2
ກົມຕຳຫຼວດຄຸມຂັງ – ດັດສ້າງ ເປີດການນໍາໃຊ້ໂຄງການຢ້ຽມຢາມ ນັກໂທດແບບທັນສະໄໝ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 30 January, 2024
ໝວດ: ຂ່າວ

ກົມຕຳຫຼວດຄຸມຂັງ – ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີເປີດການນໍາໃຊ້ໂຄງການຢ້ຽມຢາມນັກໂທດແບບທັນສະໄໝ ຂຶ້ນໃນວັນທີ 26 ມັງກອນ 2024 ທີ່ກົມຕຳຫຼວດຄຸມຂັງ – ດັດສ້າງ ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ, ທ່ານ ພອນປະເສີດ ອິນທະສອນ ປະທານ ກຸ່ມບໍລິສັດ ສາມເອັສ ພັດທະນາ, ມີຫົວໜ້າກົມໃຫຍ່ພະລາທິການ, ຕາງໜ້າກົມກອງອ້ອມຂ້າງກະຊວງ, ຕາງໜ້າຄ້າຍຄຸມຂັງປະຈຳພາກ, ຄ້າຍກັກຂັງຊົ່ວຄາວ, ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດ ເຂົ້າຮ່ວມ.

ທ່ານ ພອນປະເສີດ ອິນທະສອນ ໄດ້ກ່າວວ່າ: ໂຄງການຢ້ຽມຢາມນັກໂທດແບບທັນສະໄໝ ( smart prison visitor ) ເພື່ອຮ່ວມມືພັດທະນາລະບົບຢ້ຽມຢາມນັກໂທດແບບທັນສະໄໝຢູ່ກົມຕຳຫຼວດຄຸມຂັງ – ດັດສ້າງ ແລະ ບັນດາຄ້າຍຄຸມຂັງ – ດັດສ້າງແຕ່ລະທ້ອງຖິ່ນໃນຂອບເຂດທົ່ວປະເທດ, ບໍລິສັດ ເປັນຜູ້ລົງທຶນ 100% ເຊິ່ງໂຄງການດັ່ງກ່າວເຫັນວ່າມີຄວາມສໍາຄັນຫຼາຍ ເພື່ອແນໃສ່ພັດທະນາການສື່ສານ ລະຫວ່າງ ນັກໂທດ ກັບ ຍາດພີ່ນ້ອງ ໄດ້ຕິດຕໍ່ພົວພັນກັນແບບສະດວກສະບາຍ, ປະຢັດເວລາໃນການ ໄປ – ມາ, ຫຼຸດຜ່ອນຄ່າໃຊ້ຈ່າຍຂອງຍາດ, ພ້ອມທັງຮັບປະກັນທາງດ້ານວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ, ສ້າງໄດ້ຜົນປະໂຫຍດທັງສອງຝ່າຍ. ຮູບແບບການພັດທະນາລະບົບ ໂດຍພັດທະນາລະບົບຊ໊ອຟແວຣ໌, ດ້ວຍການສື່ສານຜ່ານອອນລາຍ ຮູບແບບວິດີໂອທີ່ມີລະບົບປ້ອງກັນຄວາມປອດໄພສູງ ເຊັ່ນ: ຜ່ານຄອມພິວເຕີ, ສະມາດໂຟນ ເປັນຕົ້ນ ໂດຍເສຍຄ່າທໍານຽມຜ່ານ BCEL ONE, LDB Trust, ຜູ້ທີ່ຕ້ອງການຢ້ຽມຢາມແມ່ນລົງທະບຽນຂໍ້ມູນສ່ວນບຸກຄົນຜ່ານລະບົບທີ່ຖືກອອກແບບໄວ້ແລ້ວ ເຊິ່ງມີເຈົ້າໜ້າທີ່ຄວບຄຸມລະບົບເປັນຜູ້ກວດສອບ ແລະ ອະນຸມັດ ພ້ອມບັນທຶກໄວ້ເປັນຂໍ້ມູນ.

Digital Marketing Agency in Laos - Emerging Digital Solutions

 

ທ່ານກ່າວອີກວ່າ: ມາຮອດປັດຈຸບັນ ບໍລິສັດພວກເຮົາແມ່ນໄດ້ຈັດຕັ້ງປະຕິບັດໂຄງການສໍາເລັດຕາມສັນຍາແລ້ວ 8 ຄ້າຍຄຸມຂັງ ແລະ 1 ສູນບັນຊາຢູ່ກົມ ຄື: ຄ້າຍຄຸມຂັງໂພນຕ້ອງ ນະຄອນຫຼວງວຽງຈັນ, ຄ້າຍຄຸມຂັງນາຄ່າ ນະຄອນຫຼວງວຽງຈັນ, ຄ້າຍຄຸມຂັງຕານປ່ຽວ ແຂວງ ວຽງຈັນ, ຄ້າຍຄຸມຂັງບຸນເໜືອ ແຂວງຜົ້ງສາລີ, ຄ້າຍຄຸມຂັງຄັງໄຂ ແຂວງຊຽງຊວາງ, ຄ້າຍຄຸມຂັງລອງເລີກ ແຂວງຫຼວງພະບາງ, ຄ້າຍຄຸມຂັງແກ້ງຄັນ ແຂວງ ສະຫວັນນະເຂດ, ຄ້າຍຄຸມຂັງບັງລຽງ ແຂວງຈຳປາສັກ ແລະ 1 ສູນບັນຊາອະນຸມັດກົມຕຳຫຼວດຄຸມຂັງ – ດັດສ້າງ. ສ່ວນຄ້າຍຄຸມຂັງຊົ່ວຄາວ ຢູ່ແຕ່ລະແຂວງທົ່ວປະເທດແມ່ນຈະໄດ້ສືບຕໍ່ຂະຫຍາຍຈັດຕັ້ງປະຕິບັດໃຫ້ສຳເລັດຕາມເປົ້າໝາຍ.
ໃນຕອນທ້າຍພິທີ ບັນດາຜູ້ເຂົ້າຮ່ວມກໍໄດ້ຮ່ວມກັນຕັດແຖບຜ້າເພື່ອມອບ – ຮັບຢ່າງເປັນທາງການ.

ທີ່ມາ ເສດຖະກິດການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ