2
ຍາມຝົນ ຮ່ວມກັນອະນາໄມຫົນທາງ ຫລີກເວັ້ນບັນຫານໍ້າຖ້ວມຂັງ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 June, 2024
ໝວດ: ຂ່າວ

ສະພາບນໍ້າຖ້ວມຂັງຕາມເສັ້ນທາງຫລາຍເສັ້ນໃນນະຄອນຫລວງວຽງຈັນ ກໍຄືໃນຕົວເມືອງໃຫຍ່ບັນດາແຂວງໃນທົ່ວປະເທດ ໄດ້ກາຍເປັນປະເດັນຫ່າງສຽງໃນສັງຄົມ ເນື່ອງຈາກທໍ່ລະບາຍນໍ້າຕາມແຄມທາງມີຂີ້ເຫຍື້ອ, ຂີ້ຕົມ, ແຮ່ຊາຍອັດຕັນເຮັດໃຫ້ນໍ້າໄຫລບໍ່ທັນສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ສ້າງຄວາມເປິເປື້ອນໃຫ້ຖະໜົນຫົນທາງດົນນານໄປເຮັດໃຫ້ທາງເປ່ເພ ແລະ ອື່ນໆ.

ຢ່າງໃດກໍດີ ຕໍ່ກັບບັນຫານີ້ ແມ່ນຕິດພັນກັບການຂາດຄວາມເປັນເຈົ້າການຮ່ວມກັນເຮັດອະນາໄມຢ່າງຈິງຈັງ. ຈາກສະພາບທີ່ເກີດຂຶ້ນໃນແຕ່ລະປີຜ່ານມານີ້, ໄດ້ສະທ້ອນໃຫ້ເຫັນເຖິງການຮັບມືໃນໄລຍະລະດູຝົນປີນີ້ ທີ່ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສົມທົບກັນວາງແຜນແກ້ໄຂກໍຄືການເຮັດອະນາໄມ ຫລື ການລ່ວງທໍ່ລະບາຍນໍ້າໃຫ້ທັນ ເພື່ອຫລຸດຜ່ອນການເກີດສະພາບນໍ້າຖ້ວມຂັງຕາມເສັ້ນທາງໃນນະຄອນຫລວງວຽງຈັນ ກໍຄືບັນດາເມືອງໃຫຍ່ໃນທົ່ວປະເທດ.  ປັດຈຸບັນນີ້ ໄດ້ກ້າວສູ່ລະດູຝົນ ແລະ ກໍມີຝົນຕົກຕໍ່ເນື່ອງໃນຂອບເຂດທົ່ວປະເທດ ເຊິ່ງມັນຮຽກຮ້ອງເຖິງການຮັບມືຕໍ່ສະພາບນ້ຳຖ້ວມຕ່າງໆ ຂອງທຸກພາກສ່ວນໃນສັງຄົມ. ໜຶ່ງໃນນີ້ ກໍແມ່ນການຮັບມືຕໍ່ສະພາບນ້ຳຖ້ວມຂັງເສັ້ນທາງທີ່ສ້າງຄວາມຫຍຸ້ງຍາກຕໍ່ການສັນຈອນໄປມາໃນລະດູຝົນປີນີ້.

ຢ່າງໃດກໍດີທ້າຍອາທິດຜ່ານມານີ້, ຜູ້ຂຽນໄດ້ມີໂອກາດໄປບ້ານຫລັກ 52 ຫລື ເມືອງ ໂພນໂຮງ ແຂວງວຽງຈັນ ກໍປະກົດເຫັນພາກສ່ວນກ່ຽວຂ້ອງໄດ້ເປັນເຈົ້າການຮ່ວມກັນອະນາໄມປັດກວດດິນອອກຈາກແຄມທາງ,  ລ່ວງຮ່ອງລະບາຍນ້ຳຕາມເສັ້ນທາງ ເລກທີ 13 ເໜືອ ຂອບເຂດເມືອງນາ ຊາຍທອງ ນະຄອນຫລວງວຽງຈັນ ຍ່ານທາງທີ່ມີຄວາມສ່ຽງຕໍ່ສະ ພາບນ້ຳຖ້ວມຂັງໃນເວລາມີຝົນຕົກ ເພື່ອຮັບມືກັບນ້ຳຖ້ວມຂັງ ແລະ ອຳ ນວຍຄວາມສະດວກໃຫ້ແກ່ການ ສັນຈອນໄປມາຂອງສັງຄົມໃນປີນີ້. ສຳລັບໃນນະຄອນຫລວງວຽງຈັນ ໃນໄລຍະຜ່ານມາເສັ້ນທາງທີ່ມັກ ເກີດນ້ຳຖ້ວມຂັງກໍມີຫລາຍຈຸດ  ໂດຍ ສະເພາະແມ່ນຈຸດ 4 ແຍກໄຟແດງ ທາດຫລວງ, ໄຟແດງໂພນປ່າເປົ້າ, ເສັ້ນທາງສຸພານຸວົງ ແລະ ອື່ນໆ ຖ້າ ມີຝົນຕົກແຮງຫລາຍຊົ່ວໂມງກໍຈະ ກໍ່ໃຫ້ເກີດນ້ຳຖ້ວມຂັງເປັນປະຈຳ. ດັ່ງນັ້ນ, ພວກເຮົາຕ້ອງເປັນເຈົ້າການຊ່ວຍ ໃນການເຮັດອະນາໄມ ເປັນປະຈຳດ້ວຍການເອົາດິນທີ່ອັດຕັນຮ່ອງລະບາຍນ້ຳອອກ, ປັດກວາດດິນຕົກຄ້າງສອງຝາກທາງຢູ່ຕາມໜ້າເຮືອນໃຜລາວ, ມ້ຽນມັດຂີ້ເຫຍື້ອໃຫ້ເປັນລະບຽບບໍ່ໃຫ້ໄຫລໄປອັດຕັນຮ່ອງລະບາຍນ້ຳເວລາມີຝົນຕົກ, ການຂົນສົ່ງດິນຫີນ-ຊາຍ ຂອງຜູ້ປະກອບການກໍຕ້ອງມີຄວາມຮັບປະກັນ ແລະ ບໍ່ຫລາຍເກີນຈົນຫລົ້ນຕົກເຮ່ຍໄປຕາມທາງ ອັນຈະເຮັດໃຫ້ຕັນທໍ່ລະບາຍນ້ຳຈົນເກີດມີນ້ຳຖ້ວມຂັງທີ່ສ້າງຄວາມຫຍຸ້ງຍາກຕໍ່ສັງຄົມ.

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
ຢ່າລື່ມກົດຕິດຕາມ