
ສາຂາທະນາຄານ ແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈໍາກັດ ສາຂາ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບສັນຍາເງິນກູ້ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຂື້ນໃນວັນທີ 26 ມີນາ 2024 ຜ່ານມານີ້, ໂດຍຮັບກຽດເປັນປະທານຂອງ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ, ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ແອ ສ້ອຍສຸວັນ ຕາງໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ໄດ້ກ່າວວ່າ: ພາຍຫຼັງໄດ້ຮັບສຳນວນເງິນກູ້ ຂອງຫົວໜ່ວຍທຸລະກິດທີ່ສະເໜີຂໍແຫຼ່ງທຶນນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຜ່ານທະນາຄານພັດທະນາລາວ ຈຳກັດ ຈຳນວນ 1 ຫົວໜ່ວຍ ຊື່ວິສາຫະກິດສ່ວນບຸກຄົນ ສຸກຈະເລີນ ຟາມລ້ຽງໄກ່ຄົບວົງຈອນ, ທີ່ໃນວົງເງິນ 2,5 ຕື້ກີບ ເຊິ່ງເປົ້າໝາຍນໍາໃຊ້ເງິນກູ້ທຶນໝູນວຽນຊື້ໄກ່ພັນໄຂ່ ແລະ ຫົວອາຫານ, ອັດຕາດອກເບ້ຍ 6%/ປີ, ໄລຍະເວລາກູ້ຢືມ 5 ປີ ຍົກເວັ້ນຄ່າທໍານຽມ ໂດຍທະນາຄານໄດ້ມີການປະເມີນຄວາມສ່ຽງສິນເຊື່ອ, ປະກອບເອກະສານຕາມລະບຽບຂອງທະນາຄານ ແລະ ໄດ້ຮັບການອະນຸມັດຈາກສໍານັກງານໃຫຍ່ ຂອງທະນາຄານພັດທະນາລາວຈຳກັດ.
ພ້ອມນີ້, ທ່ານ ສົມວິໄຊ ຫຼວງໄຊສຸກ ຜູ້ຕາງໜ້າຈາກພະແນກຄຸ້ມຄອງການເງິນ ໄດ້ຜ່ານສັນຍາເງິນກູ້ລະຫວ່າງສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈຳກັດ. ຈາກນັ້ນ, ຕາງໜ້າທັງສອງຝ່າຍກໍໄດ້ຮ່ວມເຊັນສັນຍາ ແລະ ມອບຮັບຢ່າງເປັນທາງການ.
ແຫຼ່ງຂ່າວຈາກ ແຂວງຜົ້ງສາລີ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














