2
ເຈົ້າໜ້າທີ່ຈັບໄວ້ລຸ້ນ ຮ່ວມກັນປຸ້ນເອົາລົດຈັກ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 31 May, 2024
ໝວດ: ຂ່າວ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ໄດ້ນຳຕົວໄວລຸ້ນ 4 ຄົນ ເມື່ອມໍ່ໆມານີ້ ໃນຄະດີຮ່ວມກັນປຸ້ນເອົາລົດຈັກ, ພາຍຫຼັງທີ່ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກັກຕົວພວກກ່ຽວໄດ້  ແລ້ວສົ່ງມາດຳເນີນຄະດີຕາມກົດໝາຍ.

ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ຄຳຈັນ ອາຍຸ 20 ປີ ຢູ່ບ້ານນາຂ້ອຍສາວ, ທ້າວ ແອນ້ອຍ ອາຍຸ 17 ປີ,ທ້າວ ສີສົມພອນ ອາຍຸ 15 ປີ ທັງ 2 ຄົນນີ້ຢູ່ບ້ານນາໄຊນ້ອຍ ແລະ ທ້າວ ໂຊນິກ ອາຍຸ 19 ປີ ຢູ່ບ້ານສະໂປນ ທັງ 3 ບ້ານດັ່ງກ່າວ ຂຶ້ນກັບເມືອງສາລະວັນ ແຂວງສາລະວັນ.

ຜ່ານການສອບສວນ ຜູ້ຖືກຫາ ທັງ 4 ຄົນ ສາລະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວປຸ້ນເອົາລົດ ຈັກ ຢູ່ຕາມເສັ້ນທາງເລກທີ 20, ເລກທີ15 A, 15B ແລະ ເສັ້ນທາງຮ່ອມ ບໍລິເວນອະນຸສອນສະຖານອົງແກ້ວ-ສວນສາທາລະນະ ແລະ ຄັ້ງຫຼ້າສຸດນີ້, ໄດ້ຮ່ວມກັນປຸ້ນເອົາລົດຈັກຂອງຜູ້ເສຍຫາຍ ເປັນຍິງສາວ 3 ຄົນ ຂັບຂີ່ຊ້ອນກັນມາ, ໂດຍໃຊ້ຮູບການຂັບຂີ່ລົດຈັກແນບຂ້າງລົດຈັກເປົ້າໝາຍປຸ້ນ ແລ້ວໃຊ້ຕີນຢັນລົດຈັກຄັນດັ່ງກ່າວ ໃຫ້ເສຍຫຼັກລົ້ມລົງຂ້າງທາງ ແລ້ວກໍໃຊ້ມີດແລະ ງ້າວ ລົງໄປນາບຂູ່ ເຮັດໃຫ້ຜູ້ເສຍຫາຍທັງ 3 ຄົນ ແລ່ນປົບໜີ.ຈາກນັ້ນ, ກໍພາກັນເອົາລົດຈັກທີ່ປຸ້ນມາໄດ້ນັ້ນ ໄປຊຸກເຊື່ອງໄວ້ຢູ່ຖຽງນາ ຢູ່ເຮືອນທ້າວ ປ້ອມ ຢູ່ບ້ານສະໂປນ ເມືອງສາລະວັນ.ນອກຈາກນີ້, ຜ່ານມາ ໄດ້ເອົາລົດຈັກທີ່ປຸ້ນມາອີກຄັນໜຶ່ງ ໄປຂາຍ ຢູ່ທີ່ເມືອງປາກຊ່ອງ ແຂວງຈຳປາສັກ. ສ່ວນລົດຈັກອີກຈຳນວນໜຶ່ງ ທີ່ປຸ້ນມາໄດ້ ແມ່ນເອົາໃຫ້ໝູ່ຈ່າວຂາຍ ເມື່ອໄດ້ເງິນມາ ກໍແບ່ງປັນກັນໃຊ້ຈ່າຍຫຼິ້ນກີນຟຸມເຟືອຍຈົນໝົດ.

ປັດຈຸບັນ,ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ຈະໄດ້ສອບສວນຂະຫຍາຍຜົນໃຫ້ລະອຽດ ເພື່ອຕິດຕາມເກັບກູ້ລົດຈັກທີ່ພວກກ່ຽວປຸ້ນໄປຂາຍ ມາມອບຄືນໃຫ້ເຈົ້າຂອງເດີມ ແລະ ຈະໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການ ສັ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.

ທີ່ມາ: ຄວາມສະຫງົບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ