ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຊໍາເໜືອ ແຂວງຫົວພັນໄດ້ສຶກສາອົບຮົມ ໄວລຸ້ນຈຳນວນ 4 ຄົນທີ່ຂີ່ລົດກວນເມືອງ, ພາຍຫຼັງໄດ້ອອກເຄື່ອນໄຫວ ລາດຕະເວນຕາມເສັ້ນທາງຕ່າງໆ ຂອງເທດສະບານເມືອງຊໍາເໜືອ ໃນວັນທີ 29 ພຶດສະພາ 2024 ທີ່ຜ່ານມານີ້ ແລະ ໄດ້ພົບເຫັນກຸ່ມໄວລຸ້ນຂັບຂີ່ລົດກວນເມືອງ, ບໍ່ຖືກລະບຽບການສັນຈອນ ຈໍານວນດັ່ງກ່າວ ຊຶ່ງລົດທີ່ຂັບຂີ່ກວນເມືອງ ແມ່ນລົດຈັກ ທີ່ໄດ້ດັດແປງສະພາບເຕັກນິກ ໃສ່ທໍ່ສູດ, ໃສ່ຕີນນ້ອຍ, ໃຊ້ຄວາມດັງເກີນຂອບເຂດ, ສ້າງຄວາມເນື່ອງນັນ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ.
ເຈົ້າໜ້າທີ່ກ່າວວ່າ: ກຸ່ມໄວລຸ້ນທີ່ຂີ່ລົດກວນເມືອງ ທັງ 4 ຄົນ ແມ່ນມີ ອາຍຸແຕ່ 14 – 19 ປີ; ເຈົ້າໜ້າທີ່ ປກສ ເມືອງຊໍາເໜືອ ໄດ້ນໍາຕົວມາສືກສາອົບຮົມ ແລະ ເຮັດບົດບັນທຶກ-ກ່າວເຕືອນ ຊຶ່ງພວກກ່ຽວໄດ້ປະຕິຍານຕໍ່ເຈົ້າໜ້າທີ່ວ່າຈະບໍ່ເຂົ້າຮ່ວມ ຫຼື ຂີ່ລົດກວນເມືອງອີກ, ນັບແຕ່ມື້ນີ້ເປັນຕົນໄປ; ຖ້າຫາກວ່າພວກກ່ຽວຍັງດື້ດ້ານຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນີກຂອງລົດອີກ ແມ່ນໃຫ້ເຈົ້າໜ້າທີ່ດໍາເນີນຕາມລະບຽບຂອງກົດໝາຍ ແລະ ຍຶດລົດໄວ້ເປັນຂອງລັດ.
ຈາກນັ້ນ, ກໍໄດ້ມອບທັງ 4 ຄົນ ຄືນໃຫ້ຜູ້ປົກຄອງ ນໍາໄປສືກສາອົບຮົມ, ຖ້າຫາກພົບເຫັນພວກກ່ຽວກະທໍາຜິດອີກ ແມ່ນຈະປະຕິບັດຕາມລະບຽບຂອງກົດໝາຍຢ່າງເຂັ້ມງວດ.
ຂ່າວ ປກສ ແຂວງຫົວພັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |