2
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກຳນົດ ແຜນວຽກ ຕັ້ງເປົ້ານຳລາຍຮັບເງິນຕາຕ່າງປະເທດ ເຂົ້າລະບົບທະນາຄານໃຫ້ໄດ້ຢ່າງໜ້ອຍ 70%
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 12 February, 2024

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກຳນົດ ແຜນວຽກຄຸ້ມຄອງເງິນຕາຕ່າງປະເທດ ປີ 2024 ຕັ້ງເປົ້າ ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ກ່າວໃຫ້ຮູ້ເມື່ອບໍ່ດົນມານີ້ ກ່ຽວກັບທິດທາງໃນຕໍ່ໜ້າກ່ຽວກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ ວ່າ:  ໃນປີ 2024 ແລະ ໃນຕໍ່ໜ້າ ທຫລ ຈະສືບຕໍ່ຄຸ້ມຄອງແຫຼ່ງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານເພີ່ມຂື້ນ, ສ້າງຄວາມສົມດຸນລະຫວ່າງກະແສເງິນຕາເຂົ້າ-ອອກໄປເພື່ອຊຳລະກັບຕ່າງປະເທດ, ສ້າງຄວາມເຂັ້ມແຂງຄັງສຳຮອງເງິນຕາຕ່າງປະເທດສາມາດກຸ້ມການນຳເຂົ້າຫຼາຍກວ່າ 5 ເດືອນ ແລະ ບັນລຸຄາດໝາຍມະຕິສະພາແຫ່ງຊາດກຳນົດ, ນຳລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ເຂົ້າລະບົບທະນາຄານໃນ ສປປ ລາວ ໃຫ້ໄດ້ຢ່າງໜ້ອຍ 70%.

ໂດຍ ທຫລ ຈະສ້າງ ແລະ ປັບປຸງນິຕິກຳລຸ່ມກົດໝາຍເປັນຕົ້ນ: ຂໍ້ກຳນົດກ່ຽວກັບການຄຸ້ມຄອງລາຍຮັບເງິນຕາຫົວໜ່ວຍຜູ້ສົ່ງອອກເພື່ອແລກເງິນຕາກັບລະບົບທະນາຄານຕາມສັດສ່ວນຂັ້ນຕ່ຳ, ກຳນົດເປົ້າໝາຍການນຳໃຊ້ເງິນຕາໃນ ສປປລາວ, ການຄຸ້ມຄອງເງິນຕາຈາກລາຍຮັບແຮງງານ, ການທ່ອງທ່ຽວ, ການເປີດບັນຊີເງິນຕາຕ່າງປະເທດຢູ່ພາຍໃນ ແລະ ຕ່າງປະເທດ; ຄຸ້ມຄອງກະແສເງິນຕາຕ່າງປະເທດດ້ານການຄ້າລະຫວ່າງປະເທດ ໂດຍໃຫ້ສຳເລັດການເປີດ/ຫັນບັນຊີເງິນຝາກສະເພາະບໍລິສັດນຳເຂົ້າ-ສົ່ງອອກໃນໄຕມາດ 1 ປິ 2024.

ທຫລ ຈະເລັ່ງພັດທະນາລະບົບການຄຸ້ມຄອງກະແສເງິນຕາຕ່າງປະເທດໃຫ້ທົດລອງນຳໃຊ້ໃນໄຕມາດ 1 ປີ 2024 ແລະ ມີການຄຸ້ມຄອງຕິດຕາມແບບອອນລາຍໂດຍເຊື່ອມໂຍງກັບຂະແໜງການ (ການເງິນ, ການຄ້າ ແລະ ທະນາຄານ); ຕິດຕາມຫົວໜ່ວຍຜູ້ສົ່ງອອກ ນໍາລາຍຮັບເງິນຕາເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານ ຕາມໄລຍະເວລາ ແລະ ອັດຕາສ່ວນນຳລາຍຮັບເຂົ້າມາ ພ້ອມທັງຂາຍອັດຕາສ່ວນຂັ້ນຕ່ຳໃຫ້ແກ່ລະບົບທະນາຄານ; ລົງຕິດຕາມຊຸກຍູ້ວຽກງານຄຸ້ມຄອງເງິນຕາຕ່າງປະເທດນຳຫົວໜ່ວຍສົ່ງອອກ ແຕ່ລະຂະແໜງການຢູ່ທ້ອງຖິ່ນໃນດ່ານທີ່ມີການສົ່ງອອກເພື່ອນຳລາຍຮັບເງິນຕາເຂົ້າມາຕາມລະບຽບການ; ຄຸ້ມຄອງການອະນຸຍາດໂອນເງິນເພື່ອຊຳລະກັບຕ່າງປະເທດໂດຍສະເພາະຊຳລະສິນຄ້າ ແລະ ການບໍລິການທີ່ມີລັກສະນະຟຸມເຟືອຍຂອງບຸກຄົນ ແລະ ນິຕິບຸກຄົນຜ່ານທະນາຄານທຸລະກິດ (ເປັນຕົ້ນການໂອນເງິນຊື້ອະສັງຫາລິມະຊັບ, ພາຫະນະ ແລະ ອື່ນໆ).

ກົມຄຸ້ມຄອງເງິນຕາຕ່າງປະເທດ ຈະເອົາໃຈໃສ່ຄຸ້ມຄອງກະແສການລົງທຶນໂດຍກົງຕ່າງປະເທດທັງສູນກາງ ແລະ ທ້ອງຖິ່ນໃຫ້ມາຢັ້ງຢືນທຶນໃຫ້ທັນເວລາ, ຕ້ອງໃຫ້ຜູ້ລົງທຶນຕ່າງປະເທດເປີດບັນຊີກະກຽມການລົງທຶນກັບທະນາຄານທຸລະກິດ ກ່ອນໄດ້ຮັບອະນຸຍາດລົງທຶນ ຫຼື ທະບຽນວິສາຫະກິດແລະ/ຫຼື ຫັນບັນຊີເງິນຝາກສະເພາະກ່ຽວກັບການລົງທຶນ; ຊຸກຍູ້ຫົວໜ່ວຍ FDI ແລກປ່ຽນເງິນນຳທະນາຄານຜ່ານບັນຊີດັ່ງກ່າວເມື່ອມີການໃຊ້ຈ່າຍຢູ່ພາຍໃນ ສປປ ລາວ ເປັນເງິນກີບເປັນຕົ້ນຄ່າສິນຄ້າ, ຄ່າບໍລິການ, ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ອື່ນໆ; ສ້າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດໃນລະດັບຄວບຄຸມໄດ້ ແລະ ກຳນົດຂອບເຂດເພດານອະນຸຍາດກູ້ຢືມຕ່າງປະເທດຂອງຂະແໜງການ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ສະຖາບັນການເງິນທີບໍ່ແມ່ນທະນາຄານ) ໃຫ້ຢູ່ລະດັບລວມສະເລ່ຍ 60-70% ຂອງ GDP ໃນ 5 ປີຕໍ່ໜ້າ.

ນອກຈາກນີ້ ທຫລ ຍັງຈະສົ່ງເສີມການນຳໃຊ້ສະກຸນທ້ອງຖິ່ນໃນການຊຳລະກັບປະເທດອ້ອມຂ້າງຂອງພາກທຸລະກິດໂດຍສະເພາະກີບ-ດົງ, ກີບ-ຢວນ ແລະ ກີບ-ບາດ; ຕິດຕາມກວດກາການເຄື່ອນໄຫວທຸລະກໍາການເງິນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ເປັນຕົ້ນການແລກປ່ຽນບໍ່ຖືກຕ້ອງໃຫ້ຫຼຸດລົງ, ການໂອນເງິນດ່ວນຜ່ານບັນຊີ, ໂດຍສະເພາະການເປີດບັນຊີການສົ່ງອອກ-ນຳເຂົ້າ ແລະ ການເປີດບັນຊີການລົງທຶນ.

ໃນໄລຍະທີ່ຜ່ານມາ ກົມຄຸມຄອງເງິນຕາຕ່າງປະເທດ ກໍຄື ຫທລ ໄດ້ມີຄວາມພະຍາຍາມ ດຶງດູດ ແລະ ກຳນົດໃຫ້ການເຮັດທຸລະກຳທາງການເງິນຕ່າງໆ ຂອງທັງພາກລັດ ແລະ ເອກະຊົນ ທັງການອອກລະບຽບໃຫ້ ບໍລິສັດ ຜູ້ນຳເຂົ້າ-ສົ່ງອອກສິນຄ້າ ມາເປີດບັນຊີກັບທະນາຄານທຸລະກິດໃນ ສປປ ລາວ ລວມໄປຮອດການກະກຽມການເປີດນຳໃຊ້ລະບົບ CMS ຫຼື ລະບົບຄຸ້ມຄອງກະແສເງິນຕາຕ່າງປະເທດ ເພື່ອທີ່ຈະຊ່ວຍພາກລັດ, ຜູ້ປະກອບການ ແລະ ທະນາຄານໃຫ້ສາມາດຄຸ້ມຄອງຕິດຕາມກະແສການເງິນຈາກຕ່າງປະເທດທັງໃນເວລາທີ່ສົ່ງອອກ-ນຳເຂົ້າ ຫຼືວ່າຈະເປັນການລົງທຶນຈາກຕ່າງປະເທດໃຫ້ມີຄວາມສະດວກສະບາຍ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ