ພິທີມອບ-ຮັບເງິນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈໍານວນ 1 ຕື້ກີບ ຈາກ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ມີຂຶ້ນໃນວັນທີ 28 ມິຖຸນາ 2024 ນີ້ ທີ່ກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານ ສປປ ລາວຮັບໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງຫົວໜ້າອະນຸກໍາມະການຂົນຂວາຍການຊ່ວຍເຫຼືອ ສໍາລັບປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເປັນຜູ້ຮັບ ແລະ ມອບໂດຍທ່ານ ຈີ່ຊົ່ງ ຈືຫວ່າໄຊກິ ຜູ້ອໍານວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ.
ການຊ່ວຍເຫຼືອດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.
ຂ່າວ-ພາບ: ກະຊວງການຕ່າງປະເທດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |