
ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກັກຕົວ ທ້າວ ຈ້າວຢຸ່ນຊ່ານ ອາຍຸ 36 ປີ, ເຊື້ອຊາດຈີນ, ສັນຊາດຈີນ ຊຶ່ງປະຈຸບັນ ຢູ່ບ້ານ ຫ່າງປ້າງ ເມືອງ ມົງໂປຊຽນ ແຂວງ ເມິງໂປ ປະເທດມຽນມາ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ເຊັ່ນ: ຢາບ້າຈຳນວນ 103 ເມັດ, ຢາເຄຕາມິນຈຳນວນ 1 ຖົງໃຫຍ່ ແລະ 1 ຖົງນ້ອຍ, ຢາອີ ຈຳນວນ 52 ເມັດ, ຂາຄູ່ຈຳນວນ 94 ຖົງໃຫຍ່ ແລະ 298 ຖົງນ້ອຍ, ແປ້ງຝຸ່ນ ຈຳນວນ 6 ຖົງນ້ອຍ, ຄໍລາເຈັນ ຈຳນວນ 29 ຊອງ, ຢາເມັດສີສົ້ມ ຈໍານວນ 23 ເມັດ ແລະ ຢາເມັດສີບົວ ຈໍານວນ 8 ເມັດ, ນໍ້າສີດໍາ ຈຳນວນ 2 ຕຸກໃຫຍ່ ແລະ 1 ຕຸກນ້ອຍ, ແປ້ງຝຸ່ນສີນ້ຳຕານ ຈຳນວນ 1 ກະປູກ.
ຈຸດກວດພົບຂອງກາງຢາເສບຕິດດັ່ງກ່າວ ແມ່ນຢູ່ທີ່ຈຸດກວດການໍ້າເກິງ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ມີຜູ້ຊາຍ 1 ຄົນ ຂີ່ລົດໂດຍສານມາແຕ່ ເມືອງ ຕົ້ນເຜິ້ງ ເພື່ອທີ່ຈະເດີນທາງເຂົ້າເມືອງຫ້ວຍຊາຍ ໂດຍຜ່ານຈຸດກວດການ້ຳເກິງ, ເຈົ້າໜ້າທີ່ ຈຶ່ງໄດ້ສັນຍານໃຫ້ຈອດລົດ ເພື່ອກວດກາເອກະສານລົດ ແລະ ຕົວຕົນຜູ້ໂດຍສານ ແລະ ໄດ້ພົບເຫັນຢາເສບຕິດຢູ່ໃນກະເປົ໋າຂອງທ້າວ ຈ້າວຢຸ່ນຊ່ານ ໃນວັນທີ 6 ກຸມພາ 2024 ຜ່ານມານີ້.
ເຈົ້າໜ້າທີ່ຢູ່ຈຸດກວດກາດັ່ງກ່າວ ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມກັບຂອງກາງສົ່ງໃຫ້ພະແນກທີ່ກ່ຽວຂ້ອງ ເພື່ອດໍາເນີນຕາມລະບຽບກົດໝາຍ.
ແຫຼ່ງຂ່າວ: ປກສ ແຂວງບໍ່ແກ້ວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













