2
ບໍລິຄຳໄຊເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ທອງມີໄຊ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 December, 2023

ເປັນຂ່າວດີຂອງແຂວງບໍລິຄຳໄຊ ທີ່ີມີໂຮງງານປຸງແຕ່ງຜະລິດຕະພັນກະສິກຳພາຍໃນແຂວງແລ້ວໂດຍການລົງທຶນຂອງບໍລິສັດພັດທະນາເຂດພູດອຍ ຈໍາກັດຜູ້ດຽວ – ໂກເອໂກ ໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2023 ນີ້ ຢູ່ບ້ານທອງມີໄຊ ເມືອງວຽງທອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ຟ້າມຮຸ່ງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ມີການນໍາຂອງແຂວງ, ເມືອງ ແລະ ບ້ານ ຂອງແຂວງບໍລິຄໍາໄຊ ແລະ ແຂວງຊຽງແຂວງ ຕະຫຼອດຮອດຄະນະອຳນວຍການ, ພະນັກງານ ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຖາຍຫງອກເຖະ ອຳນວຍການບໍລິສັດພັດທະນາເຂດພູດອຍ ໄດ້ລາຍງານຫຍໍ້ວ່າ: ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ມີເນື້ອທີ 1,26 ເຮັກຕາ ເຊິ່ງເນື້ອທີ່ດັ່ງກ່າວໄດ້ຮັບອະນຸຍາດເຊົ່າ ແລະ ສຳປະທານດິນລັດ ຂອງເມືອງວຽງທອງ, ໄດ້ຈັດພິທີວາງສີລາລືກ ແລະ ລົງມືກໍ່ສ້າງໃນກາງເດືອນທັນວາ 2022 ໂດຍໄດ້ປະກອບລະບົບເຄື່ອງຈັກຜະລິດທາດແປ້ງມັນສາຄູ ດ້ວຍເຕັກໂນໂລຢີ່ທີ່ທັນສະໄໝ ແລະ ກໍ່ສ້າງສຳເລັດໃນເດືອນພະຈິກ 2023, ສະມັດຕະພາບໃນການຜະລິດແປ້ງມັນສາຄູ ໄດ້ 5.000 ໂຕນຫົວມັນສາຄູຕໍ່ປີ, ມູນຄ່າການລົງທຶນ 20 ຕື້ກີບ, ປະຈຸບັນມີປະຊາຊົນເມືອງວຽງທອງ ປູກມັນສາຄູສະໜອງວັດຖຸດີບເຂົ້າໂຮງງານ 100 ກວ່າຄອບຄົວ, ຄາດຄະເນລາຍຮັບຈະບັນລຸ 50 ລ້ານກີບ/ເຮັກຕາ.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າໃຫ້ການນໍາແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ ໃຫ້ກຽດມີຄຳເຫັນ ໂດຍທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ບໍລິສັດພັດທະນາເຂດພູດອຍ ກໍຄືກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ທີ່ໄດ້ມີຄວາມພະຍາຍາມ ແລະ ຕັ້ງໃຈໃນການສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊຂຶ້ນ ເຊິ່ງມັນຈະເປັນການປະກອບສ່ວນອັນສຳຄັນໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືຂອງແຂວງ, ຊ່ວຍສ້າງອາຊີບ ແລະ ລາຍຮັບ ໃຫ້ພໍ່ແມ່ປະຊາຊົນໃຫ້ຫຼາຍຂຶ້ນ ເຊິ່ງເປັນສິ່ງສຳຄັນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພ້ອມນັ້ນ ຍັງໄດ້ສະແດງເຖິງນ້ຳໃຈໄມຕີຈິດມິດຕະພາບອັນດູດດື່ມ, ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ນັບມື້ນັບມີຄວາມໜັກແໜ້ນໝັ້ນຄົງຍີ່ງໆຂຶ້ນໄປ.

ຈາກນັ້ນ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ຟ້າມຮຸ່ງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ກໍໄດ້ພ້ອມກັນຕັດແຖບຜ້າເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ຢ່າງເປັນທາງການ ແລະ ເຂົ້າໄປຢ້ຽມຊົມເບີ່ງຂັ້ນຕອນການຜະລິດຂອງໂຮງງານດັ່ງກ່າວ ເຫັນໄດ້ວ່າມີຄວາມສະອາດ, ນັບແຕ່ຂັ້ນຕອນການບົດມັນສາຄູ, ການແຍກແຕ່ລະພາກສ່ວນ ຈົນເຖິ່ງຂັ້ນຕອນສຳເລັດ ແລະ ໄດ້ແປ້ງມັນສາຄູທີ່ມີຄຸນນະພາບສູງ.


ພາບ-ຂ່າວ: ສີປະເສີດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ