
ອຳນາດການປົກຄອງເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີປະກາດສ້າງຕັ້ງປ່າອາຮັກປາກຫ້ວຍເກາະເຂດບ້ານນາຢອງເປັນປ່າສະຫງວນຂອງເມືອງລະມາມ, ຊຶ່ງພິທີ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2024 ຜ່ານມານີ້ ທີ່ບ້ານນາຢອງ ໂດຍມີທ່ານ ໄຊຍະຫວັດ ກ້ອນຄໍາໝັ້ນ ປະທານກວດກາພັກ-ລັດເມືອງລະມາມ ເຂົ້າຮ່ວມ.
ທ່ານ ສະໜອງ ສິມມາວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລະມາມ ລາຍງານວ່າ: ປ່າສະຫງວນປ່າອາຮັກປາກຫ້ວຍເກາະ ມີເນື້ອທີ່ທັງໝົດ 17,4 ເຮັກຕາ ເພື່ອອະນຸລັກທຳມະຊາດ, ປົກປັກຮັກສາ ແລະ ຂະຫຍາຍພັນພືດ, ພັນສັດນ້ຳ, ສັດປ່ານາໆຊະນິດ, ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆທີ່ມີຄຸນຄ່າທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ຄົ້ນຄວ້າວິທະຍາສາດ.
ເພື່ອເຮັດໃຫ້ປ່າສະຫງວນແຫ່ງນີ້ ໄດ້ຮັບການອະນຸລັກຮັກສາຢ່າງຖືກຕ້ອງ ແລະ ເຂັ້ມງວດ ຂໍໃຫ້ທຸກພາກສ່ວນຈົ່ງພ້ອມກັນເປັນເຈົ້າການຮ່ວມມືກັນປົກປັກຮັກສາເຂດປ່າສະຫງວນປ່າອາຮັກປາກຫ້ວຍເກາະຢ່າງແຂງແຮງ ໃຫ້ກາຍເປັນເຂດທຳມະຊາດທີ່ມີຄວາມອຸດົມສົມບູນຂອງເມືອງລະມາມກໍຄືແຂວງເຊກອງ.
ຂ່າວຈາກ: ວສລ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,531 | 21,808 |
THB | 664.53 | 675.83 |
EUR | 23,983 | 24,463 |
CNY | 2,944 | 3,003 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














