2
ຍີ່ປຸ່ນ ຊ່ວຍເຫຼືອທຶນກໍ່ສ້າງຂົວຈົມ 3 ແຫ່ງຢູ່ເມືອງປາກອູ, ໂພນໄຊ ແລະ ປາກແຊງ ແຂວງຫຼວງພະບາງ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 14 February, 2024

ລັດຖະບານຍີ່ປຸ່ນຊ່ວຍເຫຼືອທຶນກໍ່ສ້າງຂົວຈົມ 3 ແຫ່ງຢູ່ເມືອງປາກອູ, ໂພນໄຊ ແລະ ປາກແຊງ ແຂວງຫຼວງພະບາງເປັນມູນຄ່າປະມານ 64O.000 ໂດລາ ເພື່ອປັບປຸງລະດັບໂຄງລ່າງພື້ນຖານ ໃນແຂວງຫຼວງພະບາງ ພາຍໃຕ້ໂຄງການຊ່ວຍເຫຼືອຜ່ານອົງການ NGO ຍີ່ປຸ່ນ.

ພິທີເຊັນສັນຍາກ່ຽວກັບໂຄງການດັ່ງກ່າວ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ນະກະໂອະ ທະດະຮິໂກະ ປະທານອົງການ ຄູ່ຮ່ວມພັດທະນາໂຄງລ່າງພື້ນຖານສາກົນ (Japan Infrastructure Partners).

ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ກ່າວໃນພິທີວ່າ:  “ແຂວງຫຼວງພະບາງເປັນເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທັງພາຍໃນ ແລະ ຕ່າງປະເທດ ຊຶ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນໃນ 2-3 ປີມານີ້ ໄດ້ກາຍເປັນການຍົກລະດັບໂຄງລ່າງພື້ນຖານຂອງແຂວງຢ່າງກ້າວກະໂດດ. ແຕ່ເນື່ອງຈາກວ່າ ແຂວງຫຼວງພະບາງມີເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ ແລະ ແມ່ນ້ຳລຳເຊໄຫຼຜ່ານຫຼາຍ ເຮັດໃຫ້ຍັງມີຫຼາຍບ່ອນທີ່ລົດບໍ່ສາມາດຜ່ານໄປໄດ້ ຍ້ອນລະດັບນ້ຳທີ່ເພີ່ມຂຶ້ນໃນລະດູຝົນ. ຕໍ່ສະພາບການດັ່ງກ່າວ ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ການທຳມາຫາກິນ ແລະ ດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ຊຶ່ງເປັນສາເຫດຫຼັກທີ່ພາໃຫ້ເກີດມີຄວາມແຕກໂຕນດ້ານຄວາມເປັນຢູ່ພາຍໃນແຂວງ”.

ທ່ານ ໂຄບະຢະຊິ ໄດ້ກ່າວຕື່ມວ່າ:  “ຂ້າພະເຈົ້າຄາດຫວັງວ່າ ການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນໃຫ້ການເດີນທາງໄປມາຫາສູ່ກັນຂອງປະຊາຊົນໃນ 3 ເມືອງຈະໄດ້ຮັບການປັບປຸງ ແລະ ຍັງເປັນການກະຕຸ້ນເສດຖະກິດໃນທ້ອງຖິ່ນ ທີ່ຊ່ວຍໃຫ້ສະພາບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບ, ພ້ອມທັງກາຍເປັນການສ້າງພື້ນຖານໃນການພັດທະນາໂຄງລ່າງພື້ນຖານທີ່ຍືນຍົງໃນອະນາຄົດອີກດ້ວຍ”; ໂຄງການຊ່ວຍເຫຼືອຜ່ານອົງການບໍ່ສັງກັດລັດຖະບານ (NGO) ຍີ່ປຸ່ນແມ່ນ ໄດ້ຮັບການສະໜອງທຶນຈາກກະຊວງການຕ່າງປະເທດຍີ່ປຸ່ນ ເພື່ອໃຫ້ອົງການ NGO ຍີ່ປຸ່ນເປັນຜູ້ວາງແຜນ ແລະ ນຳໃຊ້ໃນການຈັດຕັ້ງປະຕິບັດໂຄງການ ເພື່ອການພັດທະນາເສດຖະກິດ-ສັງຄົມໃນປະເທດກຳລັງພັດທະນາ ລວມເຖິງ ສປປ ລາວ.

ໃນໄລຍະ 5 ປີຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນດ້ານ ການສຶກສາ, ສາທາລະນະສຸກ, ເກັບກູ້ລະເບີດບໍ່ທັນແຕກ, ການທ່ອງທ່ຽວ ແລະ ດ້ານອື່ນໆ ລວມເປັນມູນຄ່າຫຼາຍກວ່າ 13 ລ້ານໂດລາ. ປະເທດຍີ່ປຸ່ນຈະສືບຕໍ່ຮ່ວມມືກັບອົງການ NGO ເພື່ອໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ແຫຼ່ງຂໍ້ມູນ: ສະຖານທູດຍີ່ປຸ່ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
ຢ່າລື່ມກົດຕິດຕາມ