
ຄົນເກີດວັນອາທິດ:ການງານ ເຮັດທຸລະກິດດ້ານທາງດ້ານຊັບສິນຈະເຮັດໃຫ້ທ່ານເກັ່ງຂຶ້ນ ການເງິນ ຈະໄດ້ໂຊກຈາກຜູ້ໃຫຍ່ ແຕ່ລະວັງເລື່ອງຂອງການເງິນ ຄວາມຮັກ ມີໂອກາດເລີ່ມຕົ້ນຄວາມສຳພັນຄວາມຮັກໃໜ່ກັບຄົນໃໜ່ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີຟ້າ ເລກນຳໂຊກ 8
ຄົນເກີດວັນຈັນ:ການງານ ຕ້ອງແກ້ໄຂບັນຫາສະເພາະໜ້າຢ່າງເລັ່ງດ່ວນ ໃນເລື່ອງຂອງການງານ ການເງິນ ມັກພົບເລື່ອງເສຍເງິນແບບບໍ່ຄາດຝັນໃນໄລຍະນີ້ ຄວາມຮັກ ໄລຍະນີ້ໃຊ້ຊີວິດໂສດແບບອິດສະຫຼະຈະເຮັດໃຫ້ທ່ານມີຄວາມສຸກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີດໍາ ເລກນຳໂຊກ 8
ຄົນເກີດວັນອັງຄານ:ການງານ ການເຈລະຈາທຸລະກິດຈະເກີດຄວາມສຳເລັດໃນເລື່ອງຂອງວຽກງານ ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ ອາດມາຈາການສ່ຽງໂຊກ ຄວາມຮັກ ໄດ້ພົບຄົນທີ່ມີສະເໜ່ເຈົ້າມາໃຫ້ຮູ້ຈັກຫຼາຍ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີບົວ ເລກນຳໂຊກ 1
ຄົນເກີດວັນພຸດ:ການງານ ຈະພົບຮຸ້ນສ່ວນທາງທຸລະກິດທີ່ດີທີ່ຢາກເຂົ້າມາເປັນຮຸ້ນສ່ວນກັບທ່ານ ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ແຕ່ລາຍຈ່າຍຂອງທ່ານຄ່ອນຂ້າງດີ ຄວາມຮັກ ສຸກສົມຫວັງໃນເລື່ອງຮັກ ມີເກນຈະໄດ້ພົບຄົນທີ່ຖືກໃຈ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີດໍາ ເລກນຳໂຊກ 7
ຄົນເກີດວັນພະຫັດ:ການງານ ເຮັດທຸລະກິດຈະເລີນຮຸ່ງເຮືອງ ແລະ ກ້າວໜ້າເພາະທ່ານເປັນຄົນທີ່ເປັນມິດກັບເພື່ອນຮ່ວມງານ ການເງິນ ເສຍເງິນໃຫ້ກັບບໍລິວານກັບສິ່ງຂອງອອນລາຍຫຼາຍເກີນໄປຕ້ອງລະວັງເລື່ອງລາຍຈ່າຍ ຄວາມຮັກ ໄດ້ພົບຄົນທີ່ມີສະເໜ່ ໃຈດີ ມີຄວາມເປັນຜູ້ນໍາເຂົ້າມາໃຫ້ໄດ້ໂອ້ລົມ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 6
ຄົນເກີດວັນສຸກ:ການງານ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງໃນໜ້າທີ່ການງານ ການເງິນ ຈະມີໂຊກຈາກການຂໍພອນ ແລະ ກໍຈະສົມຫວັງໃນເລື່ອງຂອງການເງິນ ຄວາມຮັກ ເກີດຄວາມສຸກສົມຫວັງເລື່ອງຄວາມຮັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີຂຽວ ເລກນຳໂຊກ 8
ຄົນເກີດວັນເສົາ:ການງານ ເຮັດທຸລະກິດປະສົບຄວາມສຳເລັດແຕ່ໃຫ້ລະວັງເລື່ອງການເຊັນເອກະສານ ການເງິນ ຈະໄດ້ຮັບຊັບໂຊກກ້ອນໃຫຍ່ຈາກຜູ້ໃຫຍ່ ຈາກການເດີນທາງໄກ ຄວາມຮັກ ຈະພົບຄູ່ຂອງທີ່ດີ ພົບຄົນດີເຂົ້າມາໃຫ້ຮູ້ຈັກ ແຕ່ອາດຈະເປັນຄົນທີ່ໃຈຮ້ອນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີສົ້ມ ເລກນຳໂຊກ 4
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 666.13 | 677.45 |
EUR | 24,187 | 24,671 |
CNY | 2,964 | 3,023 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














