2
ສຶກສາຄວາມເປັນໄປໄດ້ ໂຄງການໄຟຟ້າພະລັງງານຄູ່ຖ່ານຫີນ ແລະ ຊີວະມວນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 5 January, 2024

ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືໂຄງການພະລັງງານແບບປະສົມສ້າງສູນພະລັງງານໃນພາກພື້ນ ແລະ ເສີມຄວາມສາມາດແກ່ການພັດທະນາເສດຖະກິດ-ສັງຄົມ.

ໃນວັນທີ 27 ທັນວາ 2023 ຜ່ານມາບໍລິສັດອາຊີ-ໂປຕາສ ສາກົນ ແລະ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫລວດຄວາມເປັນໄປໄດ້ໃນການພັດທະນາ ໂຄງການໄຟຟ້າພະລັງງານຄູ່ຖ່ານຫີນ ແລະ ຊີວະມວນຂະໜາດ 300 ເມກາວັດ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນຂະໜາດ 30 ເມກາວັດ” ເຊິ່ງເປັນນິມິດໝາຍຂອງການຈັດຕັ້ງປະຕິບັດ ໂຄງການຮັບປະກັນຄວາມໝັ້ນຄົງດ້ານພະລັງງານທີ່ສໍາຄັນຢ່າງເປັນທາງການ ພາຍໃຕ້ຄວາມເອົາໃຈໃສ່ຂອງລັດຖະບານ ແລະ ວິສາຫະກິດ ເພື່ອຊຸກຍູ້ “ນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ”. ອີງຕາມບົດບັນທຶກສະບັບນີ້ບໍລິສັດ ຈະສ້າງໂຄງການພະລັງງານໄຟຟ້າ ແບບປະສົມຄົບວົງຈອນດຽວ ທີ່ປະກອບດ້ວຍຕາໜ່າງການໂຫລດການຈັດເກັບພະລັງງານທີ່ສະອາດກາກບອນຕໍ່າແລະ ເປັນມິດກັບສິ່ງແວດລ້ອມ ຢູ່ໃນນິຄົມອຸດສາຫະກຳໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ ສປປ ລາວ ເພື່ອສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນ ທີ່ໜ້າເຊື່ອຖືມີຄວາມສະຖຽນ ແລະ ພຽງພໍ ໃຫ້ແກ່ການພັດທະນາອຸດສາຫະກຳທ້ອງຖິ່ນ. ນອກນີ້ຍັງເປັນມາດຕະການທີ່ເຂັ້ມແຂງ ເພື່ອເສີມຂະຫຍາຍການສະໜອງໄຟຟ້າຢູ່ພາກກາງຂອງລາວ ຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍຂໍ້ໄດ້ປຽບໃນການພັດທະນາຂອງລາວ.

ຮ່ວມລົງນາມໃນຄັ້ງນີ້ມີ ທ່ານ Tong Yongheng ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສສາກົນຜູ້ຊີ້ນໍາລວມຂອງ ບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ ປະຈໍາລາວ ແລະ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນມີ ທ່ານ ທອງພັດອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ແລະ ທ່ານ Ai Yongjun ຮອງຜູ້ອໍານວຍການໃຫຍ່ ບໍລິສັດຊີໂນ-ອາກຣີໂປຕາສ ຈຳກັດ ລົງນາມເປັນສັກຂີພິຍານໃນບົດບັນທຶກຄວາມເຂົ້າໃຈ ໂດຍມີ

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນພ້ອມດ້ວຍການນໍາຂັ້ນສູງຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ເຂົ້າຮ່ວມ.

ສັງຮວມຂໍ້ໄດ້ປຽບ ດ້ານພະລັງງານຂອງນິຄົມອຸດສາຫະກໍາ ແລະ ເສີມຄວາມສາມາດແກ່ການພັດທະນາເສດຖະກິດຂອງລາວ ດ້ວຍການດຶງດູດການລົງທຶນ.

ໃນພິທີລົງນາມທ່ານ Tong Yongheng ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດ ຖະບານລາວ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ ບໍລິສັດ ອາຊີ-ໂປຕາສສາກົນ ກໍຄືບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ ມາເປັນເວລາດົນນານ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ການສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນທີ່ມີຄວາມໜ້າເຊື່ອຖືພຽງພໍໝັ້ນຄົງ ແລະ ຕົ້ນທຶນຕ່ຳແມ່ນເປັນຫລັກຮັບປະກັນ ແລະ ສ່ວນປະກອບທີ່ສຳຄັນໃນການຊຸກຍູ້ການລົງທຶນ ແລະ ພັດທະນາກໍ່ສ້າງນິຄົມອຸດສາຫະກໍາ. ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂຄງການຜະລິດໄຟຟ້າຮັບໃຊ້ພາຍໃນຄັ້ງນີ້ ຖືເປັນຄວາມຄືບໜ້າອັນສຳຄັນອີກບາດກ້າວໜຶ່ງ ໃນການກໍ່ສ້າງນິຄົມອຸດສາຫະກໍາ ອາຊີ-ໂປຕາສ.

ໃນເດືອນມີນາຜ່ານມາບໍລິສັດອາຊີ-ໂປຕາສສາກົນ ແລະ ລັດຖະບານລາວ ໄດ້ຮ່ວມກັນເປີດໂຄງການ ນິຄົມອຸດສາຫະກຳໝູນວຽນອັດສະລິຍະອາຊີ-ໂປຕາສສາກົນ”. ໃນເດືອນກໍລະກົດຜ່ານມາໂຄງການນິຄົມອຸດສາຫະກໍາ ໄດ້ບັນລຸການລົງນາມຄັ້ງທຳອິດ 10 ໂຄງການລວມມູນຄ່າການລົງທຶນທັງໝົດ 835 ລ້ານໂດລາຕໍ່ມາໂຄງການໂບຣມີນ ແລະ ຄລໍ-ອັນຄາໄລ ໄລຍະທີໜຶ່ງໄດ້ກໍ່ສ້າງສໍາເລັດ ແລະ ເລີ່ມດຳເນີນການຜະລິດແລ້ວລະບົບຕ່ອງໂສ້ອຸດສາຫະກຳໂບຣມີນ ແຫ່ງທຳອິດ ໄດ້ສ້າງຕັ້ງຂຶ້ນໃນເບື້ອງຕົ້ນ. ນິຄົມອຸດສາຫະກຳ ຖືຊັບພະຍາກອນແຮ່ເກືອໂປຕາສ ເປັນແກນຫລັກ ໂດຍມີເປົ້າໝາຍໃນການສ້າງນິຄົມເປັນຕົວແບບລະດັບຊາດຢູ່ລາວ. ບໍລິສັດ ໄດ້ທຸ້ມເທກໍາລັງແຮງໃຫຍ່ຫລວງເລັ່ງພັດ ທະນາອຸດສາຫະກຳຝຸ່ນໂປຕາສສືບຕໍ່ຂະຫຍາຍກໍາລັງການຜະລິດຈາກ 5 ລ້ານໂຕນເປັນ 7 ລ້ານໂຕນ ຫາ 10 ລ້ານໂຕນພ້ອມທັງສ້າງພື້ນຖານການຜະລິດຝຸ່ນໂປຕາສໃຫຍ່ທີ່ສຸດໃນອາຊີ ແລະ ສ້າງປະເທດລາວ ໃຫ້ກາຍເປັນຖານສະໜອງຝຸ່ນໂປຕາສ ທີ່ໃຫຍ່ເປັນອັນດັບສີ່ຂອງໂລກ.

ໂດຍຜ່ານການນໍາໃຊ້ຮູບແບບການດຶງດູດການລົງທຶນ ແລະ ການພັດທະນາຮ່ວມກັນພວກເຮົາສາມາດຂຸດຄົ້ນຫາຄຸນຄ່າຂອງແຫລ່ງຊັບພະຍາກອນແຮ່ ຕິດພັນຂອງບໍ່ແຮ່ເກືອໂປຕາສຮ່ວມມືພັດ ທະນາອຸດສາຫະກຳອະໂປຕາສຂະຫຍາຍຕ່ອງໂສ້ອຸດສາຫະກຳໃຫ້ຍາວອອກຕື່ມສ້າງຕາໜ່າງເມ ທຣິກອຸດສາຫະກຳສ້າງກຸ່ມອຸດສາຫະກຳຮ່ວມກັນຊຸກຍູ້ການພັດທະນາອຸດສາຫະກຳຂອງລາວ ແລະ ຫັນປ່ຽນຂໍ້ໄດ້ປຽບຂອງຊັບພະຍາກອນ ໃຫ້ເປັນມູນຄ່າທາງດ້ານເສດຖະກິດ. ໃນຄັ້ງນີ້ລັດຖະບານລາວ ໄດ້ສະໜັບສະໜູນອາຊີ-ໂປຕາສສາກົນ ຍົກລະດັບລະບົບພະລັງງານໄຟຟ້າ ຂອງນິຄົມອຸດສາຫະ ກຳ ເພື່ອສ້າງຂໍ້ໄດ້ປຽບດ້ານການສະໜອງພະລັງງານທີ່ມີຕົ້ນທຶນຕໍ່າ ໃນນິຄົມອຸດສາຫະກຳນີ້ເປັນນິມິດໝາຍວ່າ ນິຄົມອຸດສາຫະກຳ ຈະບັນລຸການສະໜອງພະລັງງານໄຟຟ້າໃຫ້ແກ່ຕົນເອງເປັນການຍົກປະສິດທິຜົນ ແລະ ສາມາດຄວບຄຸມຕົ້ນທຶນ. ພາຍຫລັງໂຄງການດັ່ງກ່າວກໍ່ສ້າງສຳເລັດ ຈະຮັບປະກັນໃຫ້ແກ່ການກໍ່ສ້າງການຜະລິດ ແລະ ການດໍາເນີນທຸລະກິດ ຂອງບັນດາວິສາຫະກິດໃນນິຄົມຢ່າງມີປະສິດທິຜົນເປັນການເພີ່ມກໍາລັງຂັບເຄື່ອນແກ່ການດຶງດູດການລົງທຶນ ແລະ ການພັດທະນານິຄົມເສີມສ້າງຄວາມສາມາດແກ່ການພັດທະນາເສດຖະກິດຂອງລາວ.

ຍົກສູງຄວາມສາມາດໃນການແຂ່ງຂັນສາກົນຂອງລາວສະໜອງກໍາລັງຂັບເຄື່ອນທີ່ແຂງແຮງ ເພື່ອສ້າງເປັນປະເທດເຂັ້ມແຂງດ້ານອຸດສາຫະກຳ

 ໂດຍນໍາໃຊ້ນິຄົມອຸດສາຫະກໍາ ເປັນເວທີດຶງດູດບໍລິສັດອາຊີ-ໂປຕາສສາກົນ ແລະ ລັດຖະ ບານລາວ ໄດ້ຮ່ວມກັນຄົ້ນຄວ້າເສັ້ນທາງໃໝ່ ເພື່ອເຊື່ອມໂຍງອຸດສາຫະກຳພະລັງງານ ແລະ ບໍ່ແຮ່ຢ່າງມີປະສິດທິພາບ ແລະ ກະຕຸ້ນທ່າແຮງການພັດທະນາເສດຖະກິດຢ່າງເຕັມສ່ວນ ເຊິ່ງສອດຄ່ອງທີ່ສຸດກັບແນວທາງການພັດທະນາຂອງລັດຖະບານກ່ຽວກັບ ຂະແໜງພະລັງງານ ແລະ ບໍ່ແຮ່ແມ່ນຜູ້ນໍາໜ້າ ເພື່ອບັນລຸຍຸດທະສາດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງລາວຮັບປະກັນໝາກຜົນອັນໃຫຍ່ຫລວງທີ່ມີປະສິດທິພາບ ໃນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX ເປັນການເຄື່ອນໄຫວຢ່າງທັນການ ແລະ ເໝາະສົມ ເພື່ອຊ່ວຍໃຫ້ລາວຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ພາຍຫລັງໂຄງການກໍ່ສ້າງສຳເລັດ ບໍ່ພຽງແຕ່ຈະເປັນສະຖານທີ່ສະໜອງພະລັງງານໄຟຟ້າ ທີ່ສຳຄັນຂອງນິຄົມອຸດສາຫະກຳເທົ່ານັ້ນແຕ່ຍັງຈະກາຍເປັນສູນພະລັງງານໃນພາກພື້ນຂອງລາວເຕີມເຕັມການສະໜອງໄຟຟ້າໃນພາກກາງຂອງລາວຮັບປະກັນການສະໜອງພະລັງງານໄຟຟ້າ ແລະ ພະລັງ ງານຄວາມຮ້ອນ ເພື່ອພັດທະນາອຸດສາຫະກຳເສີ່ມສ້າງຂໍ້ໄດ້ປຽບໃນການແຂ່ງຂັນດ້ານພະລັງງານ ແລະ ເປັນແຮງຊຸກຍູ້ທີ່ເຂັ້ມແຂງໃນການສ້າງປະເທດລາວ ໃຫ້ເປັນປະເທດທີ່ເຂັ້ມແຂງດ້ານອຸດສາຫະ ກຳ.

ການລົງນາມຄັ້ງນີ້ເປັນການເປີດໜ້າໃໝ່ຂອງການຮ່ວມມືລະຫວ່າງ ລັດຖະບານ ແລະ ວິສາຫະກິດ ເພື່ອຊຸກຍູ້ການພັດທະນາເສດຖະກິດ ທີ່ມີຄຸນນະພາບສູງຢູ່ລາວ ໃນໄລຍະທີ່ປະເທດລາວພວມເລັ່ງການເຊື່ອມໂຍງເຂົ້າກັບຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງໂລກການປັບປຸງລະດັບການສະໜອງພະລັງງານຢ່າງບໍ່ຢຸດຢັ້ງ ແລະ ການຫລຸດຕົ້ນທຶນດ້ານພະລັງງານຈະເປັນຫົວຈັກຂັບເຄື່ອນອັນໃໝ່ໃຫ້ແກ່ລາວ ໃນການດຶງດູດການລົງທຶນທີ່ມີຄຸນນະພາບສູງລະດັບໂລກສ້າງກຸ່ມອຸດສາຫະກໍາທີ່ໄດ້ປຽບ ແລະ ເນັ້ນການຫັນເປັນອຸດສາຫະກໍາ ເພື່ອຊຸກຍູ້ການພັດທະນາເສດຖະກິດໃຫ້ມີຄຸນນະພາບສູງ. ພາຍໃຕ້ຂໍ້ໄດ້ປຽບດ້ານພະລັງງານນິຄົມອຸດສາຫະກໍາ ອາຊີ-ໂປຕາສສາກົນ ຈະກາຍເປັນເຂດພື້ນທີ່ສູງທີ່ມີການພັດທະນາແບບກ້າວກະໂດດ ເຊິ່ງເຕົ້າໂຮມຜູ້ຄົນໂລຈິສຕິກ ແລະ ການໜູນວຽນຂອງທຶນຊ່ວຍໃຫ້ ສປປ ລາວ ສ້າງຮູບແບບອຸດສາຫະກຳທີ່ທົດແທນການນຳເຂົ້າ ແລະ ສົ່ງອອກເພື່ອສ້າງເງິນຕາເພື່ອປະກອບສ່ວນກໍາລັງແຮງມະຫາສານໃນການສ້າງ ສປປ ລາວ ເປັນປະເທດທີ່ຈະເລີນຸຮ່ງເຮືອງ ແລະ ປະຊາຊົນເຂັ້ມແຂງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 9 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,401
21,676
thailand (1)
THB
658.87
670.73
european-union
EUR
24,194
24,678
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-09T160026.070
ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ
_cover - 2025-07-09T154755.330
ທຣຳກຽມກັບມາສົ່ງອາວຸດ ໃຫ້ຢູເຄຣນ ຫຼັງລະງັບຄວາມຊ່ວຍເຫຼືອອາທິດກ່ອນ
_cover - 2025-07-09T153149.981
ນອນໜ້ອຍກວ່າ 6 ຊົ່ວໂມງ ແຕ່ບໍ່ນອນກາງເວັນ ສ່ຽງອຳພາດ 82 ເປີເຊັນ
_cover - 2025-07-09T151525.779
ລະວັງ!!​ ໃສ່ຄອນແທັກເລນຜິດວິທີ ສ່ຽງເປັນ 'ແຜທີ່ກະຈົກຕາ' ເຖິງຂັ້ນຕາບອດຖາວອນ
pele - 2025-07-09T135934.679
ປະຊາຊົນ ບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ
_cover - 2025-07-09T135508.893
ນ້ຳຖ້ວມເນປານ ເສຍຊີວິດແລ້ວ 8 ຄົນ ສູນຫາຍອີກ 31 ຄົນ ນ້ຳຊັດເອົາຂົວເຊື່ອມຈີນຂາດ
_cover - 2025-07-09T132258.146
"ຊຽງໄຮ້" ເປີດສວນສະນຸກ "LEGOLAND" ໃຫຍ່ທີ່ສຸດໃນໂລກ ໃຊ້ LEGO ກວ່າ 85 ລ້ານຊິ້ນ !
pele - 2025-07-09T113735.117
ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການແກ້ໄຂ ລບຕ ໄລຍະ 6 ເດືອນຕົ້ນປີ
_cover - 2025-07-09T103653.389
ປະຫວັດຄວາມເປັນມາ "ບຸນເຂົ້າພັນສາ" (ວັນອາສາລະຫະບູຊາ) ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025
pele - 2025-07-09T103229.771
ກຸ່ມບໍລິສັດ ລາວໂທລະຄົມ “ M moneyX “ ໄດ້ເຂົ້າຮ່ວມຮັບລາງວັນ WISIS Prizes 2025 (World Summit on the Information Society) ທີ່ເມືອງ ເຈັນນີວາ ປະເທດ ສະຫວິດເຊີແລນ.
ຢ່າລື່ມກົດຕິດຕາມ