການເທີຣາ ແລະ ສະມາຄົມຄີວລ່າເປັນຜູ້ຈັດຕັ້ງປະຕິບັດ. ການຊ່ວຍເຫລືອດັ່ງກ່າວ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານມະນຸດສະທຳ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງໃນແຕ່ລະໄລຍະ ໂດຍສະເພາະແມ່ນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDG 18) ຂອງລັດຖະບານ.

ໃນໂອກາດນີ້, ທ່ານຮອງເຈົ້າແຂວງ ຊຽງຂວາງ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ບັນດາ ທູດປະເທດຕ່າງໆ ແລະ ຜ່ານທ່ານໄປຍັງຜູ້ໃຫ້ທຶນຕ່າງໆ ທີ່ໄດ້ເຫັນຄວາມສຳຄັນ ແລະ ເປັນຫ່ວງເປັນໃຍ ເຊິ່ງຍາມໃດກໍໄດ້ເປັນຄູ່ຮ່ວມງານທີ່ດີ, ເອົາໃຈໃສ່ຊອກຫາທຶນມາຊ່ວຍເຫລືອ ແຂວງຊຽງຂວາງ ຕະຫລອດມາ ແລະ ຫວັງຢ່າງຫຍິງວ່າ ຈະສືບຕໍ່ສະໜັບສະໜູນຊ່ວຍເຫລືອແຂວງຊຽງຂວາງໃນຕໍ່ໜ້າ. ທັງນີ້ ກໍເພາະວ່າ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕ້ອງໄດ້ໃຊ້ເວລາຍາວນານ ແລະ ນໍາໃຊ້ງົບປະມານຫລວງຫລາຍ ເຊິ່ງໃນແຕ່ລະປີມີຄວາມຕ້ອງການກວດກູ້ລະເບີດ ອອກຈາກພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ພື້ນທີ່ພັດທະນາຕ່າງໆຂອງແຂວງຢ່າງຫລວງຫລາຍ ແຕ່ຄວາມສາມາດສະໜອງຕົວຈິງ ແມ່ນຍັງຈຳກັດ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ຈາກບັນດາປະເທດຄູ່ຮ່ວມພັດທະນາຕ່າງໆຈຶ່ງຈະສາມາດແກ້ໄຂໄດ້.

ທີ່ມາ: ຂ່າວສານປະເທດລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 23 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
2,906
2,964
european-union
EUR
23,582
24,054
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (91)
ຕິດຕັ້ງກັບດັກແສງໄຟ​ ເພື່ອຕິດຕາມເຝົ້າລະວັງແມງໄມ້ສັດຕູພືດ ຢູ່​ແຂວງ​ຈຳ​ປາ​ສັກ
pele (89)
ອາຍຸ 57ປີ ຫາ 60 ປີ ເພດຊາຍ, 55 ປີ ຫາ 60 ປີ ເພດຍິງ ຈະໄດ້ຮັບການອຸດໜູນບຳນານ
pele (87)
ຝົນ ຍັງສືບຕໍ່ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ
pele (84)
ທາງລົດໄຟລາວ-ຈີນ ຈະເປີດໃຫ້ຜູ້ໂດຍສານສາມາດຈອງປີ້ລົດໄຟ ລ່ວງໜ້າ 7 ວັນ ເລີ່ມເດືອນກໍລະກົດນີ້
pele (82)
ນັກສຶກສາ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮັບທັກສະການອອກແບບສວນຍີ່ປຸ່ນ ແລະ ພື້ນທີ່ສີຂຽວໃນເມືອງ
pele (81)
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3.000 ກີບ/ເດືອນ.
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
ຢ່າລື່ມກົດຕິດຕາມ