2
ປະຊາຊົນ ປູກກາເຟ ສົ່ງອອກໄປຝຣັ່ງ ສ້າງລາຍຮັບກວ່າ 1 ຕື້ກີບ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 February, 2024

ໂຄງການພັດທະນາປ່ຽນແທນການປູກຝິ່ນ ໄດ້ຫັນໃຫ້ ປະຊາຊົນບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ ມາຜະລິດກາເຟເປັນສີນຄ້າເພື່ອສົ່ງອອກ ໄປປະເທດຝຣັ່ງ ຈົນສ້າງລາຍຮັບໄດ້ກວ່າ 1 ຕື້ກີບ.

ໂດຍໂຄງການດັ່ງກ່າວໄດ້ເລີ່ມຕັ້ງແຕ່ປີ 2016 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດ ລຸກຊຳບວກ, ສະຫະລັດອາເມຣິກາ ແລະ ອົງການ ສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດສະຍາກຳ (UNODC) ພ້ອມດ້ວຍຄະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດຂັ້ນສູນກາງ. ໂດຍແນໃສ່ການສົ່ງເສີມ ສ້າງອາຊີບ ສ້າງລາຍຮັບແບບຍືນຍົງ ໃຫ້ປະຊາຊົນ ແລະ ສົ່ງເສີມການປູກກາເຟໃຫ້ກາຍເປັນສິນຄ້າທີ່ສາມາດສົ່ງອອກໄດ້.

ທ່ານ ນ. ສົມພອນ ສິນໄຊປັນຍາ ພະນັກງານສົ່ງເສີມຂອງໂຄງການ UNODC ປະຈຳເມືອງ ຊຳເໜືອແຂວງຫົວພັນ ໄດ້ກ່າວວ່າ: ໂຄງການດັ່ງກ່າວໄດ້ຊຸກຍູ້ ສົ່ງເສີມປະຊາຊົນ 12 ບ້ານ ໃນ 4​ ເມືອງ ຂອງແຂວງຫົວພັນ, ໂດຍກິດຈະກຳຫຼັກໆ ແມ່ນສົ່ງເສີມການປູກກາເຟ. ສະເພາະໃນບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ ໄດ້ມີ 30 ຄອບຄົວທີ່ປູກກາເຟ ໃນພື້ນທີ່ກວ່າ 30 ເຮັກຕ້າ ແລະ ມີຕົ້ນກາເຟຢູ່ປະມານ 105.000 ຕົ້ນ.

ປະຊາຊົນ ບ້ານບອນ ໄດ້ເລີ່ມປູກກາເຟ ມາຕັ້ງແຕ່ປີ 2018 ແລະ ໄດ້ເລີ່ມເກັບກ່ຽວຂາຍເປັນສິນຄ້າໄດ້ໃນປີ 2021. ໂດຍຕະຫຼາດຫຼັກທີ່ປະຊາຊົນບ້ານບອນ ສົ່ງອອກກາເຟແມ່ນ ສົ່ງໄປປະເທດຝຣັ່ງ ພາຍໃຕ້ສັນຍາຂອງໂຄງການ ແລະ ບໍລິສັດ ມາລອງໂກ ທີ່ໄດ້ມີການເຊັນສັນຍາກັນທຸກປີ. ເຊິ່ງໃນປີ 2023 ທີ່ຜ່ານມາສາມາດສ້າງລາຍຮັບໄດ້ກວ່າ 1 ຕື້ກີບ ເພີ່ມຂຶ້ນຈາກປີ 2022 ທີ່ຂາຍໄດ້ 600 ລ້ານກີບ. ສ່ວນຕະຫຼາດພາຍໃນ ກໍຈະມີການຂາຍຍ່ອຍທົ່ວໄປ ຕາມທ້ອງຕະຫຼາດໃນທ້ອງຖິ່ນ.

ທ່ານ ນ. ສົມພອນ ກ່າວໃຫ້ຮູ້ອີກວ່າ ໂຄງການນີ້ໄດ້ສະໜອງ ແນວພັນ ແລະ ອຸປະກອນ ກ່ຽວກັບການເຮັດກາເຟ ພ້ອມທັງສູນປຸງແຕ່ງ, ລານຕາກກາເຟ ແລະ ເລື່ອງຂອງເຕັກນິກວິຊາການ ເພື່ອໃຫ້ກາເຟທີ່ປະຊາຊົນຜະລິດອອກມານັ້ນໄດ້ມາດຕະຖານ ແລະ ສາມາດສົ່ງອອກໄປຂາຍໄດ້.

ໃນໄລຍະທີ່ຜ່ານມາ ປະຊາຊົນ ບ້ານບອນ ເມືອງ ຊຳເໜືອ ແຂວງຫົວພັນ ແມ່ນນິຍົມການປູກສາລີ, ມັນຕົ້ນ ແລະ ສາຄູ ເຊິ່ງລາຍຮັບກໍໜ້ອຍບໍ່ຄົງທີ່ ແລະ ບໍ່ກຸ້ມຢູ່ກຸ້ມກິນ

ທ່ານ ນ. ສົມພອນ ກ່າວວ່າ: “ນັບຕັ້ງແຕ່ລິເລີ່ມໂຄງການມາ ເຫັນໄດ້ວ່າ ຄຸນນະພາບຊີວິດຂອງປະຊາຊົນໃນບ້ານແມ່ນດີຂຶ້ນເລື້ອຍໆ ບາງຄອບຄົວ ສາມາດສ້າງລາຍຮັບຈາກການຂາຍຜົນຜະລິດໄດ້ 100 ກວ່າລ້ານກີບ ເຊິ່ງເພີ່ມຂຶ້ນຫຼາຍຈາກເມື່ອກ່ອນ ແລະ ດີກວ່າການປູກພືດຊະນິດອື່ນໆທີ່ຜ່ານມາ”.

ໂດຍ ສາຍພັນກາເຟ ທີ່ປູກໃນ ບ້ານ ບອນ ເມືອງ ຊຳເໜືອ ແຂວງຫົວພັນ  ແມ່ນສາຍພັນ ອາຣາບິກ້າ ຕີມໍ ເຊິ່ງເປັນສາຍພັນທີ່ເໝາະສົມກັບສະພາບອາກາດ ແລະ ສະພາບແວດລ້ອມ ໃນພື້ນທີ່ດັ່ງກ່າວຫຼາຍທີ່ສຸດ ແລະ ເປັນສາຍພັນທີ່ຕະຫຼາດນິຍົມ ແລະ ມີລາຄາດີ. ໃນແຕ່ລະປີ ປະຊາຊົນຈະເລີ່ມເກັບກ່ຽວຜົນຜະລິດໃນເດືອນກັນຍາ ໄປຫາ ເດືອນເມສາຂອງປີ ຕໍ່ໄປ ຈາກນັ້ນຈະຕັດແຕ່ງບຳລຸງຕົ້ນໝຸນວຽນໄປ ແບບນີ້ເລື້ອຍໆ.

ໃນອະນາຄົດ ໂຄງການດັ່ງກ່າວ ຈະມີການຂະຫຍາຍອອກໄປໃນແຕ່ລະບ້ານໃຫ້ຫຼາຍຂຶ້ນ ແລະ ຈະມີການຊອກຕະຫຼາດຕ່າງໆ ຕື່ມອີກ ທັງພາຍນອກ ແລະ ພາຍໃນ. ເພື່ອຫັນໃຫ້ສະມາຊິກ ຊຸມຊົນໃຫ້ມີລາຍໄດ້ທີ່ໝັ້ນຄົງ ແລະ ກ້າວເຂົ້າສູ່ການປູກພືດໃຫ້ເປັນເສດຖະກິດ ໃຫ້ຫຼາຍຂຶ້ນ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ