2
ຈັບໄດ້ແລ້ວ ໜຸ່ມໃຫຍ່ຍິງສາວເສຍຊີວິດຄາທີ່ເພາະຫຶງຫວງ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 18 December, 2023
ໝວດ: ແນະນຳ

ເຫດການຜ່ານໄປໜຶ່ງອາທິດກວ່າ ເຈົ້າໜ້າທີ່ກໍ່ສາມາດນຳຈັບຄົນຮ້າຍທີ່ຫຼົບໜີໄດ້ແລ້ວ ຊຶ່ງເຫດການດັ່ງກ່າວເກີດຂຶ້ນຢູ່ຮ້ານອາຫານ ເດີ່ນເທນນິດ ບ້ານທ່າເມືອງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໃນວັນທີ 9 ທັນວາ 2023 ທີ່າຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

ຕາມການລາຍງານເບື້ອງຕົ້ນຜູ້ເສຍຊີວິດຊື່ວ່າ: ນາງ ພອນທິດາ ຫຼື ອຸ້ຍ ອາຍຸ 33 ປີ ອາຊີບ ຄ້າຂາຍຢູ່ບ້ານລັດຕະນະລັງສີໃຕ້ ນະຄອນໄກສອນພົມວິຫານ ສ່ວນຜູ້ກໍ່ເຫດ ຊື່ວ່າທ້າວຮຸ່ງອາຍຸ 58 ປີ, ອາຊີບຄ້າຂາຍ ສັນຊາດຫວຽດນາມ ຢູ່ບ້ານໄຊຍະພູມ ນະຄອນໄກສອນພົມວິຫານ.

ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນຢູ່ທີ່ເດີ່ນເທນນິດບ້ານ ທ່າເມືອງ ນະຄອນໄກສອນພົມວິຫານ ແລະ ມີຜູ້ຢູ່ມນເຫດການທັງໝົດ 6 ຄົນ: ທ້າວ ຊົມພູ ພົງສາ ອາຍຸ 71 ປີ, ທ້າວ ແຂກ ອາຍຸ 62 ປີ, ທ້າວ ພູວັນ ອາຍຸ 64 ປີ, ທ້າວ ເບ ອາຍຸ 65 ປີ, ທ້າວ ວົງພະທິດ ອາຍຸ 60 ປີ, 5. ນາງ ພອນນິດາ ຫຼື ອຸ້ຍ ອາຍຸ 33 ປີ (ຜູ້ເສຍຊີວິດ) ຫຼັງຈາກນັ້ນກໍ່ພາກັນນັ່ງ ຊຸມແຊວກິນເຂົ້າ ແລະ ດື່ມເບຍຢູ່ໃນຮ້ານດັ່ງກ່າວ.

ພໍຮອດເວລາປະມານ 21 ໂມງ 00 ນາທີ, ຂອງວັນດຽວກັນ ທ້າວ ຮຸ່ງ ອາຍຸ 58 ປີ (ຜູ້ກໍ່ເຫດ) ໄດ້ຍ່າງເຂົ້າມາໃນຮ້ານແລ້ວນັ່ງຢູ່ໂຕະທາງດ້ານນອກ ຕໍ່ມານາງ ພອນນິດາ ຫຼື ອຸ້ຍ (ຜູ້ຕາຍ) ໄດ້ຍ່າງອອກໄປນັ່ງນໍາທ້າວ ຮຸ່ງ ຢູ່ໂຕະແລ້ວມີປາກສຽງກັນພ້ອມທັງເອົາປືນສັ້ນອອກມາຍິງນາງ ພອນນິດາ ຫຼື ອຸ້ຍ ຈໍານວນ 02 ນັດ ຈົນເສຍຊີວິດຄ່າທີ່ ພາຍຫຼັງຍິງແລ້ວກໍ່ຍ່າງເຂົ້າໄປຍິງທ້າວ ຊົມພູ ພົງສາ ຢູ່ ໃນຫ້ອງແອ ຈໍານວນ 02 ນັດ ຈົນໄດ້ຮັບບາດເຈັດສາຫັດ ຕໍ່ມາທ້າວ ວົງພະທິດ ທີ່ນັ່ງຊຸມແຊວນໍາກັນ ຈິ່ງໄດ້ ຍາດເອົາປືນໃນມືຂອງທ້າວ ຮຸ່ງ ໄດ້ ຈາກນັ້ນທ້າວ ຮຸ່ງ ຈິງໄດ້ເອົາຕົວຫຼົບຫນີໄປ ສ່ວນສາເຫດແຮງຈູງໃຈເກີດຂຶ້ນຍ້ອນຄວາມຫຶງຫວງ.

ຫຼ້າສຸດໃນວັນທີ 16 ທັນວາ 2023 ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມຜູ້ກໍ່ເຫດໄດ້ ຢູ່ທີ່ແຂວງອຸບົກຣາຊະທານີ ແລະ ໄດ້ຄຸມຕົວມາດ່ານກວດຄົນເຂົ້າເມືອງມຸກດາຫານ-ສະຫວັນນະເຂດ ແລະ ສົ່ງຕົວໃຫ້ເຈົ້າໜ້າທີ່ລາວດຳເນີນຄະດີຕໍ່ໄປ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ