ສປປ ລາວ ຈະເປັນປະທານອາຊຽນໃນປີ 2024 ຫຼື ຈະເປັນປະທານຈັດກອງປະຊຸມ ອາຊຽນໃນປີ 2024 ໂດຍໄດ້ກໍານົດເອົາຄໍາຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ບັນດາບູລິມະສິດ ພາຍໃຕ້ຄຳຂວັນດັ່ງກ່າວ ສາມາດສັງລວມໄດ້ດັ່ງນີ້:
I. ເພີ່ມທະວີການເຊື່ອມຈອດ
ການເຊື່ອມຈອດມີບົດບາດສຳຄັນຢ່າງຍິ່ງໃນການສະໜັບສະໜູນຂະບວນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງ, ຊຶ່ງປະກອບດ້ວຍເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນການສົ່ງເສີມ ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ການຟື້ນຟູຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືການສ້າງຄວາມເຂັ້ມແຂງເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ.
ພາຍໃຕ້ “ການເພີ່ມທະວີການເຊື່ອມຈອດ”, ສປປ ລາວ ຈະສຸມໃສ່ການຮ່ວມມືໃນຂົງເຂດບູລິມະສິດດັ່ງລຸ່ມນີ້:
1.ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ: ຂົງເຂດບູລິມະສິດນີ້ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆ ເຊັ່ນ: ການກໍານົດລະບຽບຫຼັກການໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະ ເພີ່ມທະວີການເຊື່ອມຈອດທາງດ້ານຕ່ອງໂສ້ການສະໜອງພາຍໃນອາຊຽນຊຶ່ງຈະເປັນການເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນເມື່ອເສດຖະກິດພາກພື້ນມີການເຊື່ອມຈອດກັນຫຼາຍຂຶ້ນ.ບັນດາໜ້າວຽກບູລິມະສິດທາງດ້ານເສດຖະກິດພາຍໃຕ້ບູລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງດ້ານເສດຖະກິດ.ນີ້ຈະເປັນການສົ່ງເສີມການເຊື່ອມຈອດດ້ານເສດຖະກິດລະຫວ່າງອາຊຽນ ແລະ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ. ການເຊື່ອມຈອດທີ່ເຂັ້ມແຂງ, ໂດຍສະເພາະ ດ້ານການຄ້າ ແລະ ການລົງທືນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ,ການສ້າງຄວາມເຂັ້ມແຂງໂດຍຜ່ານການຈະເລີນເຕີບໂຕ ແລະ ສະຖຽນລະພາບທາງດ້ານເສດຖະກິດ.ບັນດາໜ້າວຽກບູລິມະສິດເພື່ອສະໜັບສະໜູນການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດປະກອບມີ:ຖະແຫຼງການອາຊຽນ ວ່າດ້ວຍ ການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ; ໃຫ້ສໍາເລັດການທົບທວນ ເພື່ອຍົກລະດັບສັນຍາຂອບການຮ່ວມມືດ້ານຊັບສິນທາງປັນຍາອາຊຽນ; ໃຫ້ສໍາເລັດການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ ສະບັບທີ 3ຢ່າງມີເນື້ອໃນ; ເຮັດໃຫ້ອານຸສັນຍາ ສະບັບທີສອງ ຂອງສັນຍາວ່າດ້ວຍການສ້າງເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ ມີຜົນບັງຄັບໃຊ້; ແລະ ປັບປຸງຄືນຍຸດທະສາດການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ສົ່ງເສີມການຈະເລີນເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະມີສ່ວນຮ່ວມຢ່າງທົ່ວເຖິງໃນພາກພື້ນອາຊຽນ.
2. ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງແລະຍືນຍົງ: ບູລິມະສິດນີ້ຮັບຮູ້ເຖິງຄວາມສຳຄັນຂອງການພັດທະນາແບບຍືນຍົງຂອງອາຊຽນ,ເຊື່ອມໂຍງເປົ້າໝາຍດ້ານສິ່ງແວດລ້ອມ ແລະ ສັງຄົມ ເຂົ້າກັບການສ້າງພາກພື້ນອາຊຽນໃຫ້ເຂັ້ມແຂງກວ່າເກົ່າ.ໜ້າວຽກບູລິມະສິດ ພາຍໃຕ້ບູລິມະສິດນີ້ ຈະສຸມໃສ່ການຮ່ວມມືໃນຂົງເຂດການພັດທະນາແບບຍືນຍົງ. ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ, ໜ້າວຽກບູລິມະສິດນີ້ແນໃສ່ສະໜັບສະໜູນກະສິກຳແບບຍືນຍົງ; ໃຫ້ມີມາດຕະຖານໃໝ່ກ່ຽວກັບການທ່ອງທ່ຽວແບບອະນຸລັກ; ຍຸດທະສາດ ສໍາລັບການຫຼຸດຜ່ອນການເຜົາໄໝ້ສິ່ງເສດເຫຼືອຈາກຜົນຜະລິດພືດ ແລະ ແນວທາງໃໝ່ເພື່ອສ້າງພື້ນຖານໂຄງລ່າງດ້ານພະລັງງານ ແລະ ການຄ້າດ້ານພະລັງງານໃນອາຊຽນ.ການສົ່ງເສີມການມີສ່ວນຮ່ວມຢ່າງທົ່ວເຖິງຈະຮັດແໜ້ນການເຊື່ອມຈອດລະຫວ່າງພາກສ່ວນຕ່າງໆພາຍໃນອາຊຽນ, ລວມທັງຊຸມຊົນທີ່ດ້ອຍໂອກາດ ແລະ ພາກທຸລະກິດ, ແລະ ຈະຮັບປະກັນໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເສດຖະກິດອາຊຽນ. ພາຍໃຕ້ການເປັນປະທານຂອງ ສປປ ລາວ, ໜ້າວຽກບູລິມະສິດທາງດ້ານເສດຖະກິດຈະສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນກະດູກສັນຫຼັງຂອງເສດຖະກິດໃນທົ່ວອາຊຽນ ດ້ວຍການຊອກຫາຊ່ອງທາງໃຫມ່ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງທຶນຂອງພາກທຸລະກິດແບບມີສ່ວນຮ່ວມຢ່າງທົ່ວເຖິງ.ບັນດາໜ້າວຽກທີ່ສະໜັບສະໜູນບູລິມະສິດນີ້ລວມມີ: ການສ້າງແຜນຍຸດທະສາດ/ລະບຽບການ ສຳລັບການຫຼຸດຜ່ອນການເຜົາໄໝ້ສິ່ງເສດເຫຼືອຈາກຜົນຜະລິດພືດ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ຍຸດທະສາດການຫຼຸດຜ່ອນອາຍກາກໂບນິກໃນອາຊຽນ; ການສ້າງແຜນປະຕິບັດງານອາຊຽນ ວ່າດ້ວຍ ກະສິກໍາແບບຍືນຍົງ; ໃຫ້ມີຄວາມຄືບໜ້າທາງດ້ານເນື້ອໃນໃນການສ້າງຂໍ້ຕົກລົງສະບັບໃໝ່ວ່າດ້ວຍການສ້າງສາຍສົ່ງພະລັງງານໄຟຟ້າອາຊຽນ ແລະ ການຄ້າດ້ານພະລັງງານແບບຫຼາຍຝ່າຍໃນພາກພື້ນ; ສ້າງມາດຕະຖານການທ່ອງທ່ຽວແບບອະນຸລັກອາຊຽນ ແລະ ແກ້ໄຂຊ່ອງຫວ່າງທາງດ້ານການເງິນສໍາລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.
3. ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ: ບູລິມະສິດນີ້ ແມ່ນເພື່ອສົ່ງເສີມໃຫ້ອາຊຽນ ເປັນເຂດເສດຖະກິດດິຈິຕອນທີ່ນຳໜ້າ,ດ້ວຍການສ້າງໃຫ້ອາຊຽນມີການເຊື່ອມຈອດກັນພາຍໃນ ແລະ ເຊື່ອມຈອດກັບທົ່ວໂລກ ໂດຍການນໍາໃຊ້ເຄື່ອງມືທີ່ທັນສະໄໝ, ຊຶ່ງເຄື່ອງມືທັນສະໄໝດັ່ງກາວຈະສ້າງກາລະໂອກາດອັນໃໝ່ ແລະ ສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆຈາກເສດຖະກິດໂລກທີ່ທັນສະໄຫມ.ການຫັນເປັນດີຈີຕອນ ສາມາດເພີ່ມທະວີການເຊື່ອມຈອດໃນອາຊຽນ ເພາະຈະເປັນວິທີທາງໃໝ່ສຳລັບການຕິດຕໍ່ສື່ສານ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ. ດ້ວຍການນຳໃຊ້ເຕັກໂນໂລຊີດິຈີຕອນ, ວິທີການແລະກົນໄກການຊຳລະຜ່ານລະບົບເອເລັກໂຕຣນິກ, ອາຊຽນຈະສາມາດແກ້ໄຂບັນຫາສິ່ງທີ່ເປັນອຸປະສັກກີດຂວາງແລະ ສາມາດສື່ສານໄດ້ທັນເວລາ, ເສີມສ້າງການພັດທະນາປະຊາຄົມໃຫ້ມີການເຊື່ອມຈອດແລະເຊື່ອມໂຍງຫຼາຍຂຶ້ນ. ການຫັນເປັນດີຈີຕອນ ຍັງສາມາດສ້າງຄວາມເຂັ້ມແຂງຂອງອາຊຽນ ໂດຍການຍົກລະດັບຂີດຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງ ແລະ ບັນຫາຕ່າງໆ.ພາຍໃຕ້ການເປັນປະທານຂອງ ສປປ ລາວ, ໜ້າວຽກ ບູລິມະສິດຈະສຸມໃສ່ການຫຼຸດຜ່ອນສະພາວະຊັກຊ້າໃນລະບົບການຄ້າຊຶ່ງເປັນການປູທາງໄປສູ່ລະບົບຜ່ານປະຕູດຽວອາຊຽນໃນຮູບແບບໃໝ່ ແລະ ສ້າງແຜນງານເພື່ອກ້າວໄປສູ່ມາດຕະຖານການຄ້າດ້ານດິຈິຕອນແບບໃໝ່ທີ່ສອດຄ່ອງກັບມາດຕະຖານຂອງສາກົນ.ສປປ ລາວ ຈະຊຸກຍູ້ສົ່ງເສີມໜ້າວຽກບູລິມະສິດ ເພື່ອສ້າງກາລະໂອກາດອັນໃໝ່ໃນຂະແໜງການດີຈິຕອນສໍາລັບບຸກຄົນ ໂດຍການເປີດນໍາໃຊ້ເວທີການສຶກສາຜ່ານລະບົບອອນລາຍ ໃນຍຸກອຸດສາຫະກຳ 4.0 ແລະ ສໍາລັບທຸລະກິດໂດຍຜ່ານແຜນດຳເນີນງານການສ້າງຕັ້ງລະບົບຕົວເລກຂຶ້ນທະບຽນວິສາຫະກິດອາຊຽນ.ໜ້າວຽກບູລິມະສິດເພື່ອຜັນຂະຫຍາຍບູລິມະສິດນີ້ ປະກອບມີ: ສຳເລັດການສຶກສາດ້ານເຕັກນິກກ່ຽວກັບບະລົບພາສີຜ່ານປະຕູດຽວອາຊຽນໃນຮູບແບບໃໝ່, ໃນນີ້ຈະມີການຮັບຮອງເອົາແຜນງານວ່າດ້ວຍມາດຕະຖານການຄ້າດີຈີຕອນໃນອາຊຽນ, ເວທີການສຶກສາຜ່ານລະບົບອອນລາຍ ໃນຍຸກອຸດສາຫະກຳ 4.0 ແລະ ຮັບຮອງເອົາແຜນງານເພື່ອສ້າງຕັ້ງລະບົບຕົວເລກຂຶ້ນທະບຽນວິສາຫະກິດໃນອາຊຽນ.
4. ວັດທະນະທໍາ ແລະ ສິລະປະ:ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ:ບູລິມະສິດນີ້ແມ່ນແນໃສ່ ສົ່ງເສີມບົດບາດວຽກງານວັດທະນະທໍາ ແລະ ສິລະປະໃນພາກພື້ນອາຊຽນ ເພື່ອສ້າງຄວາມອາດສາມາດຂອງຊັບພະຍາກອນມະນຸດ ແລະ ເພີ່ມຈໍານວນກິດຈະກຳແລະໂຄງການທາງດ້ານວັດທະນະທຳແລະສິລະປະ ໃນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງດ້ານວັດທະນະທໍາ ຄຽງຄູ່ກັບການຈະເລີນເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ. ບັນດາໜ້າວຽກ ທີ່ຈະສະໜັບສະໜູນ ບູລິມະສິດດັ່ງກ່າວມີ: ຖະແຫຼງການອາຊຽນ ວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງກ່ຽວກັບວັດທະນະທໍາ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ໂຄງການສະແດງສີລະປະອາຊຽນ ທີ່ນະຄອນຫຼວງວຽງຈັນ;ສັບປະດາຮູບເງົາອາຊຽນ ທີ່ ນະຄອນຫຼວງວຽງຈັນ; ການສະແດງສິລະປະທີ່ດີເດັ່ນ 2024: “ອາຊຽນເປັນເວທີໜຶ່ງດຽວ”; ໂຄງການແລກປ່ຽນຊາວໜຸ່ມອາຊຽນ-ຍີ່ປຸ່ນກ່ຽວກັບຜະລິດຕະພັນທາງດ້ານສິລະປະທີ່ມີຫົວຄິດປະດິດສ້າງ; ເທດສະການດົນຕີອາຊຽນ-ສ.ເກົາຫຼີ 2024; ໂຄງການແລກປ່ຽນນັກສຶກສາສິລະປະດົນຕີອາຊຽນ; ຈັດສໍາມະນາກ່ຽວກັບເຈ້ຍປໍສາ ເພື່ອເຮັດໃຫ້ອາຊຽນປາສະຈາກພາດສະຕິກ; ຈັດຂະບວນລົດໄຟເຜີຍແຜ່ມໍລະດົກວັດທະນະທຳຕາມແລວເສັ້ນທາງລົດໄຟ – ເພີ່ມທະວີການເຊື່ອມຈອດ ໃນທ່າມກາງຄວາມຫຼາກຫຼາຍທາງດ້ານວັດທະນະທຳ.
II. ເພີ່ມທະວີຄວາມເຂັ້ມແຂງ
ການເປັນປະທານອາຊຽນ ຂອງ ສປປ ລາວແມ່ນດໍາເນີນໃນປີທີ່ສະພາບພູມສາດການເມືອງ ແລະພູມສາດເສດຖະກິດມີການປ່ຽນແປງຢ່າງສະຫຼັບສັບຊ້ອນ ແລະ ມີສິ່ງທ້າທາຍຫຼາຍດ້ານ. ການເພີ່ມທະວີຄວາມເຂັ້ມແຂງຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນ ສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ ຢ່າງມີປະສິດທິພາບ ແລະຍືນຍົງເພື່ອພາລະກິດລວມແຫ່ງສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືເພື່ອພັດທະນາ.
ບັນດາກິດຈະກໍາ ແລະ ຂົງເຂດລຸ່ມນີ້ ແມ່ນແນໃສ່ສະໜັບສະໜູນການ “ເພີມທະວີຄວາມເຂັ້ມແຂງ”:
1. ສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045:
ປີ 2024 ເປັນປີສໍາຄັນ ເພາະ ອາຊຽນ ກ້າວສູ່ໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ການທົບທວນ ແລະ ການປະເມີນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຈະເລີ່ມຕົ້ນໃນປີ 2024 ແລະ ໃຫ້ສໍາເລັດໃນປີ 2025.
ວິໄສທັດປະຊາຄົມອາຊຽນ 2045 ໄດ້ຖືກຮັບຊາບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 43. ໃນປີ 2024 ຈະເລີ່ມສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດນີ້ເພື່ອໃຫ້ຜູ້ນໍາອາຊຽນຮັບຮອງເອົາໃນປີ 2025. ຄາດຄະເນວ່າຈະມີການອອກຖະແຫຼງການຮ່ວມຜູ້ນໍາອາຊຽນກ່ຽວກັບການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.
2. ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ:ຈະສຸມໃສ່ຂົງເຂດລຸ່ມນີ້:
ສປປ ລາວ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບພາຍນອກ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ແລະ ການສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສົມບູນພູນສຸກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ເປັນຜູ້ນໍາພາ ຄຽງຄູ່ກັບການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປ.ສປປ ລາວ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມືອາຊຽນ ກັບ ບັນດາຄູ່ເຈລະຈາ, ຄູ່ຮ່ວມຂະແໜງການ ແລະ ຄຸ່ຮ່ວມພັດທະນາໂດຍຜ່ານບັນດາຂອບການຮ່ວມມື, ແຜນປະຕິບັດງານ, ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ, ຂົງເຂດການຮ່ວມມື ແລະ ໂຄງການຮ່ວມມືເພື່ອການພັດທະນາ ບົນພື້ນຖານຜົນປະໂຫຍດຮ່ວມກັນ.ໃນຖານະເປັນປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ, ສປປ ລາວ ຈະສຸມໃສ່ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ.
ເພື່ອສະໜັບສະໜູນ ການກະກຽມເຂົ້າເປັນສະມາຊິກສົມບູນອາຊຽນຂອງຕີມໍແລັດສະເຕ, ອາຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນດໍາເນີນງານ ແລະສືບຕໍ່ເຮັດວຽກເພື່ອໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີ ສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄລຍຢູ່ອາຊີຕາເວັນອອກສຽງໃຕ້.
ສປປ ລາວ ຈະຍຶດໝັ້ນຄວາມໝາຍໝັ້ນຂອງອາຊຽນ ເພື່ອຊ່ວຍ ມຽນມາ ໃນການຊອກຫາວິທີການແກ້ໄຂບັນຫາວິກິດການປະຈຸບັນໃນມຽນມາໂດຍສັນຕິວິທີ, ຖາວອນ ແລະ ແບບຮອບດ້ານ ໂດຍ ມຽນມາ ເປັນເຈົ້າການ ແລະ ເປັນຜູ້ນຳພາເພາະມຽນມາຍັງເປັນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກອາຊຽນໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ, ການທົບທວນແລະຄໍາຕົກລົງຂອງຜູ້ນໍາອາຊຽນ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ທີ່ຮັບຮອງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41 ທີ່ ພະນົມເປັນ (2022) ແລະ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ຈາກາກຕາ (2023).
3. ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າອາກາດ ຈະສຸມໃສ່ຂົງເຂດບູລິມະສິດ ຊຶ່ງລວມມີວຽກງານການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ໃຫ້ຍືນຍົງ;ການສົ່ງເສີມການພັດທະນາຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ;ການແກ້ໄຂັບັນຫາການປ່ຽນແປງສະພາບດິນຟ້າອາກາດດ້ວຍການຫຼຸດຜ່ອນ ແລະ ປັບຕົວ; ແລະ ການບໍລິໂພກ ແລະ ການຜະລິດແບບຍືນຍົງ. ອາຊຽນ ຈະຕ້ອງໄດ້ຍົກລະດັບທາງດ້ານນະໂຍບາຍ ແລະ ການດຳເນີນການຂອງຕົນ ລວມທັງ ການສ້າງນະໂຍບາຍພາກພື້ນ ແລະ ການຮ່ວມມືກັບສາກົນ ເພື່ອສະໜັບສະໜູນການອະນຸລັກ ແລະ ການພັດທະນາສິ່ງແວດລ້ອມແບບຍືນຍົງ. ພ້ອມນີ້, ກໍເຖິງເວລາ ທີ່ປະຊາຄົມອາຊຽນ ຈະລົງເລິກການຮ່ວມມືໃນການຟື້ນຟູເສດຖະກິດ ໂດຍຄຳນຶງເຖິງຄວາມຈຳເປັນອັນຮີບດ່ວນ ເພື່ອໃຫ້ມີບັນດາຂໍ້ລິເລີ່ມດ້ານການພັດທະນາສີຂຽວ ແລະ ສະອາດ, ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຈັດຕັ້ງປະຕິບັດວຽກງານຮັບມືການປ່ຽນແປງສະພາບດິນຟ້າອາກາດຢ່າງມີປະສິດທິຜົນ. ບັນດາກິດຈະກຳ ແລະ ເອກະສານຕ່າງໆ ທີ່ຈະສະໜັບສະໜູນບູລິມະສິດດັ່ງກ່າວມີ: ຖະແຫຼງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງສະພາບດິນຟ້າອາກາດ ຕໍ່ ກອງປະຊຸມລັດພາຄີ ສົນທິສັນຍາວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ ຄັ້ງທີ 29; ການສ້າງແຜນງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດດ້ານບັນຫາມົນລະພິດໝອກຄວັນຂ້າມຊາຍແດນ; ຂອບແຜນງານອາຊຽນ ວ່າດ້ວຍ ເສດຖະກິດທີ່ນໍາໃຊ້ຊັບພະຍາກອນໜ້ອຍ ແລະ ປາສະຈາກມົນລະພິດ ພາດສະຕິກ; ແລະ ແຜນງານການສ້າງຂີດຄວາມສາມາດ ສຳລັບ ປະເທດສະມາຊິກອາຊຽນ ເພື່ອການເຂົ້າເຖິງກອງທຶນສໍາລັບ ການພັດທະນາສີຂຽວ.
4. ແມ່ຍິງ ແລະ ເດັກນ້ອຍ:ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ: ບຸລິມະສິດນີ້ຈະສຸມໃສ່ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການຍົກສູງບົດບາດຂອງ ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຮັບຮູ້ກ່ຽວກັບການເບິ່ງແຍງດູແລ ແລະ ການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ, ຊຶ່ງເປັນບັນຫາສໍາຄັນໃນຫຼາຍປະເທດໃນອາຊີ ລວມທັງປະເທດສະມາຊິກອາຊຽນ. ໂດຍທົ່ວໄປແລ້ວ, ການໃຊ້ເວລາໃນການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ ຂອງແມ່ຍິງ ແລະ ເດັກຍິງ ແມ່ນບໍ່ດຸ່ນດ່ຽງກັນ ຖ້າທຽບໃສ່ຜູ້ຊາຍ ແລະ ເດັກຊາຍ, ຊຶ່ງກໍ່ໃຫ້ເກີດຂໍ້ຈໍາກັດຕໍ່ໂອກາດໃນດ້ານການສຶກສາ, ການເຮັດວຽກ/ການປະກອບອາຊີບ ແລະ ການມີສ່ວນຮ່ວມໃນສັງຄົມ. ບັນດາກິດຈະກຳ ແລະ ເອກະສານທີ່ຈະສະໜັບສະໜູນ ບູລິມະສິດດັ່ງກ່າວມີ: ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ຫຼັງປີ 2025, ແລະ ຖະແຫຼງການອາຊຽນ ວ່າດ້ວຍ ການເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງກ່ຽວກັບການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ຫຼັງປີ 2025.
5. ສາທາລະນະສຸກ:ການຫັນໄປສູ່ຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນຄວາມບໍ່ເຂັ້ມແຂງຂອງລະບົບສາທາລະນະສຸກ ຊຶ່ງມີຜົນຕໍ່ສາທາລະນະສຸກ ແລະ ການພັດທະນາເສດຖະກິດ-ສັງຄົມ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃນການສົ່ງເສີມລະບົບສາທາລະນະສຸກໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຮັບປະກັນການຕອບໂຕ້ຢ່າງທັນການ, ແລະ ການປະກອບສ່ວນຢ່າງວ່ອງໄວແລະມີປະສິດທິພາບໃນການຟື້ນຟູເສດຖະກິດ-ສັງຄົມ.ບັນດາເອກະສານ ແລະ ກິດຈະກຳ ທີ່ຈະສະໜັບສະໜູນບູລິມະສິດດັ່ງກ່າວປະກອບມີ: ຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ການສ້າງແຜນງານຈັດຕັ້ງປະຕິບັດຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບການຢຸດຕິຄວາມບໍ່ເທົ່າທຽມກັນ ແລະ ການກ້າວໄປສູ່ການຢຸດຕິການແຜ່ລະບາດພະຍາດເອດພາຍໃນປີ 2030; ແລະຈັດກິດຈະກໍາສະເຫຼີມສະຫຼອງຄົບຮອບ 10 ປີ ຂອງແຜນການຫຼຸດຜ່ອນໄພຂົ່ມຂູ່ທາງຊີວະພາບອາຊຽນ,ຄວາມຄືບໜ້າເພື່ອຢຸດຕິໂລກເອດໃນປີ 2030ແລະ ການມອບລາງວັນເມືອງປອດຄວັນຢາສູບໃນພາກພື້ນອາຊຽນ.
ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຄຳຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ຈະມີການອອກ ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໃນໂອກາດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນ ຕຸລາ 2024.
ທີ່ມາ VientianeTimes