
ເຈົ້າໜ້າທີ່ ປກສ ເມືອງລອງ ແຂວງ ຫຼວງນ້ຳທາ ໄດ້ລົງທຳລາຍສວນປູກຝິ່ນ ທີ່ປະຊາຊົນລັກປູກຢູ່ຂອບເຂດ 2 ກຸ່ມບ້ານ ຄື ກຸ່ມຈົງກາ ແລະ ກຸ່ມສີວິໄລ ມີບ້ານຫ້ວຍຫຼວງ, ບ້ານນ້ຳໂບ ແລະ ບ້ານພີນຫໍ້ ຊຶ່ງສາມາດກວດພົບສວນຝິ່ນ ຢູ່ 4 ຈຸດ ມີ 16 ຕອນ ໃນເນື້ອທີ່ທັງໝົດ 52.277 ຕາແມັດ ເທົ່າກັບ 5 ເຮັກຕາກວ່າ, ໂດຍໃຊ້ໄມ້ຟາດ, ຫຼົກຕົ້ນອ່ອນ ແລະ ໃຊ້ພ້າຖາງ ເພື່ອບໍ່ໃຫ້ຕົ້ນຝິ່ນປົ່ງ ແລະ ບໍ່ສາມາດເກັບກູ້ຄືນໄດ້.
ການລົງທຳລາຍສວນປູກຝິ່ນໃນຄັ້ງນີ້ ແມ່ນຢູ່ໃນລະຫວ່າງຕົ້ນເດືອນ ກຸມພາ 2024 ຫາເດືອນ ມີນາ 2024, ໂດຍການສົມທົບກັນລະຫວ່າງຄະນະກອງບັນຊາການ ປກສ ເມືອງລອງ ແຂວງຫຼວງນ້ຳທາ ກັບພາກສ່ວນທີ່ກ່ຽວຂ້ອງ ຂອງກຳລັງ ປກຊ-ປກສ, 4 ບໍລິສັດປູກພືດແທນການປູກຝິ່ນ ປະຈຳເມືອງລອງ ຄື: ບໍລິສັດລຸຍຟົງ, ບໍລິສັດເຕີຊານ, ບໍລິສັດຫົງຢວນ ແລະ ບໍລິສັດຕີຢວນ ພ້ອມອຳນາດການປົກຄອງບ້ານ ລົງທຳລາຍສວນຝິ່ນທີ່ປະຊາຊົນລັກປູກຢູ່ຂອບເຂດ 2 ກຸ່ມບ້ານ ດັ່ງກ່າວ ໂດຍການນຳພາຂອງ ພັທ ນິດສະວົງ ຄຸນພະຈັນສີ ຫົວໜ້າກອງບັນຊາການ ປກສ ເມືອງລອງ.
ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ຍັງໄດ້ນຳຕົວຜູ້ລັກລອບປູກຝິ່ນໄດ້ 3 ຄົນ ມາສຶກສາອົບຮົມ, ກ່າວເຕື່ອນ ພ້ອມທັງ ອະທິບາຍຄືນດ້ານລະບຽບກົດໝາຍ ໃຫ້ເຂົາເຈົ້າໄດ້ຮັບຮູ້ເຖິງຜົນຮ້າຍທີ່ຈະຕາມມາ ຊຶ່ງໄລຍະຜ່ານມາ ພັກ-ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ຍົກສູງຕໍ່ການລົບລ້າງການປູກຝິ່ນມາຕະຫຼອດຢູ່ບັນດາຂອບເຂດໃນທົ່ວປະເທດ ໂດຍຫັນຈາກການປູກຝິ່ນມາເປັນການປູກພືດທຳການຜະລິດທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ໄພອັນຕະລາຍຂອງຢາເສບຕິດ ເປັນຕົ້ນແມ່ນຢາຝິ່ນ ຊຶ່ງເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດຕ່າງໆ ທີ່ຜິດກົດໝາຍ ແລະ ເກືອດຫ້າມ.
ແຫຼ່ງຂ່າວ: ປກສ ເມືອງລອງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








