xr:d:DAFfzfZ3jXU:235,j:8669853979811980649,t:24041302
ປີ 2023 ຂະແໜງການອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ຂະຫຍາຍຕົວ 5-17%
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 April, 2024

ທ່າມກາງຄວາມຝືດເຄືອງ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ ປີ 2023  ທີ່ຜ່ານມາ ຂະແໜງການ ອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີການຂະຫຍາຍຕົວຕັ້ງແຕ່ 2,1% ໄປຮອດ 17,75%.

ມູນ​ຄ່າ​ການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ແມ່ນສາມາດ​ປະຕິບັດໄດ້ 14.531  ຕື້ກີບ,​ ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ຜ່ານ​ມາ​ເຫັນ​ວ່າ​ມີອັດຕາເພີ່ມຂຶ້ນ 10%. ໃນປີ 2022 ​ມີມູນຄ່າ 13.210 ຕື້ກີບ.

ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ປະເພດສິນຄ້າທີ່ມີມູນຄ່າຫຼາຍທີ່ສຸດແມ່ນໄດ້ແກ່ ປະເພດ ສະບຽງອາຫານ ມູນຄ່າ 3.403 ຕື້ກີບ, ປະເພດ ເຄື່ອງດື່ມ 2.426 ຕື້ກີບ, ເຄື່ອງນຸ່ງຫົ່ມ 1.809 ຕື້ກີບ, ເຈ້ຍ ແລະ ຜະລິດຕະພັນເຈ້ຍ 1.168 ຕື້ກີບ ແລະ ອື່ນໆ.

ມູນຄ່າການຈໍລະຈອນສິນຄ້າພາຍໃນແມ່ນ 78.432 ຕື້ກີບ, ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ 2022 ເຫັນ​ວ່າມີອັດຕາເພີ່ມຂຶ້ນ 9%.  ມູນຄ່າການຄ້າຕ່າງປະເທດປະ​ຕິ​ບັດ​ໄດ້  15,558 ລ້ານໂດລາ, ​ໃນ​ນີ້ມູນ​ຄ່າ​ສົ່ງ​ອອກ​ແມ່ນ  8.369 ລ້ານ​ໂດ​ລາສະ​ຫະ​ລັດ,  ເມື່ອທຽບໃສ່ໄລຍະ​ດຽວກັນ​ຂອງ​ປີຜ່ານ​ມາ ​ເຫັນ​ວ່າ​ມີອັດຕາເພີ່ມຂຶ້ນ 2,1%;  ສໍາລັບ​ມູນ​ຄ່າ​ນຳ​ເຂົ້າ​ແມ່ນ 7.188 ລ້ານໂດ​ລາ​ສະ​ຫະ​ລັດ ​​ເມື່ອທຽບໃສ່ໄລຍະ​ດຽວກັນ​ຂອງ​ປີຜ່ານ​ມາເຫັນ​ວ່າ​​ມີອັດຕາເພີ່ມຂຶ້ນ 5,6%.

ໃນນີ້ສິນຄ້າສົ່ງອອກຫຼັກໄດ້ແກ່ ໄຟຟ້າ 2.382 ລ້ານໂດລາ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາ, ແຮ່ທອງ 425 ລ້ານໂດລາ, ແຮ່ເຫຼັກ 411 ລ້ານໂດລາ. ສ່ວນຫຼາຍແມ່ນສົ່ງໄປໄທ ປະມານ 2.884 ລ້ານໂດລາ, ຈີນ ປະມານ 2.504 ລ້ານໂດລາ, ຫວຽດນາມ ປະມານ 1.391 ລ້ານໂດລາ, ອົດສະຕຣາລີ ປະມານ 385 ລ້ານໂດລາ ແລະ ກໍາປູເຈຍ ປະມານ 200 ລ້ານໂດລາ.

ສ່ວນ ສິນຄ້ານຳເຂົ້າ ສ່ວນໃຫຍ່ແມ່ນ ພວກນໍ້າມັນ ກາຊວນ  952 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 606 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 580 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 451 ລ້ານໂດລາ, ນໍ້າມັນແອັດຊັງ, ແອັດຊັງພິເສດ 428 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 344 ລ້ານໂດລາ. ໂດຍນຳເຂົ້າມາຈາກ ໄທ ປະມານ 3.334 ລ້ານໂດລາ, ຈີນ ປະມານ 2.393 ລ້ານໂດລາ, ຫວຽດນາມ ປະມານ 349 ລ້ານໂດລາ, ສະຫະລັດອາເມຣິກາ 226 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 159 ລ້ານ ໂດລາ.

ນອກຈາກນີ້ ການ​ຂຶ້ນທະບຽນ ວິ​ສາ​ຫະກິດ ມີ 21.285 ຫົວໜ່ວຍ, ລວມທຶນ​ຈົດ​ທະບຽນທັງໝົດ​ 209.674 ຕື້ກີບ ທຽບ​ໃສ່​ໄລຍະ​ດຽວກັນຂອງ​ປີຜ່ານມາ​ ​ເຫັນ​ວ່າມີ​ຈຳນວນຫົວໜ່ວຍ​ວິ​ສາ​ຫະກິດ​ທີ່ມາ​ແຈ້ງຂຶ້ນ​ທະບຽນ ເພີ່ມຂຶ້ນ 17,75%, ​ຂະ​ແໜງການ​ທຸ​ລະ​ກິດ​ທີ່​ມີ​ຈຳ​ນວນ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ ມີ​​ມູນ​ຄ່າການ​​ລົງ​ທຶນ​ເພີ່ມຂຶ້ນ ໃນນັ້ນແມ່ນ ​ວິ​ສາ​ຫະ​ກິດ​​ທີ່​ກ່ຽວ​ກັບ ການຄ້າ ຂາຍຍົກ-ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ, ການກໍ່ສ້າງ, ອຸດສາຫະກຳປຸງແຕ່ງ, ການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການ ອາຫານ, ການຂົນສົ່ງ ແລະ ສາງ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 31 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
664.10
675.39
european-union
EUR
23,974
24,454
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1
Neo Home Robot ຫຸ່ນຍົນພໍ່ບ້ານສຸດເຈັ່ງ ທຳຄວາມສະອາດໄດ້ ລາຄາແຄ່ 645,600 ບາດ
jane - 2025-10-31T144044.963
ກະຊວງການເງິນ ສະຫຼອງວັນສ້າງຕັ້ງຂະແໜງການ ເງິນຄົບຮອບ 75 ປີ
pele - 2025-10-31T142703.575
ມະຕິສະພາ ວ່າດ້ວຍການດຳເຊີນກອງປະຊຸມສະໄຫມສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX
site cover1 - 2025-10-31T133121.415
ການເຕີບໂຕຂອງທຸລະກິດ Cloud ໄດ້ຊ່ວຍໃຫ້ລາຍຮັບຂອງ Microsoft ເພີ່ມຂຶ້ນ 18% ຈາກປີກ່ອນ
jane - 2025-10-31T131832.545
ເຈົ້າໜ້າທີ່ໄທ ບຸກຄົ້ນໂຮງງານຜະລິດຢາດົມຫົງໄທ ໃນ 2 ຈັງຫວັດ, ພ້ອມຍຶດຂອງກາງ 2,400,000 ອັນ
jane - 2025-10-31T121727.657
ເປີດຕຳນານຈຸດທົດສອບ "ລະເບີດນິວເຄລຍ" ຂອງສະຫະລັດ ຈຸດຊະນວນປະລະມານູເກືອບພັນລູກ ທີ່ອາດກັບມາໃນຍຸກທຣຳ
pele - 2025-10-31T112557.526
ຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
pele - 2025-10-31T100921.923
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອລ້າຈາກ ຍີ່ປຸ່ນ 2 ໂຄງການ
site cover1 - 2025-10-31T095255.163
ທຣຳ-ສຸພາບສະຕີຫມາຍເລກ 1 ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ເຂົ້າຮ່ວມງານຮາໂລວີນ
jane - 2025-10-31T092927.470
ລາຍງານສະພາບອາກາດປະຈໍາວັນທີ 31 ຕຸລາ 2025
ຢ່າລື່ມກົດຕິດຕາມ