
ຄົນເກີດວັນອາທິດ:ການງານ ເໝາະທີ່ຈະເຮັດທຸລະກິດທາງດ້ານເປັນທີ່ປຶກສາ ຈະໄດ້ຮັບຄ່າຕອບແທນຄຸ້ມຄ່າ ການເງິນ ອາດຈະມີພີ່ນ້ອງ ຫລື ຄົນທີ່ທ່ານເຊື່ອໃຈຈະນຳໂຊກມາໃຫ້ ຄວາມຮັກ ລະວັງເກີດຄວາມຂັດແຍ້ງກັບຄົນຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີຂາວ ເລກນຳໂຊກ 2
ຄົນເກີດວັນຈັນ:ການງານ ຊ່ວງນີ້ຖ້າຈະເຮັດທຸລະກິດແບບສາຍດ່ຽວຈຶ່ງຈະປະສົບຄວາມສຳເລັດໄດ້ດີ ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກ ລະວັງຄຳເວົ້າ ແລະ ການສື່ສານທີ່ເຮັດໃຫ້ເກີດຄວາມບໍ່ເຂົ້າໃຈກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີສົ້ມ ເລກນຳໂຊກ 4
ຄົນເກີດວັນອັງຄານ:ການງານ ເຮັດທຸລະກິດເປັນທີ່ປຶກສາ ກັບຊາວຕ່າງຊາດ ຈະເຮັດໃຫ້ກ້າວໜ້າຫລາຍໆ ການເງິນ ຈະນຳເງິນຂອງຕົນເອງໄປຊ່ວຍເຫລືອຄົນໃນຄອບຄົວ ຄວາມຮັກ ຕົນເອງນັ້ນມີສະເໜ່ຫລາຍໆຈະພົບໃຜທີ່ຈະເຂົ້າມາໃຫ້ເລືອກຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ ຫີນນໍາໂຊກສິແດງ ສີມຸງຄຸນ ສີບົວ ເລກນຳໂຊກ 2
ຄົນເກີດວັນພຸດ:ການງານ ຊ່ວງນີ້ໃຫ້ຕຽມແຜນງານທຸລະກິດຈະການງານເອົາໄວ້ກ່ອນ ຍັງບໍ່ແມ່ນຈັງຫວະທີ່ດີທີ່ຈະໃຊ້ເງິນລົງທຶນເພີ່ມເຕີມ ການເງິນ ຈະໄດ້ເງິນຫລືເຄື່ອງປະດັບຂອງທີ່ຖືກໃຈ ຄວາມຮັກ ມີໂອກາດພົບຮັກຄົົນທີ່ເຂົ້າມາໃນຊ່ວງນີ້ ຢູ່ໃນເກນຜິວສອງສີ ເຄື່ອງມຸງຄຸນ ສາຍຄໍຄໍາ ສີມຸງຄຸນ ສີດໍາ ເລກນຳໂຊກ 7
ຄົນເກີດວັນພະຫັດ:ການງານ ເຮັດທຸລະກິດດ້ານແຟຊັ່ນ ການຄ້າເສື້ອຜ້າ ທຸລະກິດຈະການຂາຍອາຫານ ທຸລະກິດງານສິນປະ ຈະເຮັດໃຫ້ໄດ້ຮັບຜົນກຳໄລ ການເງິນ ຈະໄດ້ເງິນກ້ອນໃຫຍ່ແບບບໍ່ຄາດຝັນເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້ ຄວາມຮັກ ຈະພົບຮັກກັບຄົົນທີ່ມີສະເໜ່ຫລາຍໆ ມີເກນອາຍຸນ້ອຍກວ່າ ເຄື່ອງມຸງຄຸນ ຕ່າງຫູຄໍາ ສີມຸງຄຸນ ສີຟ້າ ເລກນຳໂຊກ 6
ຄົນເກີດວັນສຸກ:ການງານ ຖ້າຕິດຕໍ່ສະໝັກວຽກງານໄວ້ຈະໄດ້ວຽກງານໃໝ່ ຫລື ຜູ້ໃຫຍ່ຈະຊ່ວຍເຫລືອອຸປະຖຳ ການເງິນ ໂຊກດີມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ
ຄວາມຮັກ ພົບຮັກແບບບໍ່ທັນຕັ້ງໂຕກັບຄົນຜິວຂາວ ໝູ່ເພື່ອນຈະຍິນດີດ້ວຍກັບຄວາມຮັກເທື່ອນີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 6
ຄົນເກີດວັນເສົາ:ການງານ ຊ່ວງນີ້ຄວນລະງັບໂປຣເຈັກ ໂຄງການຕ່າງໆ ເອົາໄວ້ກ່ອນ ການເງິນ ໂຊກດີຈະໄດ້ເງິນ ມີໂຊກຈາກເພດກົງກັນຂ້າມຄອຍຖ້າອຸປະຖຳແລະຊ່ວຍເຫຼືອ ຄວາມຮັກ ຈະເລືອກຄົົນທີ່ມີສະເໜ່ ແລະ ທ່ານຈະນຳຄວາມສຸກ ຄວາມຮັກ ຄວາມຈິງໃຈມາສູ່ທ່ານ ເຄື່ອງມຸງຄຸນ ສີມຸງຄຸນ ສີບົວ ເລກນຳໂຊກ 0
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














