2
ການຄ້າເດືອນທັນວາ ບັນລຸ 1.235 ລ້ານໂດລາສະຫະລັດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 29 January, 2024

ອີງຕາມຂໍ້ມູນລາຍງານຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງລາວ ໃຫ້ຮູ້ວ່າ ຕົວເລກການຄ້າລາວໃນເດືອນທັນວາ 2023 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ທັງໝົດປະມານ 1.235 ລ້ານໂດລາສະຫະລັດ.
ສິນຄ້າສົ່ງອອກທັງໝົດ ປະມານ 531,3 ລ້ານໂດລາສະຫະລັດ ແລະ ມູນຄ່ານຳເຂົ້າແມ່ນ 703,6 ລ້ານໂດລາ ໂດຍໃນເດືອນທັນວາລາວເຮົາຂາດດູນການຄ້າກັບຕ່າງປະເທດ 172,3 ລ້ານໂດລາ. ແຕ່ໃນຈຳນວນນີ້ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ.

ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບຂອງລາວປະກອບມີ: ຄໍາປະສົມ, ຄຳແທ່ງ 72,4 ລ້ານ ໂດລາສະຫະລັດ, ຢາງພາລາ 44,6 ລ້ານໂດລາສະຫະລັດ, ແຮ່ທອງ 38,5 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37,2 ລ້ານໂດລາສະຫະລັດ, ມັນຕົ້ນ 34,8 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 24,4 ລ້ານ ໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 24,4 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 23,1 ລ້ານ ໂດລາສະຫະລັດ, ແຮ່ເຫຼັກ 21,9 ລ້ານ ໂດລາສະຫະລັດ ແລະ ເຄື່ອງນຸ່ງຫົ່ມ 21,9 ລ້ານໂດລາສະຫະລັດ.

ສຳລັບສິນຄ້າສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ນ້ຳມັນກາຊວນ 94,1 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 78,1 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 69,2 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 36 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 33 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ, ແອັດຊັງພິເສດ 22,9 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ນ້ຳດື່ມຊູກໍາລັງ…) 22,7 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 22,7 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 21,6 ລ້ານໂດລາສະຫະລັດ ແລະ ເຍື່ອໄມ້ ແລະ ເສດເຈ້ຍ 20,2 ລ້ານໂດລາ.

ສ່ວນຕະຫຼາດສົ່ງອອກຫຼາຍສຸດຂອງລາວໄດ້ແກ່ ສປ ຈີນ ປະມານ 200,3 ລ້ານ ໂດລາສະຫະລັດ, ຫວຽດນາມ 118,1 ລ້ານ ໂດລາສະຫະລັດ, ໄທ 88,2 ລ້ານໂດລາສະຫະລັດ, ອົດສະຕາລີ 37,9 ລ້ານ ໂດລາສະຫະລັດ ແລະ ອີນເດຍ ປະມານ 18,6 ລ້ານ ໂດລາສະຫະລັດ.

ຕໍ່ກັບປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍກວ່າໝູ່ປະກອບມີຈີນ 298,7 ລ້ານ ໂດລາສະຫະລັດ, ໄທ ປະມານ 271,3 ລ້ານ ໂດລາສະຫະລັດ, ຫວຽດນາມ 34 ລ້ານ ໂດລາສະຫະລັດ, ສະຫະລັດອາເມລິກາ 24,1 ລ້ານ ໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 24,1 ລ້ານ ໂດລາສະຫະລັດ.

ທີ່ມາ ເສດຖະກິດການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ