
ເມືອງຕົ້ນເຜິ້ງ ຮື້ຖອນປ້າຍໂຄສະນາທີ່ບໍ່ຖືກລະບຽບ
ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລົງຮື້ຖອນປ້າຍໂຄສະນາ, ປ້າຍບອກຊື່, ປ້າຍທີ່ຕິດລາຄາເປັນເງິນຕາຕ່າງປະເທດ ແລະ ປ້າຍອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບຂອງ ສປປ ລາວ ເມື່ອມໍ່ໆມານີ້ ພາຍໃນເມືອງຕົ້ນເຜິ້ງ.
ການລົງຮື້ຖອນດັ່ງກ່າວໄດ້ຮື້ຖອນປ້າຍຫຼາຍກວ່າ 30 ປ້າຍທີ່ບໍ່ຖືກລະບຽບຂອງ ສປປ ລາວ ເຊັ່ນ: ປາຍທີ່ບໍ່ມີໂຕໜັງສືລາວ (ພາສາຈີນ, ຫວຽດນາມ..), ປ້າຍທີ່ໂຕໜັງສືຕ່າງປະເທດຂື້ນກ່ອນ ພາສາລາວ ແລະ ປ້າຍໂຕໜັງສືໃຫຍ່ກວ່າໂຕໜັງສືລາວ, ປ້າຍທີ່ຕິດລາຄາສິນຄ້າເປັນສະກຸນເງິນຕາຕ່າງປະເທດ ແລະ ປ້າຍອື່ນໆ.
ການລົງຮື້ຖອນນີ້ແມ່ນອີງຕາມດຳລັດ 209 ຂອງປະທານປະເທດກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍປ້າຍ, ເນື້ອໃນ, ສີພື້ນ, ສີຕົວໜັງສື ແລະ ຄວາມຮຸ່ງແຈ້ງຂອງປ້າຍ.
ແຫຼ່ງຂໍ້ມູນ: ໜັງສືພິມແຂວງບໍ່ແກ້ວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Friday, 7 November, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














