2
ຈົ່ງພ້ອມກັນເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 31 May, 2024
ໝວດ: ຂ່າວ

ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມຕາງໜ້າລັດຖະບານ ສປປ ລາວ ຂໍຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງທາງສັງຄົມ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ ເຂັ້ມງວດໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການປະຕິບັດແນວທາງ, ນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້, ຫັນປ່ຽນພຶດຕິກໍາ ຈາກການທໍາລາຍຊັບພະຍາກອນທໍາມະຊາດ ມາເປັນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງສົມເຫດສົມຜົນ ໄປຕາມທິດສີຂຽວ ແລະ ຍືນຍົງ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ໃນວັນທີ 5 ມິຖຸນາ ຂອງທຸກໆປີ ສປປ ລາວ ພວກເຮົາ ໄດ້ຮ່ວມກັບ ບັນດາປະເທດໃນທົ່ວໂລກ ຈັດພິທິສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ,​ ເຊິ່ງໃນປີນີ້ ວັນສິ່ງແວດລ້ອມໂລກ ແມ່ນຄົບຮອບ 51 ປີ ແລະ ວັນສິ່ງ ແວດລ້ອມແຫ່ງຊາດ ຄົບຮອບ 25 ປີ ແລະ ມີຄໍາຂວັນ “ຮ່ວມ ກັນຢຸດທໍາລາຍປ່າໄມ້, ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພແຫ້ງ ແລ້ງ ແລະ ໄພນ້ຳຖ້ວມ”.

ພວກເຮົາ ຖືເອົາການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ເປັນການປູກຈິດສໍານຶກ ແລະ ການປຸກລະດົມ ໃຫ້ປະຊາຊົນລາວບັນ ດາເຜົ່າທົ່ວປະເທດ ແລະ ບັນດາອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈກັນ ຖະນຸຖະໜອມໂລກຂອງພວກເຮົາ ດ້ວຍການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດ ລ້ອມ ບໍ່ໃຫ້ຖືກທຳລາຍ ເພື່ອຮັກສາລະບົບນິເວດ ແລະ ສຸຂະພາບທີ່ດີຂອງຄົນ ແລະ ສິ່ງທີມີຊີວິດອື່ນໆ, ພ້ອມນີ້ ກໍ່ເພື່ອເປັນການຕ້ານ ແລະ ສະກັດກັ້ນ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ການກາຍເປັນທະເລຊາຍ ແລະ ໄພພິບັດທາງທໍາມະຊາດ.

ປັດຈຸບັນນີ້, ບັນຫາການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້, ການຖາງປ່າ, ຈູດປ່າແບບຊະຊາຍ ແລະ ໄຟໄໝ້ລາມປ່າ ຢູ່ປະເທດພວກເຮົາ ກຳລັງເປັນຂະບວນແຜ່ລາມ ເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ສະນັ້ນ, ເພື່ອແນ່ໃສ່ການຄຸ້ມຄອງ ປົກປັກຮັກສາປ່າໄມ້ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ໄດ້ 70 ສ່ວນຮ້ອຍ ຂອງເນື້ອທີ່ທົ່ວປະເທດ, ຮັບປະກັນໄດ້ຄວາມຍືນຍົງ ຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄວ້ໃຫ້ລູກຫຼານໃນອະນາຄົດ, ພວກເຮົາຕ້ອງພ້ອມພຽງກັນ ແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ໄດ້ຢ່າງເດັດຂາດ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວອີກວ່າ: ປັດຈຸບັນນີ້ ພື້ນທີ່ດິນຂອງໂລກຫຼາຍກວ່າ 40 ສ່ວນຮ້ອຍ ແມ່ນຖືກເສື່ອມໂຊມ, ໃນຂະນະດຽວກັນ ປະຊາກອນຈຳນວນ 3,2 ຕື້ຄົນໃນທົ່ວໂລກ ໄດ້ຮັບຜົນກະທົບຈາກການກາຍເປັນທະເລຊາຍ ແລະ ຄາດວ່າ ຫຼາຍກວ່າ 3 ສ່ວນ 4 ຂອງປະຊາກອນໂລກ ຈະໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ໃນປີ 2050. ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ, ໃນກອງປະຊຸມລັດພາຄີ ຄັ້ງທີ 15 ຂອງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ, ບັນດາປະເທດພາຄີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕ້ອງແກ້ໄຂບັນຫາການເສື່ອມໂຊມຂອງດິນ ໃຫ້ໄດ້ 1 ພັນລ້ານ ເຮັກຕາ ພາຍໃນປີ 2030. ສໍາລັບ ສປປ ລາວ ພວກເຮົາ ກໍ່ຈໍາເປັນຕ້ອງໄດ້ມີການຟື້ນຟູດິນ ແລະ ລະບົບນິເວດໃຫ້ມີຄວາມສົມ ບູນ ແລະ ທົນທານ ເພື່ອສາມາດຮັບມືກັບບັນຫາການປ່ຽນແປງດິນຟ້າອາກາດ ແລະ ຊ່ວຍປົກ ປັກຮັກສາສິ່ງທີ່ມີຊີວິດເທິງໜ້າໂລກນີ້ ບໍ່ໃຫ້ສູນພັນໃນອະນາຄົດ.

ຜ່ານມາ, ລັດຖະບານ ກໍ່ໄດ້ຮ່ວມກັບປະຊາຄົມໂລກ ເພື່ອແກ້ ໄຂບັນຫາດັ່ງກ່າວ ໂດຍເລີ່ມຈາກການເຂົ້າເປັນພາຄີ ຂອງຫຼາຍສົນທິສັນຍາ ທີ່ກ່ຽວຂ້ອງ, ຈາກນັ້ນ ກໍ່ໄດ້ວາງນະໂຍບາຍ, ຍຸດທະ ສາດ ແລະ ນິຕິກຳອື່ນໆ ຫຼາຍສະບັບ ໂດຍສະເພາະ: ໄດ້ອອກຄໍາສັ່ງ ເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກ ຮັກສາ, ພັດທະນາ ແລະ ນໍາໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ແນໃສ່ເພື່ອສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້, ການຖາງປ່າ, ການຈຸດປ່າ ທີ່ແຜ່ລາມເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ກ້າວໄປເຖິງການຢຸດຕິ ຢ່າງສິ້ນເຊີງ. ເຊິ່ງທັງໝົດນີ້ ກໍ່ເພື່ອເເນໃສ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ ໃຫ້ເກີດຜົນ ປະໂຫຍດສູງສຸດ ແກ່ປະເທດຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງ ການພັດທະນາເສດຖະກິດ ກັບການພັດທະນາສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ໄປຕາມທິດສີຂຽວ ແລະ ຍືນຍົງ.

ນະໂອກາດນີ້, ເພື່ອເປັນການຜັນຂະຫຍາຍ ຈິດໃຈດັ່ງກ່າວ ທັງເປັນການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ, ວັນສິ່ງ ແວດລ້ອມແຫ່ງຊາດ, ເຊິ່ງຄໍາຂວັນປີນີ້ ສອດຄ່ອງກັບຂະບວນ ການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກ ນ້ອຍສາກົນ ວັນທີ 1 ມິຖຸນາ, ຂ້າພະເຈົ້າ ຂໍໃຫ້ທຸກຄົນ, ການຈັດຕັ້ງ, ໂຮງຮຽນ, ສະຖານທີ່ຕ່າງໆ ແລະ ທຸກພາກສ່ວນທົ່ວສັງຄົມລາວ ຈົ່ງຢຸດເຊົາການຖາງປ່າ, ຈູດປ່າ ແລະ ຈູດສິ່ງເສດເຫຼືອແບບຊະຊາຍ ແລ້ວຫັນມາປູກຕົ້ນໄມ້ ໃຫ້ໄດ້ຢ່າງໜ້ອຍ ຜູ້ລະ 1 ຕົ້ນ, ບົວລະບັດຕົ້ນໄມ້ທີ່ປູກໄປແລ້ວ ໃຫ້ເຕີບໃຫຍ່, ພ້ອມທັງ ເກັບມ້ຽນຂີ້ເຫຍື້ອຕາມ 3ຫຼັກການ ຄື: ຫຼຸດປະລິມານການນຳໃຊ້. ນຳເອົາສິ່ງຂອງທີ່ໃຊ້ແລ້ວກັບມາໃຊ້ຄືນ. ນໍາເອົາໄປຜະລິດຄືນໃໝ່, ໄປພ້ອມໆກັບ ອະນາໄມຕົວເມືອງ ເພື່ອສ້າງປະເທດລາວ ໃຫ້ຂຽວສະອາດງາມຕາ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover - 2025-05-16T103937.612
"ຫຸ່ນຍົນມະນຸດ" Atlas ກຽມບຸກໂຮງງານ "Hyundai" ເຮັດວຽກໜັກແທນມະນຸດ
Copy of site cover (65)
ບາເຊໂລນາ ເອົາຊະນະ ເອສປັນຍອນ, ຮັບປະກັນຕຳແໜ່ງແຊມລາລີກາ ສະເປນ
site-cover - 2025-05-16T093415.697
"G-Token" ຊັບສິນດິຈິຕອນຮູບແບບໃໝ່ ໄທກຽມອອກເປັນປະເທດທຳອິດຂອງໂລກ
site-cover - 2025-05-16T091019.661
4 ລາສີ ດວງພຸ່ງແຮງ ຮັບຊັບລົ້ນມື ຊ່ວງນີ້ດວງປັງທຸກເລື່ອງ
site-cover - 2025-05-15T164537.408
ສຈ.ອາຍຸເກືອບຮ້ອຍປີ ແຊຣ໌ເຄັດລັບ "ກິນໜ້ອຍ" ແບບຄົນຍີ່ປຸ່ນ ຍືດອາຍຸຍືນຂຶ້ນ 20%
site-cover (100)
"ນ້ຳແຫ່ງຄວາມສຸກ" ຊ່ວຍຊີວິດໄດ້? ໝໍສຸກເສີນເປີດເຜີຍ 3 ປະໂຫຍດລັບ ແຕ່ບໍ່ແມ່ນທຸກຄົນຈະດື່ມໄດ້
Copy of site cover (64)
ອາລ-ນາຊເຊີ່ ງານເຂົ້າແລ້ວ! ໂຣນັລໂດ ຕັ້ງເງື່ອນໄຂ 3 ຂໍ້ເພື່ອແລກກັບການຕໍ່ສັນຍາໃໝ່
site-cover (99)
ໝໍປາຍ ເປີດດວງ7ວັນເກີດ ຫຼັງດາວຕຣີເທບເຄື່ອນໜັກ ຄົນເກີດວັນໃດດີ-ເກີດວັນໃດລະວັງ
Copy of site cover (24)
ມັລແວຣ໌ Remcos RAT: ມັລແວຣ໌ທີ່ໂຈມຕີຜ່ານ Excel!
site-cover (98)
ນັກວິໄຈສະຫະລັດພັດທະນາແອັບ ໃຊ້ AI ກວດໂລຫິດຈາງຈາກຮູບພາບແລັບ ບໍ່ຕ້ອງເຈາະເລືອດ
ຢ່າລື່ມກົດຕິດຕາມ