2
ສຳປະທານດິນ 3.000 ກວ່າເຮັກຕາ ປູກຫຍ້າ ແລະ ລ້ຽງງົວ ເພື່ອສົ່ງອອກ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 22 February, 2024

ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ສຳປະທານທີ່ດິນລັດ 3.000 ກວ່າເຮັກຕາ ຢູ່ແຂວງ ບໍ່ແກ້ວ ເພື່ອປູກຫຍ້າ ແລະ ລ້ຽງງົວ ເພື່ອຕອບສະໜອງຄວາມຕ້ອງການຊີ້ນງົວຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍແນໃສ່ຕະຫຼາດຈີນເປັນຕະຫຼາດຫຼັກ.

ອີງຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ການຄ້າ, ທ່ານ ຄຳຝາຍ ສີລາຊາ ປະທານ ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ໃນນາມຜູ້ພັດທະນາປູກຝັງ ແລະ ລ້ຽງສັດຢູ່ແຂວງບໍ່ແກ້ວ ກ່າວວ່າ: ໂຄງການດັ່ງກ່າວ ເລີ່ມມາແຕ່ປີ 2021 ໄດ້ສຳປະທານດິນທັງໝົດ 5 ຕອນເນື້ອທີ່ລວມ 3.687 ເຮັກຕ້າ ຕັ້ງຢູ່ໃນເນື້ອທີ່ຂອງ 2 ເມືອງໃນແຂວງບໍ່ແກ້ວ, ເນື້ອທີ່ສ່ວນຫຼາຍແມ່ນເປັນເຂດພູດອຍ ສະຫຼັບກັບພູພຽງ ເໝາະສຳລັບການປູກຝັງລ້ຽງສັດ.

ໂດຍໂຄງການດັ່ງກ່າວ ໄດ້ທົດລອງລ້ຽງງົວຢູ່ 4 ສາຍພັນ ປະກອບມີ: ສາຍພັນ ແອັງກາສ ວາກິວ ນຳເຂົ້າຈາກ ອົດສະເຕເລຍ ຈຳນວນ 450 ໂຕ, ສາຍພັນ ບຣາມັນ ນຳເຂົ້າຈາກປະເທດ ໄທ 370 ໂຕ, ສາຍພັນ ລູກປະສົມ ບຣາມັນ ແລະ ສາຍພັນງົວລາດພື້ນເມືອງລາວ ຈໍານວນ 2.000 ໂຕ ລວມທັງໝົດ 3.620 ໂຕ ມາຮອດປັດຈຸບັນ ທາງບໍລິສັດ ສາມາດນຳຜະລິດຕະພັນຈາກງົວໃນຟາມອອກຈຳໜ່າຍໄປຕ່າງປະເທດໄດ້ແລ້ວ 1.000 ກວ່າໂຕ.

ທ່ານ ຄຳຝາຍ ສີລາຊາ ກ່າວຕື່ມອີກວ່າ: ທິດທາງການຈຳໜ່າຍງົວອອກໄປທັງພາຍໃນ ແລະ ຕ່າງປະເທດ ຕາມແຜນຂອງບໍລິສັດ ການຈຳໜ່າຍງົວ ສາຍພັນ ແອັງກາສ ວາກິວ ແມ່ນຈະຂາຍໃຫ້ຕະຫຼາດລາວ ແລະ ສົ່ງອອກປະເທດໄທ, ສ່ວນສາຍພັນ ບຣາມັນ ຂາຍໃນຕະຫຼາດລາວ ແລະ ຈີນ, ສາຍພັນງົວລາດພື້ນເມືອງລາວ ຂາຍໃນຕະຫຼາດລາວ ແລະ ສົ່ງອອກຫວຽດນາມ.

ແຕ່ຢ່າງໃດກໍຕາມ ການນຳສົ່ງອອກສິນຄ້າ ໂດຍສະເພາະ ງົວ ໄປຕ່າງປະເທດ ກໍຍັງມີຄວາມຫຍຸ້ງຍາກ ແລະ ທ້າທາຍຢູ່. ໂດຍທ່ານ ຄຳຜາຍ ກ່າວວ່າ: ກ່ອນຈະນຳງົວອອກໄປຕ່າງປະເທດ ຕ້ອງປະຕິບັດຕາມຫຼາຍຂັ້ນຕອນ ຜ່ານສູນກັກກັນ ຜ່ານສູນກວດກາ ຕ້ອງໃຊ້ເວລາກວ່າ 75 ວັນ ຈຶ່ງຈະສາມາດຂາຍງົວອອກໄປຕ່າງປະເທດໄດ້.

ນອກຈາກນີ້, ການລ້ຽງງົວບາງສາຍພັນຍັງລ້ຽງຍາກ ໃຊ້ງົບປະມານສູງ ການປັບຕົວຂອງງົວບາງສາຍພັນ ໃຫ້ເຂົ້າກັບສະພາບອາກາດໃນທ້ອງຖິ່ນທີ່ຕ້ອງໃຊ້ເວລາ ແລະ ມັກເຮັດໃຫ້ງົວເຈັບໄຂ້ໄດ້ງ່າຍ ທາງບໍລິສັດ ຈຶ່ງຢາກສະເໜີໃຫ້ພາກລັດ ພິຈາລະນາ ຈັດສັນແຫຼ່ງທຶນ ໃຫ້ພາກທຸລະກິດ ໄດ້ມີທຶນໝຸນວຽນໃນຕໍ່ໜ້າ ເພື່ອສົ່ງເສີມການກະສິກຳ ໃນປະເທດໄດ້ປະສິດທິຜົນເຕັມທີ່ ແລະ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳຫຼາຍຂຶ້ນ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ