2
ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນສາກົນບໍ່ແກ້ວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 6 February, 2024

ສະໜາມບິນສາກົນບໍ່ແກ້ວໄດ້ເປີດບໍລິການ ຢ່າງເປັນທາງການແລ້ວໃນຕອນເຊົ້າຂອງວັນທີ 5 ກຸມພາ 2024 ນີ້ ພາຍຫຼັງລົງມືກໍ່ສ້າງເປັນເວລາ 3 ປີ ນັບແຕ່ປີ 2020 ດ້ວຍມູນຄ່າ 225 ລ້ານກວ່າໂດລາສະຫະລັດ, ຊຶ່ງສາມາດຮອງຮັບຜູ້ໂດຍສານໄດ້ 600 ກວ່າຄົນຕໍ່ວັນ ຖືເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ.

ພິທີເປີດນໍາໃຊ້ສະຫນາມບິນສາກົນແຂວງບໍ່ແກ້ວໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາໃນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ,ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ່າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ, ມີບັນດາຄະນະນໍາຂັ້ນສູງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ວ່າ: ໂຄງກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເພື່ອເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດ ໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ ອໍານວຍຄວາມສະດວກໃນການລົງທຶນ ການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂີດຄວາມສາມາດໃນການພັດທະນາ ພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ແລະ ອື່ນໆ.

ໂຄງການສະໜາມບິນສາກົນບໍ່ແກ້ວ ແມ່ນໜຶ່ງໃນກິດຈະການ ທີ່ໄດ້ລະບຸໄວ້ໃນສັນຍາ ວ່າດ້ວຍການພັດທະນາເຂດເສດຖະກິດ ແລະ ແຫຼ່ງທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄຳ ສະບັບປີ 2007 ແລະ ສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ສະບັບປັບປຸງ2014.

ໂຄງການດັ່ງກ່າວ ເປັນການລົງທຶນຂອງ ບໍລິສັດ ກຣິດເຕີເບເອເລຍອິນເວສເມັນແອນດີເວວລົບເມັ້ນ ຈຳກັດ 100 % ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C, ໃນມູນຄ່າການລົງທຶນທັງໝົດ 225 ລ້ານກວ່າໂດລາສະຫະລັດ, ອາຍຸສຳປະທານ 50 ປີ, ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ແລະ ໄດ້ເລີ່ມມີການກໍ່ສ້າງມາຕັ້ງແຕ່ ວັນທີ 20 ກັນຍາ 2020 ເປັນຕົ້ນມາ.

ການສ້າງສະໜາມບິນສາກົນບໍ່ແກ້ວ ເປັນການຍົກລະດັບມາດຕະຖານ ໃນການບໍລິການທາງອາກາດ ໃຫ້ທຽບເທົ່າສາກົນ, ເປັນການສ້າງລາຍຮັບແກ່ພາກລັດທາງກົງ ແລະ ທາງອ້ອມ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ນອກນັ້ນ ຍັງຈະເປັນການຫຼຸດຜ່ອນການລົງທຶນຂອງພາກລັດ ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ.

ສະໜາມບິນທີ່ດັ່ງກ່າວ ມີເນື້ອທີ່ການກໍ່ສ້າງ 314 ເຮັກຕາ 5.478 ຕາແມັດ, ມີທາງແລ່ນຂຶ້ນ-ລົງຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ, ສາມາດຮັບການລົງຈອດຂອງຍົນແອບັສ A320 ແລະ ໂບອິ້ງ 737, ອາຄານຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນ ໃນເວລາດຽວກັນ, ມີອາຄານຄວບຄຸມການບິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢ່າງເປັນລະບົບ.

ສະໜາມບິນສາກົນບໍ່ແກ້ວຕັ້ງຢູ່ບ້ານສີເມືອງງານ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລ ແມັດ ແລະ ຫ່າງຈາກເທດສະບານເມືອງຕົ້ນເຜິ້ງພຽງ 7 ກິໂລແມັດ ອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງບັນຍາກາດສວຍງາມ ເຊື່ອວ່າຫຼັງຈາກນີ້ຈະມີແຂກຄົນທີ່ເຂົ້າໄປຢ້ຽມຢາມແຂວງບໍ່ແກ້ວເພີ່ມຂຶ້ນ.

ທີ່ມາ: ເສດຖະກິດການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 27 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.24
669.43
european-union
EUR
24,151
24,633
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 27 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
44,520,000
45,050,000
43,985,000
45,159,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
site cover1 - 2025-10-27T152943.350
Casio ເປີດຕົວ ‘Moflin’ ສັດລ້ຽງ AI ຂົນຟູ! ຕອບສະນອງທາງອາລົມດ້ວຍ Emotional AI
jane - 2025-10-27T152608.380
ລາຄາຄຳໂລກໄດ້ຫຼຸດລົງມາເຖິງ 4,082 ໂດລາສະຫະລັດ ຈາກແຮງກົດດັນຂອງການເຈລະຈາທາງການຄ້າລະຫວ່າງສະຫະລັດ ແລະ ຈີນ ພ້ອມກັບຄ່າເງິນໂດລາທີ່ເພີ່ມຄວາມແຂງແຮງຂຶ້ນ.
pele - 2025-10-27T145144.828
ປກສ ແຂວງອຸດົມໄຊ ຈູດທໍາລາຍ ປືນລ່າເນື້ອ 2.345 ກະບອກ ແລະ ຕາປະທັບທີ່ໃຊ້ການບໍ່ໄດ້ ຈຳນວນ 759 ໜ່ວຍ
site cover1 - 2025-10-27T142320.634
ເປີດເຜີຍສະເປັກເຊັນເຊີຮູບພາບ Sony LYT-910: ຂະໜາດເກືອບ 1 ນິ້ວ, ຄວາມລະອຽດ 200 ລ້ານພິກເຊວ,
jane - 2025-10-27T140836.461
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບ ສະຫລອງ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ
pele - 2025-10-27T140403.670
ຄໍາມ່ວນ ຕັ້ງເປົ້າ 47 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane - 2025-10-27T131902.185
ນາຍຍົກ ຕ້ອນຮັບຮອງປະທານທະນາຄານໂລກ ຜູ້ຊີ້ນຳວຽກງານກຸ່ມປະເທດອາຊີຕາເວັນອອກ ແລະ ປາຊີຟິກ
jane - 2025-10-27T113957.405
ອົງການອາຫານໂລກມອບເງິນໃຫ້ຜູ້ໄດ້ຮັບຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ 3,699,000,000 ກີບ
jane - 2025-10-27T111841.625
ລາວ-ຈີນ ປຶກສາຫາລືຮ່ວມມື 5 ປະເດັນສໍາຄັນດ້ານກະສິກຳ, ປ່າໄມ້ ແລະ ການຫລຸດຜ່ອນຄວາມທຸກຍາກ
ຢ່າລື່ມກົດຕິດຕາມ