
ທ່ານ ເລຢີ້ຮຸຍ, ກຳມະການຄະນະພັກ, ຮອງຫົວໜ້າຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ລາວ-ຈີນ ໄດ້ໃຫ້ສຳພາດ ເມື່ອມໍ່ໆມານີ້ ໃນຫົວຂໍ້ “ການເປັນເຫຼົ່າທັບນຳໜ້າໃນການພັດທະນາເສດຖະກິດ- ສັງ ຄົມຂອງແຂວງ ທີ່ດີ” ວ່າ: ປີ 2024, ເຂດຮ່ວມມືເສດຖະກິດບໍ່ເຕນ-ບໍ່ຫານ ຈະສູມໃສ່ໃນ 5 ໜ້າວຽກທີ່ສໍາຄັນ ຄື: ການກໍ່ສ້າງໂຄງການ, ລະດົມການລົງທຶນໃຫ້ເກີດຜົນເປັນຈິງ, ຊີວິດການເປັນຢູ່ ແລະ ສະຫວັດດີການທີ່ດີຂອງປະຊາຊົນ, ເປີດປະຕູສູ່ພາຍ ນອກ ແລະ ການພັດທະນາຂອງພາກພື້ນ,ໃນເບື່ອງຕົ້ນ ໄດ້ວາງ ແຜນ 134 ໂຄງການທີ່ສຳຄັນຢູ່ຕົວເມືອງດ່ານສາກົນບໍ່ຫານ ດ້ວຍມູນຄ່າການລົງທຶນທັງໝົດແມ່ນ 67.846 ຕື້ຢວນ ແລະ ແຜນການລົງທຶນປະຈຳປີແມ່ນ 6 ຕື້ 500 ລ້ານຢວນ.
ທ່ານ ເລຢີ້ຮຸຍໄດ້ກ່າວຕື່ມວ່າ: ນອກຈາກນີ້, ເຂດການຮ່ວມມືບໍ່ເຕ່ນ-ບໍ່ຫານ ຍັງຈະເໜັ້ນໜັກ 4 ວຽກງານສຳຄັນຄື: ເລັ່ງລັດການດຶງດູດການລົງທຶນ, ຊຸກຍູ້ບັນດາໂຄງການ, ປັບປຸງສະພາບແວດລ້ອມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ໂດຍນຳໃຊ້ບົດບາດຂອງ “ເສດຖະ ກິດເຂດສວນອຸດສາຫະກຳ” ເລັ່ງລັດການກໍ່ສ້າງເສົາຄໍ້າວຽກງານເປີດປະຕູສູ່ພາຍນອກໃຫ້ໄດ້ຄົບວົງຈອນ, ພະຍະຍາມສ້າງສາເຂດບໍ່ຫານໃຫ້ກາຍເປັນເຂດທີ່ມີລະບົບນິເວດທີ່ດີ ແລະ ສວຍງາມ, ມີຮູບແບບຄົບວົງຈອນ, ເສດຖະກິດດີ, ທັນຕໍ່ຍຸກສະໄໝທີ່ເປີດກວ້າງ ແລະ ຍ້ອມຮັບກັບສິ່ງໃໝ່, ແລະ ເຮັດໃຫ້ດ່ານກາຍເປັນຕົວ ເມືອງກ້າວໄປສູ່ຄວາມເປັນສາກົນ.
ແຫຼ່ງຂໍ້ມູນ: Lao National Radio
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














