
ອະນາຄົດດັບຍ້ອນຄ້າຂາຍຢາເສບຕິດ
ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກໄດ້ຈັບ 2 ສ່ຽວ ຄ້າຂາຍຢາເສບຕິດປະເພດຢາບ້າ ພ້ອມຂອງກາງຢາບ້າ 6.000 ເມັດ ເມື່ອມໍ່ໆມານີ້ ຢູ່ເຂດບ້ານຫຼັກ16 ເມືອງບາຈຽງ ແຂວງຈຳປາສັກ.
ຜູ້ຖືກຈັບທັງສອງຄົນເປັນສ່ຽວກັນ, ຊື່ ທ້າວແສງດາວ ຫຼື ນ້ອຍ ອາຍຸ 41 ປີ ແລະ ທ້າວ ວັນນີ ຫຼື ແກ ອາຍຸ 42 ປີ ຢູ່ ບ້ານແກແລ ເມືອງປະທຸມພອນ ແຂວງຈໍາປາສັກ.
ກ່ອນທີ່ຈະຈັບກຸມຜູ້ຕ້ອງຫາ 2 ຄົນດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກ ໄດ້ລົງຕັ້ງຈຸດກວດກາຢູ່ເຂດບ້ານຫຼັກ16 ເມືອງບາຈຽງ ແຂວງຈຳປາສັກ ແລະ ໄດ້ກັກລົດຕູ້ຮຸນໄດ ສີຂາວ ທະບຽນ ກກ 5256 ອຸດົມໄຊ ແລະ ກວດຄົ້ນພົບເຫັນ ຢາບ້າ ຈໍ່ນວນດັ່ງກ່າວ ຊຸກເຊື່ອງໄວ້ຢູ່ໃນລົດ.
ທີ່ມາ VientianeTimes
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Thursday, 30 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














