2
ກໍ່ເຫດຂ້າເມຍຕົວເອງ ຍ້ອນເມຍຖາມປະ ແລະ ເມຍບໍ່ໃຫ້ເງິນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 21 February, 2024

ທ້າວ ແຫຼ້ ລັດສົມບັດ ອາຍຸ 49 ປີ, ອາຊີບເຮັດນາ ຊຶ່ງປະຈຸບັນ ຢູ່ບ້ານ ດົງຄຸງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ລົງມືກໍ່ເຫດຄາຕະກຳຜູ້ເປັນເມຍ ຊື່ນາງ ບຸນພັກ ລັດສົມບັດ (ແດງ) ອາຍຸ 29 ປີ ສາເຫດຍ້ອນເມຍຖາມປະ ແລະ ຂໍເງິນຈຳນວນ 30 ລ້ານກີບ ແຕ່ເມຍບໍ່ໃຫ້.

ໃນວັນທີ 15 ກຸມພາ 2024 ຜ່ານມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ນຳຕົວທ້າວ ແຫຼ້ ລັດສົມບັດ ໄປເຮັດຈຳລອງເຫດການຄືນ ຫຼັງຈາກກໍ່ເຫດການຄາຕະກຳຜູ້ເປັນເມຍໃນວັນທີ 11 ກຸມພາ 2024 ຜ່ານມານີ້.

ທ້າວ ແຫຼ້ ຮັບສາລະພາບໃນເບື້ອງຕົ້ນວ່າ: ໃນຕົ້ນເດືອນກຸມພານີ້ ໄດ້ຂໍເງິນນຳນາງ ບຸນພັກ (ເມຍ) ຈຳນວນ 5 ລ້ານກີບ ເພື່ອໄປແຕ່ງເຄື່ອງສຽງລົດແຕ່ເມຍບໍ່ໃຫ້, ຈົນຜູ້ກ່ຽວເກີດຄວາມນ້ອຍໃຈຄິດວ່າເມຍຢາກປະຖິ້ມຕົນ, ຕໍ່ມາວັນທີ 10 ກຸມພາ ນາງ ບຸນພັກ ໄດ້ຂໍຢ່າຮ້າງກັບຕົນ ແລະ ວັນຕໍ່ມາ ທັງສອງຄົນ ໄດ້ລົມເລື່ອງຢ່າຮ້າງກັນ ທ້າວແຫຼ້ ໄດ້ຂໍເງິນນຳເມຍ 30 ລ້ານກີບ ແຕ່ເມຍບໍ່ໃຫ້, ຈຶ່ງເກີດຜິດຖຽງກັນຢ່າງຮ້າຍແຮງ, ຜູ້ກ່ຽວຈຶ່ງຍ່າງເຂົ້າໄປເອົາພ້າຂໍ ຢູ່ຫ້ອງນອນມາຟັນ ໃສ່ຫົວ, ຟັນແຂນ ແລະ ຟັນກ້ານຄໍ, ນາງ ບຸນພັກ ໄດ້ຮ້ອງຂໍຄວາມຊ່ວຍຫຼືອຈາກຄົນໃກ້ຄຽງ ເຮັດໃຫ້ທ້າວ ຕ້ອມ ອາຍຸ 13 ປີຜູ້ເປັນລູກທີ່ນັ່ງຢູ່ໜ້າເຮືອນໄດ້ຍິນຈຶ່ງໄດ້ແລ່ນເຂົ້າໄປເບິ່ງ ເຫັນພໍ່ໄດ້ໃຊ້ພ້າຂໍຟັນແມ່ ຈົນມີເລືອດອອກ, ເມື່ອທ້າວແຫຼ້ ເຫັນແນວນັ້ນ ໄດ້ຖິ້ມພ້າ ແລ້ວແລ່ນໜີອອກໄປທາງຫລັງເຮືອນ. ສ່ວນທ້າວ ຕ້ອມ ຜູ້ເປັນລູກ ກໍໄດ້ແລ່ນຂຶ້ນມາຂໍຄວາມຊ່ວຍເຫລືອຈາກປະຊາຊົນໃນບ້ານເພື່ອຊ່ວຍແມ່ສົ່ງໄປໂຮງໝໍ ແຕ່ກໍຊ່ວຍໄວ້ບໍ່ທັນ ເນື່ອງຈາກໄດ້ຮັບບາດເຈັບ ແລະ ເສຍເລືອດຫຼາຍ ຈຶ່ງເຮັດໃຫ້ເສຍຊີວິດຄາທີ່.

ຮອດເວລາ 17:30 ໂມງຂອງວັນດຽວກັນ ທ້າວແຫຼ້ ໄດ້ເຂົ້າໄປມອບຕົວ ກັບທາງເຈົ້າໜ້າທີ່ ປກສ ກຸ່ມໜອງຜຳ, ເຈົ້າໜ້າທີ່ກັກຕົວໄວ້ ແລ້ວມອບຕໍ່ໃຫ້ ປກສ ເມືອງໜອງບົກ ສົ່ງໄປເຮັດການສອບສວນ-ສືບສວນ ພ້ອມນຳຕົວໄປດຳເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ປກສ ຄຳມ່ວນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ