ປະເທດລາວໄດ້ປະກາດລົບລ້າງການປູກຝິ່ນມາໄດ້ຫຼາຍປີແລ້ວ ແຕ່ຍັງພົບການລັກລອບການປູກຝິ່ນໃນທຸກໆປີ ໂດຍສະເພາະຢູ່ບາງແຂວງພາກເໜືອ ຊຶ່ງຫຼ້າສຸດນີ້ ເຈົ້າໜ້າທີ່ໄດ້ກວດພົບການລັກລອບການປູກຝິ່ນຢູ່ແຂວງຊຽງຂວາງ.
ເຈົ້າໜ້າທີ່ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ ຮ່ວມກັບ ປກສ ເມືອງພູກູດ ແຂວງຊຽງຂວາງ ໄດ້ທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ໃນເນື້ອທີ່ເກືອບ 11.000 ຕາແມັດ ເມື່ອມໍ່ໆມານີ້ຢູ່ເຂດພູແຊວ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງຝິ່ນດັ່ງກ່າວປູກຢູ່ດິນສວນຈໍານວນ 4 ຕອນ, ນອກຈາກທໍາລາຍສວນຝິ່ນແລ້ວ ເຈົ້າໜ້າທີ່ ໄດ້ນຳເອົາຜູ້ລັກລອບປູກຝິ່ນມາສຶກສາອົບຮົມກ່າວເຕືອນ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍໄພອັນຕະລາຍຂອງຢາຝິ່ນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.
ແຫຼ່ງຂໍ້ມູນ: ປກສ ແຂວງຊຽງຂວາງ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |