2
ເປີດເທສະການໝາກຂາມຫວານ ທີ່ເມືອງຊະນະຄາມ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 5 February, 2024

ເທສະການໝາກຂາມຫວານ ຕິດພັນກັບການເປີດທ່ອງທ່ຽວລາວ 2024 ທີ່ເມືອງຊະນະຄາມ ໄດ້ໄຂຈັດຢ່າງເປັນທາງການ ໃນວັນ 3 ກຸມພາ 2024 ໂດຍມີ ທ່ານ ພອນແກ້ວ ຂຸນພົນ ຄະນະປະຈຳພັກແຂວງ, ຜູ້ຊີ້ນຳເມືອງຊະນະຄາມ, ທ່ານນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາການນຳແຂວງ, ການນຳເມືອງ, ພ້ອມແຂກຖືກເຊີນຈາກບັນດາແຂວງ,ເມືອງອ້ອມຂ້າງ, ນັກທຸລະກິດ-ຜູ້ປະກອບການຮ້ານຄ້າ ແລະ ກ້ອນກຳລັງມວນຊົນພາຍໃນເມືອງເຂົ້າຮ່ວມ.

ທ່ານ ແກ້ວ ພິມມະວົງ ເຈົ້າເມືອງຊະນະຄາມ ໄດ້ໃຫ້ຮູ້ວ່າ: ການຈັດເທສະການໝາກຂາມຫວານ ທີ່ເມືອງຊະນະຄາມ ໄດ້ເລີ່ມມາແຕ່ ວັນທີ 27 ມັງກອນ ຫາ 4 ກຸມພາ 2024, ໃນປີນີ້ແມ່ນມີຄວາມພິເສດຫລາຍ ເພາະນອກຈາກເປັນການ ອະນຸລັກຮັກສາ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງເຜົ່າຕ່າງໆແລ້ວ ຍັງເຕິດພັນກັບການສ້າງກິດຈະກຳຕ້ອນຮັບປີທ່ອງທ່ຽວລາວ2024 ອີກ. ເມືອງຊະນະຄາມເປັນເມືອງໜຶ່ງ ທີ່ມີຄວາມພົ້ນເດັ່ນໃນການຜະລິດເປັນສິນຄ້າ ໂດຍສະເພາະ ແມ່ນການປູກໝາກຂາມຫວານ ໄດ້ກາຍເປັນສິນຄ້າທີ່ເປັນເອກະລັກຂອງເມືອງຊະນະຄາມ ເຊິ່ງເປັນຂອງຕ້ອນຂອງຝາກຂອງແຂກຄົນທີ່ມາຢ້ຽມຢາມເມືອງຊະນະຄາມ.

Digital Marketing Agency in Laos - Emerging Digital Solutions

ໝາກຂາມຫວານເມືອງຊະນະຄາມ ມີ 5 ແນວພັນຄື: ພັນສີທອງ, ສີຊົມພູ, ປະກາຍທອງ, ອິນທະຜາລຳ ແລະ ພັນຂັນຕີ. ປະຈຸບັນທົ່ວເມືອງມີເນື້ອທີ່ປູກໝາກຂາມຫວານທັງໝົດ 275 ເຮັກຕາ, ມີ 27.000 ຕົ້ນ, ເນື້ອທີ່ໃຫ້ຜົນຜະລິດແລ້ວ 180 ເຮັກຕາ, ຜົນຜະລິດຈໍາໜ່າຍເປັນສິນຄ້າໄດ້ 389 ໂຕນ/ປີ, ຄິດໄລ່ເປັນມູນຄ່າ 9.725 ລ້ານກີບ/ປີ, ເນື້ອທີ່ປູກໃໝ່ທີ່ບໍ່ທັນໄດ້ເກັບຜົນຜະລິດມີ 95 ເຮັກຕາ. ສຳລັບກິດຈະກຳພາຍໃນງານມີ: ງານຕະຫລາດນັດ ຜະລິດຕະພັນສິນຄ້າກະສິກໍາຂອງເມືອງ, ວາງສະແດງສິນຄ້າໂອດັອບ, ປະກວດນາງສາວໝາກຂາມຫວານ ແລະ ການສະແດງສິນລະປະ-ວັນນະຄະດີ.

ໂອກາດນີ້ ທ່ານ ພອນແກ້ວ ຂຸນພົນ ກໍໄດ້ມີເຫັນເປີດງານວ່າ: ເມືອງຊະນະຄາມ ແມ່ນເມືອງໜຶ່ງໃນ 11 ເມືອງຂອງແຂວງວຽງຈັນ, ເປັນເມືອງ ໜຶ່ງທີ່ມີທີ່ຕັ້ງຍຸດທະສາດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ເປັນເມືອງຊາຍແດນ ແລະ ເປັນປ້ອມດ່ານໜ້າຂອງແຂວງວຽງຈັນ, ທັງເປັນເມືອງໜຶ່ງທີ່ມີຄວາມອຸດົມສົມບູນ, ດິນດໍາ-ນໍ້າຊຸ່ມ, ເປັນອູ່ເຂົ້າ-ອູ່ປາຂອງແຂວງວຽງຈັນ, ມີອາກາດຊຸ່ມຊື່ນ, ປະຊາຊົນມີຄວາມສາມັກຄີເປັນປຶກແຜນແໜ້ນໜາ, ມີວັດທະນະທໍາ, ຮີດຄອງປະເພນີທີ່ເປັນເອກະລັກຂອງຕົນ, ມີນໍ້າໃຈໂອບເອື້ອອາລີ ຕໍ່ແຂກຄົນທີ່ມາທ່ອງທ່ຽວຢ້ຽມຢາມ, ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານປູກຝັງ-ລ້ຽງສັດ, ການຄ້າ-ບໍລິຫານ, ການຜະລິດເປັນສິນຄ້າ ໂດຍສະເພາະ ແມ່ນຂະບວນການປູກໝາກຂາມຫວານ ຊຶ່ງໄດ້ກາຍເປັນສິນຄ້າປະຈຳເມືອງຊະນະຄາມ, ເປັນໝາກໄມ້ຊະນິດໜຶ່ງທີ່ມີລົດຊາດຫວານ ທັງເປັນເອກະລັກ, ມີຊື່ສຽງ ແລະ ເປັນທີ່ຕ້ອງການ ຍອມຮັບຂອງສັງຄົມ ຢູ່ພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ດັ່ງຄໍາຂວັນຂອງເມືອງທີ່ວ່າ:
“ເມືອງຊະນະຄາມ ເຂົ້າຂາວສາວງາມ
ໝາກຂາມຫວານລືລັ່ນ ເຫລົ້ານໍ້າກັ່ນລືຊາ
ໃຜໄດ້ມາຢາມຢ້ຽມ ກັບຄືນບໍ່ເມື່ອເປົ່າ
ມີຂອງຕ້ອນຝາກເຈົ້າ ບ່າວສາວຍີ້ມສົ່ງທາງນາ…!”.

ທີ່ມາ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 3 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,537
21,814
thailand (1)
THB
665.24
676.55
european-union
EUR
24,028
24,509
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 3 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,870,000
43,400,000
42,378,000
43,509,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-03T153511.061
ມຽນມ່າ-ຣັດເຊຍ ລົງນາມຂໍ້ຕົກລົງຍົກເວັ້ນວີຊ່າ ຮ່ວມມືດ້ານການເລືອກຕັ້ງ, ພະລັງງານນິວເຄຼຍ ແລະການສົ່ງແຮງງານ
jane - 2025-11-03T144242.859
ນໍ້າຖ້ວມຢູ່ເມືອງສະໜາມໄຊ ເສຍຫາຍ ປະມານ 16 ຕື້ກີບ
jane - 2025-11-03T140714.641
ດວງປະຈຳວັນທີ 03 ພະຈິກ 2025
pele - 2025-11-03T131335.317
ອັດຕະປື ສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 24 ປີ
pele - 2025-11-03T103832.659
ໂຄງການກໍ່ສ້າງໂຮງຮຽນປະຖົມມິດຕະພາບ ຢູ່ເມືອງຄົງເຊໂດນ ສໍາເລັດ 60%
site cover1 - 2025-11-03T100643.852
Carbon Capture ເທັກໂນໂລຊີກ้ູໂລກ ຊ່ວຍໂລກໄດ້ຈິງບໍ? ເທັກໂນໂລຊີກັກເກັບ CO₂ ໜຶ່ງໃນທາງລອດຂອງໂລກ
jane - 2025-11-03T100424.710
ເຝົ້າລະວັງພາຍຸໂຊນຮ້ອນ "ຄັລແມກີ (KALMAEGI)"ທີ່ຈະເຄື່ອນຕົວເຂົ້າໃກ້ຝັ່ງປະເທດຫວຽດນາມໃນຊ່ວງ 6-8 ພະຈິກນີ້ພະຍຸອາດຈະກະທົບລາວໂດຍກົງໃນພາກກາງ-ໃຕ້ ແລະ ອາດຈະເຮັດໃຫ້ມີຝົນຕົກໜັກຢູ່ໃຕ້ຂອງ ສປປ ລາວ
pele - 2025-11-03T095435.439
ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໜັບສະໜູນດ້ານດີຈີຕອນໃຫ້ວຽກງານມະນຸດສະທຳ
jane - 2025-11-03T091432.485
ລາຍງານສະພາບອາກາດປະຈໍາວັນທີ 03 ພະຈິກ 2025
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
ຢ່າລື່ມກົດຕິດຕາມ