2
ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 12 February, 2024

ກອງປະຊຸມວຽກງານ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງມື້ວັນທີ 12 ກຸມພາ 2024 ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ.

ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ  ປະຈຳປີ 2023 ແລະ ກໍານົດທິດທາງແຜນການ ປະຈໍາປີ 2024.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ໄດ້ກ່າວເປີດກອງປະຊຸມໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ກອງປະຊຸມວຽກງານ ຖວທ ໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ, ຈຸດປະສົງຂອງກອງປະຊຸມ ພວກເຮົາຈະ​ໄດ້ພ້ອມກັນສະຫຼຸບຕີລາຄາ​ຄືນການຈັດຕັ້ງປະຕິບັດວຽກງານວຽກງານ ຖວທ ໃນໄລຍະ 1 ປີຜ່ານມາ ແລະ ວາງ​ທິດທາງແຜນການປະຈໍາປີ 2024; ພ້ອມ​ກັນ​ນີ້,  ໃນຕອນທ້າຍຂອງກອງປະຊຸມ, ພວກເຮົາຈະໄດ້ພ້ອມກັນຮັບຟັງການໃຫ້ກຽດໂອ້ລົມ ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດປົກຄອງ ແລະວັດທະນະທຳ – ສັງຄົມ ເພື່ອເປັນການຊີ້ທິດເຍືອງທາງໃນການສືບ​ຕໍ່ຜັນຂະຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ວຽກ​ງານ​ຖວ​ທ ຂອງພວກເຮົາໃຫ້ມີບາດກ້າວໃໝ່ທີ່ໂດດເດັ່ນຂຶ້ນກວ່າເກົ່າໃນຕໍ່ໜ້າ ແລະ ໃນໂອກາດທີ່ຄະນະຜູ້ແທນຈາກສູນກາງ ແລະ ທ້ອງຖີ່ນໄດ້ມາປະຊຸມຮ່ວມກັນນີ້ ຍັງຈະມີພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2024 ໃຫ້ແກ່ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວໃນຄັ້ງນີ້ດ້ວຍ.

ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ເຊິ່ງເປັນປັດໄຈປະກອບສ່ວນ ເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາ ໃຫ້ທຽບທັນກັບບັນດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າ ຂອງຂະບວນວິວັດແຫ່ງການພັດທະນາໃນໂລກໄດ້; ໃນ​ຕະ​ຫຼອດ​ໄລ​ຍະ 01 ປີ​ຜ່ານ​ມາຄະນະພັກ, ຄະນະນຳແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນການນໍາພາ – ຊີ້ນຳວຽກງານ ຖວທ ຢ່າງໃກ້ຊິດຕິດແທດ ເຊິ່ງມັນໄດ້ສະແດງອອກໃນການເອົາໃຈໃສ່ຕໍ່ກັບການ ກຳນົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ; ພະນັກງານ- ລັດຖະກອນ ທົ່ວຂະແໜງການ ຖວທ ພວກເຮົາກໍໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃນນີ້ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ຖວທ ແຂວງ ແລະ ນະຄອນຫຼວງ ແມ່ນໄດ້ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ ສາມາດເຮັດໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນອັນໄດ້ເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜົນສຳເລັດຫຼາຍດ້ານທັງດ້ານປະລິມານ ແລະ ຄຸນນະພາບ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ,ພ້ອມທັງເຮັດໃຫ້ຊາດເຮົາມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸກໍຄືຈິດໃຈນັບມື້ນັບດີຂຶ້ນໄປເລື້ອຍໆ.

ຄຽງຄູ່ກັບດ້ານຕັ້ງໜ້າທີ່ໄດ້ກ່າວມາຂ້າງເທິງນັ້ນ ເຫັນວ່າ: ວຽກງານ ຖວທ ກໍຍັງມີບາງຈຸດອ່ອນ – ຂໍ້ຄົງຄ້າງຢູ່ບໍ່ໜ້ອຍ  ອັນເປັນພື້ນຖານ ຖ່ວງດຶງການພັດທະນາວຽກງານ ຖວທ ໃນທາງກົງແລະ ທາງອ້ອມ ບວກກັບສະພາບຄວາມຫຸຍ້ງຍາກທາງດ້ານເສດຖະກິດ,ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ນໍ້າມັນແພງ ແລະ ບາງປະກົດການຫຍໍ້ທໍ້ຕໍ່ກັບການດຳລົງຊິວິດ ຍິ່ງເຮັດໃຫ້ສະພາບລວມໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຢູ່ທັງສູນກາງ ແລະ ທ້ອງຖິ່ນ ພົບຄວາມຫຍຸ້ງຍາກຂຶ້ນຕື່ມ, ຂາດຄວາມຕໍ່ເນື່ອງ ເປັນສາເຫດອັນໜຶ່ງທີ່ເຮັດໃຫ້ພວກເຮົາບໍ່ສາມາດບັນລຸຜົນສຳເລັດ ໃນບາງວຽກງານໄດ້ຕາມແຜນການ, ແຜນງານ,ໂຄງການແລະຄາດໜາຍສູ້ຊົນຕ່າງໆ ທີ່ວາງໄວ້.

ແຕ່ເຖິງຢ່າງໃດກໍຕາມ ໂດຍລວມແລ້ວ, ຂ້າພະເຈົ້າ ຍັງຂໍຢືນຢັນຕີລາຄາວ່າ: ການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນ 1 ປີຜ່ານມາ ແມ່ນຍັງສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ, ມີຜົນສຳເລັດຫຼາຍດ້ານ ແລະມີອັນພົ້ນເດັ່ນ; ແຕ່ກໍປາສະຈາກບໍ່ໄດ້ບາງວຽກງານ ທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການທີ່ໄດ້ກຳນົດໄວ້ ໃນປີ 2023.

ສະນັ້ນ, ໃນກອງປະຊຸມມື້ນີ້ ຂ້າພະເຈົ້າ ຈຶ່ງຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມຈົ່ງພ້ອມກັນຄົ້ນຄວ້າ ລົງເລິກຕີລາຄາ ບົນພື້ນຖານຮ່າງບົດສະຫຼຸບວຽກງານ ຖວທ ປະຈຳປີ 2023ແລະ ທິດທາງແຜນການປະຈໍາປີ 2024 ເພື່ອຊ່ວຍປະກອບຄໍາຄິດຄໍາເຫັນ  ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງພາວະວິໄສ,ກົງໄປກົງມາ ເພື່ອພ້ອມກັນເສີມຂະຫຍາຍດ້ານຕັ້ງໜ້າໄປຄຽງຄູ່ກັບການ ຕີ​ຖອຍດ້ານອອ່ນ – ຂໍ້ຄົງຄ້າງ, ຊອກຫາສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃຫ້ມີຄວາມສອດຄ່ອງ, ເໝາະສົມກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນ 1 ປີຜ່ານມາ ແລະ ມາດຕະການຈະຈັດຕັ້ງປະຕິບັດໃນຕໍ່ໜ້າ ແນ່ໃສ່ໃຫ້ການພັດທະນາວຽກງານ ຖວທ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ, ໜັກແໜ້ນ ແລະ ຍາດໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າໃນຕໍ່ໜ້າ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ