2
6 ພະຍາດຈາກການກິນປີ້ງ – ດາດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 27 December, 2023
ໝວດ: ຂ່າວ

ໜຶ່ງໃນອາຫານຍອດນິຍົມບໍ່ວ່າແຕ່ຍາມໜາວ ຫຼື ຍາມໃດທີ່ເຮົາມັກຊວນກັນໄປກິນ ຄົງແມ່ນອາຫານປະເພດ ບຸບເຟ່, ຊີ້ນດາດ, ປີ້ງ… ເປັນຕົ້ນ ອາຫານເຫຼົ່ານີ້ ຖ້າດົນໆກິນເທື່ອໜຶ່ງຄົງບໍ່ເປັນຫຍັງ ແຕ່ຖ້າກິນດຸເກີນໄປ ເຊັ່ນອາທິດລະຫຼາຍໆເທື່ອ ສຸຂະພາບເຮົາຈະຄ່ອຍໆເສື່ອມໂຊມໂດຍບໍ່ຮູ້ຕົວ ອັນຕະລາຍທີ່ແຝງຢູ່ນຳອາຫານປີ້ງດາດ ມີດັ່ງນີ້:

1. ສ່ຽງມະເຮັງຕັບ

ຈາກສານໄນໂຕຣຊາມີນ ທີ່ຢູ່ໃນປາມຶກປີ້ງ, ປາທະເລປີ້ງ ແລະ ຊີ້ນແປຮູບທີ່ມີການໃສ່ສານກັນບູດ ເຊັ່ນ: ສົ້ມ, ໄສ້ກອກ, ເບຄອນ, ແຮມ ເປັນຕົ້ນ.

2. ສ່ຽງມະເຮັງກະເພາະ

ໃນຂະບວນການປີ້ງ – ດາດ ເຮັດໃຫ້ເກີດສານ PAHs ເຊິ່ງຈະຢູ່ໃນອາຫານສ່ວນທີ່ໄໝ້ແຫ້ມ ຖ້າສະສົມຫຼາຍໆຈະເປັນໂຕກໍ່ມະເຮັງ.

3. ເກີດເປັນພະຍາດຕຸ້ຍ

ແນ່ນອນ ໄປກິນຊີ້ນດາດ ຫຼື ບຸບເຟ່ທັງທີ່ເຮົາກໍຕ້ອງກິນໃຫ້ຄຸ້ມ ກິນຫຼາຍເຂົ້າ ກໍໄດ້ຮັບໄຂມັນສ່ວນເກີນໄປສະສົມຢູ່ໜ້າທ້ອງ ເຮັດໃຫ້ນ້ຳໜັກຂຶ້ນມີພາວະຕຸ້ຍລົງພຸງ.

4. ສ່ຽງພະຍາດຫົວໃຈ

ຊີ້ນງົວ, ຊີ້ນໝູ ມີໄຂມັນອີ່ມໂຕ ແລະ ຄໍເລສເຕີຣໍ່ສູງ ໂດຍສະເພາະຊີ້ນຕິດມັນກິນຫຼາຍໆສ່ຽງໄຂມັນອັດຕັນໃນເສັ້ນເລືອດ ມີໂອກາດເປັນພະຍາດຫົວໃຈ ແລະ ເສັ້ນເລືອດໄດ້.

5. ສ່ຽງຖອກທ້ອງ

ເວລາກິນຕ້ອງລະວັງເລື່ອງນ້ຳແຈ່ວ ເພາະຫຼາຍຮ້ານມັກຈະເຮັດໄວ້ເທື່ອລະຫຼາຍໆ ເຮົາອາດໄດ້ກິນນ້ຳແຈ່ວປະໄວ້ຄ້າງຄືນ ສ່ຽງປົນເປື້ອນເຊື້ອພະຍາດເຮັດໃຫ້ຖອກທ້ອງໄດ້.

6. ປາກແຫ້ງ ຄໍແຫ້ງ ລີ້ນຊາ

ຫຼາຍຮ້ານໃສ່ແປ້ງນົວປະລິມານຫຼາຍໃນນ້ຳຊຸບ ນ້ຳແຈ່ວ ເພື່ອຄວາມແຊບ ເມື່ອກິນໄປຈະເຮັດໃຫ້ລີ້ນຊາ ປາກແຫ້ງ, ຄໍແຫ້ງ, ຫິວນ້ຳ, ວິນຫົວ ຫຼື ຮາກໄດ້ ຫາກໄດ້ຮັບຫຼາຍເກີນໄປ ເຮັດໃຫ້ຮັບໂຊດຽມຫຼາຍເກີນ ສ່ຽງຄວາມດັນເລືອດສຸູງ, ພະຍາດຫົວໃຈ, ພະຍາດໄຂ່ຫຼັງ.

ເຮົາຄວນຫຼຸດຄວາມສ່ຽງໃນການກິນບຸບເຟ່ປີ້ງ – ດາດ ໂດຍການເລືອກຮ້ານທີ່ສະອາດ ຖືກຫຼັກອະນາໄມ ແລະ ບໍ່ຄວນກິນຕິດຕໍ່ກັນກາຍເດືອນລະ 1 – 2 ເທື່ອ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ