2
ກອງປະຊຸມບັນດາຜູ້ນຳໜ້າຄັ້ງທີ 15 ເວທີປາໄສເສດຖະກິດໂລກ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 25 June, 2024
ໝວດ: ຂ່າວ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ບັນດາ ຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສ ເສດຖະກິດໂລກ (WEF 15), ຫລື ເອີ້ນວ່າ Davos ລະດູແລ້ງ, ດຳເນີນ ແຕ່ວັນທີ 25–27 ມິຖຸນາ ຢູ່ນະຄອນ ຕະຫລຽນ, ແຂວງ ຫລຽວໜິງ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ບັນດາຂົງເຂດ ເຕີບໂຕໃໝ່” ເພື່ອປຶກສາ ຫາລື ກ່ຽວກັບ ຫລາຍຫົວຂໍ້ທີ່ກ່ຽວຂ້ອງເຖິງ ການສ້າງ ຮູບແບບ ເຕີບໂຕສີຂຽວ ແລະ ຍືນຍົງ ໃຫ້ອະນາຄົດ. ນັບແຕ່ປີ 2007, ເມື່ອ WEF ຈັດກອງປະຊຸມ ຄັ້ງທຳອິດຢູ່ ສປ ຈີນ, ທຽນຈີນ ແລະ ຕະຫລຽນ ເຊິ່ງເປັນສອງ ນະຄອນ ຜັດປ່ຽນກັນ ຈັດເວທີປາໄສ “Davos ລະດູແລ້ງ”. ນີ້ກໍແມ່ນ ກອງປະຊຸມ ສຳຄັນ ຄັ້ງທີ 2 ໃນປີຂອງ WEF, ພາຍຫລັງ ທີ່ WEF Davos ໄດ້ດຳເນີນເມື່ອຕົ້ນປີ ຢູ່ນະຄອນ Davos ຂອງ ສະວິດ. ສຳລັບ ກອງປະຊຸມ WEF ຄັ້ງທີ 15 ປີ 2024 ຢູ່ ຕະຫລຽນ ໂດຍມີ ຜູ້ແທນຂັ້ນສູງ ຈາກຫລາຍປະເທດ ເຂົ້າຮ່ວມ ຫລາຍກວ່າ 1.600 ຄົນ ລວມມີ ທ່ານ ຫລີ ຊຽນ,ນາຍົກລັດຖະມົນຕີຈີນ ປະເທດເຈົ້າພາບ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ອັນຊີ ດູດາ(Andrzej Duda),ປະທານາ ທິບໍດີ ໂປໂລຍ, ໃນວາລະ ກອງປະຊຸມ ໄດ້ດຳເນີນ ຫລາຍກວ່າ 200 ກິດຈະກຳ. ໃນສະພາບການ ວິກິດການ ດ້ານດິນຟ້າ ອາກາດ ນັບມື້ ນັບສົ່ງຜົນກະທົບ ຕໍ່ການເຕີບໂຕ ເສດຖະກິດ ຂອງບັນດາປະເທດ, ການປະຢັດ ພະລັງງານ, ຫລຸດຜ່ອນ ອາຍພິດ ກາກບອນ, ສ້າງຮູບແບບ ເຕີບໂຕໃໝ່ ແບບດຸ່ນດ່ຽງ, ຍືນຍົງ ແລະ ຄວາມກົມກຽວກັບ ທຳມະຊາດ ຫລາຍກວ່າເກົ່າ ແມ່ນບັນດາ ເນື້ອໃນ ບຸລິມະສິດ ທີ່ໄດ້ນຳມາ ປຶກສາຫາລື ໃນກອງປະຊຸມ ດັ່ງກ່າວ.

 

 

ໃນວາລະປຶກສາ ຫາລື ຄັ້ງທຳອິດ ຂອງກອງປະຊຸມ WEF ຄັ້ງທີ 15, ໄດ້ດຳເນີນ ວັນທີ 25 ມິຖຸນາ, ກ່ຽວກັບຫົວຂໍ້ “ເຊື່ອມຕໍ່ ດ້ານດິນຟ້າອາກາດ, ທຳມະຊາດ ແລະ ພະລັງງານ”, ນັກປະຖະກະຖາ ສ່ວນຫລາຍ ໄດ້ຢັ້ງຢືນວ່າ ການປົກປັກ ຮັກສາ ທຳມະຊາດ, ຊີວະນາໆພັນ ໃນປັດຈຸບັນ ບໍ່ພຽງແຕ່ ແມ່ນພັນທະ ບັງຄັບ ສຳລັບ ບັນດາປະເທດ ແລະ ປະຊາຄົມ ເທົ່ານັ້ນ, ຫາກຍັງແມ່ນ ຂົງເຂດໜຶ່ງ ເພື່ອຄົ້ນຫາ ແລະ ກໍ່ສ້າງ ບັນດາ ພື້ນຖານ ເຕີບໂຕສີຂຽວ ໃຫ້ແກ່ອະນາຄົດ.  ທ່ານ ອັນເດຣ ຮໍຟຟຣີແມນ(Andre Hoffimann), ປະທານຮ່ວມ ວາລະປຶກສາ ຫາລື ຢູ່ກອງປະຊຸມ WEF15 ໃຫ້ຂໍ້ສັງເກດວ່າ:  ຖ້າຫາກວ່າ ການເຕີບໂຕ ເສດຖະ ກິດ ບໍ່ໄດ້ຮັບການຄວບຄຸມ ໃນລະດັບ ຂອງໜ່ວຍໂລກນັ້ນ, ແມ່ນຈະບີບຮັດ ບັນດາລະບົບ ທຳມະຊາດ ແລະ ໃນໄລຍະຍາວ ບໍ່ນຳມາ ເຊິ່ງຜົນປະໂຫຍດໃດໆ. ດັ່ງນັ້ນ, ສານຂອງມື້ນີ້ແມ່ນ ທຳມະຊາດ ແມ່ນໂອກາດ ຫາກ ບໍ່ແມ່ນຄ່າ ໃຊ້ຈ່າຍ ແລະ ຖ້າຫາກວ່າ ຢາກມີການເຕີບໂຕໃໝ່, ແມ່ນຕ້ອງເອົາໃຈໃສ່ ເຖິງບັນດາ ຂໍ້ຈຳກັດ ຂອງໜ່ວຍໂລກ. ນອນີ້ ຍັງຈະສ້າງກຳລັງໜູນ ຊຸກຍູ້ ບັນດາປະເທດ ດຳເນີນ ການຫັນໄປ ນຳໃຊ້ເຕັກໂນໂລຢີ ສີຂຽວ ແລະ ພື້ນຖານ ເສດຖະກິດ ສີຂຽວ ຢ່າງວ່ອງໄວ ໃນຕໍ່ໜ້າ.

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ