2
ລາວ ແລະ ແຂວງເຮີຍຫຼົງຈ່ຽງ ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 February, 2024

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)  ແລະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT)  ສາຂາ ແຂວງ ເຮີຍຫຼົງຈ່ຽງ, ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ ການລົງທຶນ.

ອີງຕາມການລາຍງານຂອງ ສຄອຊ ເມື່ອບໍ່ດົນມານີ້ ທ່ານ ນາງ ຈັນທະຈອນ ວົງໄຊ  ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຕ້ອນຮັບ ຄະນະ ສະພາສົ່ງເສີມການຄ້າສາກົນ ສປ ຈີນ (CCPIT) ສາຂາ ແຂວງ ເຮີຍຫຼົງຈ່ຽງ ນໍາໂດຍ ທ່ານ  ຫຼີ ຊວນ ເຊິງ  ຮອງເລຂາທິການ ທີ່ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ.

ຈຸດປະສົງຕົ້ນຕໍໃນການມາຢ້ຽມຢາມຂອງຄະນະດັ່ງກ່າວ ແມ່ນເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ສຄອຊ ແລະ CCPIT ແຂວງ ເຮີຍຫຼົງຈ່ຽງ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເພິ່ມທະວີການຮ່ວມມືເພື່ອຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໂດຍສະເພາະ ສປປ ລາວ ແລະ ແຂວງ ເຮີຍຫຼົງຈ່ຽງ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທິຜົນ ເຊັ່ນ: ຂະແໜງອຸດສາຫະກຳການຜະລິດ, ອຸປະກອນຜະລິດກະສິກຳ, ກົນຈັກ, ການປຸງແຕ່ງກະສິກຳ, ການສຶກສາ ແລະ ອື່ນໆ.

ໃນການພົບປະກັນໃນຄັ້ງນີ້ ທັງສອງຝ່າຍ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື ລະຫວ່າງ ສຄອຊ ແລະ CCPIT ແຂວງ ເຮີຍຫຼົງຈ່ຽງ ເຊິ່ງຕາງໜ້າ ສຄອຊ ໂດຍ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ແລະ ຕາງໜ້າ CCPIT ແຂວງ ເຮີຍຫຼົງຈ່ຽງ ໂດຍ ທ່ານ ຫຼີ ຊວນ ເຊິງ  ຮອງເລຂາທິການ CCPIT ແຂວງ ເຮີຍຫຼົງຈ່ຽງ, ການເຊັນບົດບັນທຶກດັ່ງກ່າວ ຈະເປັນບາດກ້າວໜື່ງທີ່ສຳຄັນ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ເພື່ອພ້ອມກັນຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍ່ຄື ແຂວງ ເຮີຍຫຼົງຈ່ຽງ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທີຜົນ.

ໃນໂອກາດດຽວກັນນີ້ CCPIT ແຂວງ ເຮີຍຫຼົງຈ່ຽງ ໄດ້ເຊື້ອເຊີນໃຫ້ ສຄອຊ ລະດົມຫົວໜ່ວຍທຸລະກິດເຂົ້າຮ່ວມງານສຳຄັນທີ່ ແຂວງ ເຮີຍຫຼົງຈ່ຽງ ເຊັ່ນ: ງານວາງສະແດງ ຈີນ – ລັດເຊຍ ຄັ້ງທີ 8, ງານວາງສະແດງສິນຄ້ານໍາເຂົ້າສົ່ງອອກສິນຄ້າ ນະຄອນຮາບິນ ຄັ້ງທີ 33 ເຊິ່ງຈະຈັດຂື້ນ ໃນລະຫວ່າງ ວັນທີ 15-19 ພຶດສະພາ 2024 ທີ່ ນະຄອນ ຮາບິນ, ແຂວງ ເຮີຍຫຼົງຈ່ຽງ ແລະ ອື່ນໆ. ເຊິ່ງຈະເປັນເວທີໜື່ງທີ່ສຳຄັນໃນການໂຄສະນາເຜີຍແຜ່ສິນຄ້າລາວສູ່ຕະຫຼາດ ຈີນ, ລັດເຊຍ ແລະ ສາກົນ ພ້ອມທັງເປັນເວທີໃນການແລກປ່ຽນບົດຮຽນການດືງດູດການລົງທຶນ ແລະ ຊອກຫາຄູ່ຮ່ວມທຸລະກິດ ເພື່ອພ້ອມກັນພັດທະນາໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ໄດ້ກ່າວວ່າ: “ສຄອຊ ມີຄວາມຍິນດີທີ່ຈະລະດົມຫົວໜ່ວຍທຸລະກິດ ລາວ ທີ່ມີທ່າແຮງເຂົ້າຮ່ວມງານວາງສະແດງດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມການຮ່ວມມື ແລະ ເປີດໂອກາດທາງທຸລະກິດໃຫ້ກັບທັງ 2 ຝ່າຍ”.

ພ້ອມດຽວກັນນີ້ ຮອງປະທານ ສຄອຊ ຍັງໄດ້ສະເໜີຂໍນະໂຍບາຍພິເສດແກ່ຫົວໜ່ວຍທຸລະກິດລາວກ່ຽວກັບລາຄາເຊົ່າຫ້ອງວາງສະແດງ, ທີ່ພັກເຊົາ ແລະ ອື່ນໆ ເພື່ອຫຼຸດຜ່ອນຕົ້ນທຶນໃນການເຂົ້າຮ່ວມງານ ແລະ ຍັງໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຈາກ ແຂວງເຮີຍຫຼົງຈ່ຽງ ເຂົ້າມາດຳເນີນທຸລະກິດຢູ່ ສປປ ລາວ ຮ່ວມກັນຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານທຸລະກິດລະຫວ່າງ ລາວ – ແຂວງ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ມີປະສິດທີຜົນ.

ແຂວງ ເຮີຍຫຼົງຈ່ຽງ ນອກຈາກມີທ່າແຮງທາງດ້ານອຸດສາຫະກຳການຜະລິດ, ການປຸງແຕ່ງກະສິກຳ, ເຄື່ອງກົນຈັກແລ້ວຍັງມີຫຼາຍແຫຼ່ງທ່ອງທ່ຽວທີ່ມີຊື່ສຽງປະສົມປະສານວັດທະນະທຳ ອາຊີ ແລະ ເອີຣົບ, ໂດຍສະເພາະແມ່ນ ງານມະຫາກຳແກະສະຫຼັກຫິມະ ແລະ ນໍ້າກ້ອນ ແລະ ອື່ນໆ. ເຊິ່ງເປັນອີກ 1 ທ່າແຮງໃນການຮ່ວມມືທາງດ້ານການທ່ອງທ່ຽວ ແລະ ວັດທະນະທຳ ຂອງສອງຝ່າຍ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ