2
ລົງທຶນ 100 ຕື້ກວ່າກີບ ປູກໄມ້ພໍໂລເນຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 22 December, 2023

ບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ – ລາວ ຈຳກັດ ຈະລົງທຶນ 115 ຕື້ກີບ ເພື່ອປູກປ່າ ( ປູກໄມ້ພໍໂລເນຍ ) ພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳ ໃນເນື້ອທີ່ 150 ເຮັກຕາ ຢູ່ແຂວງຄຳມ່ວນ.

ພິທີເຊັນສັນຍາ ວ່າດ້ວຍການສໍາປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກປ່າ ( ປູກໄມ້ພໍໂລເນຍ ) ພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳຢູ່ເຂດບ້ານນາແສ ເມືອງມະຫາໄຊ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 19 ທັນວາ 2023 ລະຫວ່າງ ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ໂຮ່ ດຶກ ງ໋ອກ ຜູ້ອຳນວຍການ ບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ – ລາວ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.

ບໍລິສັດ ພັດທະນາເສດຖະກິດສີຂຽວ ຫວຽດ – ລາວ ຈຳກັດ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍຂອງ ສປປ ລາວ, ມີສຳນັກງານຕັ້ງຢູ່ບ້ານສົມສະນຸກ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍໄດ້ຮັບການອະນຸຍາດສຳປະທານຈາກອົງການປົກຄອງແຂວງຄຳມ່ວນ ໃນເນື້ອທີ່ດິນຈຳນວນ 150 ເຮັກຕາ ຢູ່ເຂດບ້ານນາແສ ເມືອງມະຫາໄຊ ເພື່ອປູກປ່າ ( ປູກໄມ້ພໍໂລເນຍ ) ເປັນປະເພດໄມ້ທີ່ໃຫຍ່ໄວ ເຊິ່ງໃນເນື້ອທີ່ດັ່ງກ່າວຈະປະກອບມີສູນເພາະຊຳ ແລະ ສວນສາທິດປູກໄມ້ ເພື່ອພັດທະນາເສດຖະກິດສີຂຽວແບບຍືນຍົງ ຕິດພັນກັບການສ້າງສູນເຕັກນິກ ແລະ ພັດທະນາການທ່ອງທ່ຽວທາງກະສິກຳ ແລະ ເພື່ອເປັນຕົວແບບໃຫ້ແກ່ການຂະຫຍາຍໂຄງການໄປຍັງບ້ານ ແລະ ເມືອງອື່ນໆຕໍ່ໄປ ໂດຍສະເພາະການສົ່ງເສີມການປູກໄມ້ໃນພາກປະຊາຊົນໃນຮູບແບບ 2 + 3 ຄື: ປະຊາຊົນມີດິນ ແລະ ແຮງງານ ສ່ວນບໍລິສັດມີທຶນ, ເຕັກໂນໂລຊີ ແລະ ການຕະຫຼາດ.

ພາຍຫຼັງທີ່ໄດ້ລົງນາມເຊັນສັນຍາ ແມ່ນຈະໄດ້ເລີ່ມການລົງທຶນກິດຈະການ ໂດຍໃຫ້ສອດຄ່ອງກັບເປົ້າໝາຍຂອງການຈັດຕັ້ງປະຕິບັດວຽກງານຂອງໂຄງການ, ໃນນັ້ນແມ່ນຈະໄດ້ແບ່ງອອກເປັນ 4 ໄລຍະ ຄື: ໄລຍະທີ 1 ແມ່ນດຳເນີນການບຸກເບີກເນື່ອທີ່ດິນ ເພື່ອພັດທະນາພື້ນຖານໂຄງລ່າງ ແລະ ແບ່ງດິນສຳປະທານອອກເປັນແຕ່ລະເຂດໂຄງການ, ໄລຍະ 2 ກໍ່ສ້າງຫ້ອງການບໍລິຫານ ແລະ ພື້ນຖານໂຄງລ່າງອື່ນໆ, ໄລຍະ 3 ດຳເນີນການພັດທະນາໂຄງການ ແລະ 4 ກໍ່ສ້າງບັນດາກິດຈະການອຳນວຍຄວາມສະດວກອື່ນໆ ພ້ອມດໍາເນີນການຜະລິດ ແລະ ສ້າງຜົນຜະລິດເພື່ອຈໍາໜ່າຍ ໂດຍແມ່ນການລົງທຶນຂອງເອກະຊົນຕ່າງປະເທດ 100% ໃນມູນຄ່າການລົງທຶນທັງໝົດ 115,6 ຕື້ກວ່າກີບ, ມີໄລຍະການສຳປະທານ 30 ປີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ