2
​ໂອ​ກາດ​ຂອງ​ຈີນ ທີ່​ມີ​ຕໍ່​ການ​ພັດ​ທະ​ນາເສດ​ຖະ​ກິດ​​ໂລກ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 March, 2024

ຈີນ ຫຼັງ​ຈາກ​ທີ່​ມີ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຫຼາຍ​ປີ, ພວມ​ກ້າວ​ໄປ​ສູ່​ການ​ພັດ​ທະ​ນາເສດ​ຖະ​ກິດ​ ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ໃຫ້​ທັນ​ສະ​ໄໝ​ດີກວ່າ​ເກົ່າ. ຄົນ​ທັງ​ຫຼາຍ​ໄດ້​ຮັບ​ຮູ້​ເຖິງ​ໂອ​ກາດ​ຂອງ​ຈີນ ທີ່​ມີ​ຕໍ່​ການ​ພັດ​ທະ​ນາເສດ​ຖະ​ກິດ​​ໂລກ.

ເປົ້າໝາຍ​ການ​ເຕີບ​ໂຕ​ດ້ານ ​ລວມຍອດ​ຜະ​ລິດ​ຕະ​ພັນພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ​ປີ 2024 ໃຫ້​ຢູ່​ໃນ​ລະ​ດັບ​ປະ​ມານ 5% ໄດ້​ຖືກ​ເປີດ​ເຜີຍໃນ​ກອງປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ສະ​ພາ​ເປິກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຫຼື ເອີ້ນ​ວ່າ ກອງ​ປະ​ຊຸມ​ສອງ​ສະ​ພາ, ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ແຕ່​ວັນ​ທີ 4 ຫາ 11 ເດືອນ​ມີ​ນານີ້.   ​

ໃນກອງປະຊຸມສອງສະພາປີນີ້, ເນື້ອໃນບົດລາຍງານວຽກງານຂອງລັດຖະບານຈີນລະບຸວ່າ, ເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີນີ້ ຄື GDP ​ໃຫ້​ຢູ່​ໃນ​ລະ​ດັບປະມານ 5%; ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ, ອັດຕາຫວ່າງງານຕາມການສຳຫຼວດໃນຕົວເມືອງຢູ່ໃນປະມານ 5,5%; ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ 3%; ຈັງຫວະການເຕີບໂຕດ້ານລາຍຮັບຂອງພົນລະເມືອງໃຫ້ໄປຄວບຄູ່ກັບການເຕີບໂຕດ້ານເສດຖະກິດ; ລາຍຮັບລາຍຈາຍສາກົນຮັກສາຄວາມດຸ່ນດ່ຽງໂດຍພື້ນຖານ; ປະລິມານຜົນຜະລິດສະບຽງອາຫານມີຫຼາຍກວ່າ 650 ລ້ານໂຕນ ແລະ ຄຸນນະພາບຂອງສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.

ໃນປີ 2023 ​ຜ່ານ​ມາ, ເສດຖະກິດຈີນໄດ້ຟື້ນຕົວດີຂຶ້ນໂດຍລວມ, GDP ຂອງຈີນ ມີຫຼາຍກວ່າ 126.000 ຕື້ຢວນ, ເພີ່ມຂຶ້ນ 5,2%, ຈັງຫວະການເຕີບໂຕໄດ້ຢືນຢູ່ແຖວໜ້າໃນບັນດາກຸ່ມເສດຖະກິດຕົ້ນຕໍຂອງໂລກ, ໄດ້ສ້າງວຽກເຮັດງານທຳໃນຕົວເມືອງ 12,44 ລ້ານຕຳແໜ່ງ, ອັດຕາວ່າງງານຕາມການສຳຫຼວດໃນຕົວເມືອງສະເລ່ຍແລ້ວຢູ່ໃນລະດັບ 5,2%. ລາຄາບໍລິໂພກຂອງພົນລະເມືອງເພີ່ມຂຶ້ນ 0,2%, ລາຍຮັບ-ລາຍຈ່າຍສາກົນໄດ້ຮັກສາຄວາມດຸນດ່ຽງກັນໂດຍພື້ນຖານ.

ໃນຫຼາຍປີມໍ່ໆມານີ້, ເມື່ອສັງເກດຈາກທົ່ວໂລກແລ້ວເຫັນວ່າ, ຈັງຫວະການເຕີບໂຕເສດຖະກິດຂອງປະເທດທີ່ພັດທະນາແລ້ວສ່ວນຫຼາຍຢູ່ລະຫວ່າງ 2% ຫາ 3%. ຈີນໄດ້ຕັ້ງເປົ້າໝາຍໃຫ້ຢູ່ໃນລະດັບປະມານ 5%, ໄດ້ເປັນການສົ່ງສັນຍານທີ່ຕັ້ງໜ້າໃຫ້ແກ່ໂລກ ແລະ ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ຄວາມພະຍາຍາມຂອງຈີນ ເພື່ອຊ່ວຍຊຸກຍູ້ການຟື້ນຕົວຂອງເສດຖະກິດໂລກ.

ເປົ້າໝາຍໄດ້ກຳນົດໄວ້ແລ້ວ, ຈະປະຕິບັດແນວໃດ? ລັດຖະບານຈີນໄດ້ວາງວຽກງານຕົ້ນຕໍ 10 ລາຍການໃນປີນີ້, ລວມທັງສຸມໃສ່ຊຸກຍູ້ການສ້າງລະບົບອຸດສາຫະກຳທັນສະໄໝ, ລົງເລິກຈັດຕັ້ງປະຕິບັດຍຸດທະສາດການສ້າງປະເທດໃຫ້ຈະເລີນຮຸ່ງເຮືອງດ້ວຍວິທະຍາສາດ ແລະ ການສຶກສາ, ສຸມໃສ່ເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດ ແລະ ເປີດກວ້າງປະຕູສູ່ພາຍນອກຢ່າງມີລະດັບສູງເປັນຕົ້ນ. ປັດ​ຈຸ​ບັນ ຍານ​ພາ​ຫະ​ນະ​ພະ​ລັງ​ງານໃໝ່ ທີ່​ຜະ​ລິດ​ຈາກ​ຈີນ​ແມ່ນ​ກຳ​ລັງ​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍໃນ​ໂລກ.

ບົດລາຍງານວຽກຂອງລັດຖະບານຍັງ​ໄດ້ເນັ້ນໃສ່ການ “ສຸມໃສ່ເປີດກວ້າງຄວາມຕ້ອງການຂອງພາຍໃນປະເທດ”, ການບໍລິໂພກແບບໃໝ່ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ຫຼືວ່າແມ່ນຮັກສາ ແລະ ເປີດກວ້າງການບໍລິໂພກແບບດັ້ງເດີມ, ຕະຫຼາດຂະໜາດໃຫຍ່ພິເສດທີ່ມີປະຊາກອນ 1,4 ຕື້ຄົນ ເປັນໂອກາດທີ່ບໍ່ຄວນ​ພາດ ສຳລັບທົ່ວໂລກ. ການເປີດກວ້າງປະຕູສູ່ພາຍນອກຂອງ​ຈີນຢ່າງບໍ່ຢຸດຢັ້ງ ໄດ້ເພີ່ມຄວາມແນ່ນອນທີ່ລ້ຳຄ່າໃຫ້ແກ່ໂລກ.

ບັນດາຜູ້ສັງເກດການໄດ້ກ່າວວ່າ ການເຕີບໂຕຂອງ GDP ໃຫ້ຢູ່​ໃນ​ລະ​ດັບ 5% ໃນ​ປີ 2024 ແມ່ນສອດຄ່ອງກັບເປົ້າຫມາຍ ການພັດທະນາໄລຍະຍາວທີ່ວາງອອກ ໃນ​ແຜນ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມ 5ປີ ຄັ້ງທີ 14 ແລະ ເປົ້າ​    ໝາຍໄຍລຍະຍາວເຖິງປີ 2035, ເຊິ່ງລະບຸວ່າ GDP ຂອງປະເທດຄວນ ເພີ່ມ​ຂຶ້ນເປັນສອງເທົ່າພາຍໃນປີ 2035, ເມື່ອທຽບໃສ່ລະດັບປີ 2020.

​ຈີນ​ແມ່ນ​ປະ​ເທດ​ເສດ​ຖະ​ກິດ ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ ແລ​ະ ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ຂອງຈີນ ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ຕ່າງໆໃນ​ໂລກ ໃນປີ 2023. ຈີນ​ໄດ້​ຕັ້ງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເປັນ​ປະ​ມານ 5% ແລະ ໄດ້​ວາງມາດ​ຕະ​ການ​ລະ​ອຽດ 10 ລາຍ​ການ​ອອກ​ມາ ຈະ​ເປັນ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ເສດ​ຖະ​ກິດ​ໂລກ. ໂດຍ​ສະ​ເພາະ ປະ​ເທດ​ທີ່​ຢູ່​ອ້ອມ​ຂ້າງ​ປະ​ເທດລາວ ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ການ​ຮ່ວມ​ມື​ກັບ​ຈີນ.

ພາບ: ວິ​ທະ​ຍຸ ແລະ ໂທ​ລະ​ພາຍ​ສູນ​ກາງ​ຈີນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ