2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 5 July, 2024
ໝວດ: ຂ່າວ

ຂປລ. ໃນວັນ​ທີ 3 ​ກໍລະກົດ 2024 ທີ່ນຄອນຫລວງວຽງຈັນ, ສະ​ຫາຍ ທອງ​ສະຫວັນ ພົມວິຫານ ກຳ​ມ​ະ​ກາ​ນ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ຂອງ ສະ​ຫາຍ ຮວງ ກາຣໂລດສ ເຟຣນັງເດັດສ ຮົວເຣັດສ໌ (Juan Carlos Fernandes Juárez) ເອກ​ອັກ​ຄະ​ລັດ​ຖະ​ທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ ຄົນໃໝ່ ປະຈຳ ສປປ ລາວ ທີ່ມີສໍານັກງານ ສະຖານທູດ ຕັ້ງຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ​.

ໃນໂອກາດດັ່ງກ່າວ, ສະ​ຫາຍ ທອງ​ສະຫວັນ ພົມວິຫານ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ສະ​ຫາຍ ຮວງ ກາຣໂລດສ ທີ່​ໄດ້​ຮັບ​ມອບ​ໝາຍໜ້າ​ທີ່ ​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ເວເນຊູເອລາ ຄົນໃໝ່ ປະ​ຈຳ​ ສ​ປ​ປ ລາວ ພ້ອມທັງຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ ​ແລະ ການ​ຮ່ວມ​ມື ລະຫວ່າງ ສປປ ລາວ ແລະ ເວເນຊູເອລາ ກໍ​ຄື ລະຫວ່າງ​ ພັກ​ປະຊາ​ຊົນ​ປະຕິວັດ​ລາວ ​ແລະ ພັກ​ສັງຄົມນິຍົມເອກະພາບ ເວເນຊູເອລາ ຕະຫລອດໄລຍະຜ່ານມາ​ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ສະ​ຫາຍ ​ເອກ​ອັກ​ຄະ​ລັດ​ຖະ​ທູດຄົນໃໝ່ ຈະ​ສືບ​​ຕໍ່ໃຫ້​ການ​ຮ່ວມ​ມື ​ແລະ​ ປະ​ສານ​ສົມ​ທົບຢ່າງ​ແໜ້ນ​ແຟ້ນ ກັບ ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​​ເປັນ​ຂົວ​ຕໍ່​ປະ​ສານ​ງານ ລະ​ຫວ່າງ ພັກ, ລັດ ຂອງ​ສອງ​ປະ​ເທດລາວ-ເວເນຊູເອລາ ເວົ້າ​ລວມ, ເວົ້າ​ສະ​ເພາະ ​ບັນ​ດາອົງ​ການ​ຈັດ​ຕັ້ງ​ຂອງ​ພັກ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນຂອງ​ລາວ ແລະ ເວເນຊູເອລາ ​ເພື່ອປະ​ກອບ​ສ່ວນ​ ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ ລະ​ຫວ່າງ ສອງ​ພັກ, ສອງລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ເວເນຊູເອລາ ​ໃຫ້​ນັບ​ມື້​​ມີ​ປະ​ສິດ​ທິ​ຜົນ​ ​ແລະ ​ເລິກ​ເຊິ່ງ ຍິ່ງໆ​ຂຶ້ນ.

ສະ​ຫາຍ ຮວງ ກາຣໂລດສ ​ກໍໄດ້ສະ​ແດງ​ຄວາມຂອບໃຈ​ເປັນ​ຢ່າງ​ສູງ​ ທີ່​ໄດ້​ມີ​ໂອ​ກາດ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ສະ​ຫາຍ​​ຫົວໜ້າຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໃນ​ໂອ​ກາດ​ທີ່​ໄດ້ມາ​ຮັບ​ໜ້າ​ທີ່ ​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ ຜູ້​ມີ​ອຳ​ນາດ​ເຕັມ​ ແຫ່ງ ເວເນຊູເອລາ ຄົນໃໝ່ ປະ​ຈຳ ສ​ປ​ປ ລາວ ແລະ ມີຄວາມຍິນດີ ຈະປະກອບສ່ວນປະຕິບັດໜ້າທີ່ ການທູດໃນການເປັນ​ຂົວ​ຕໍ່ ​ປະ​ສານ​ສົມ​ທົບ ​ກັບ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນກາງ​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ກໍ​ຄື ​ບັນ​ດາ​ກະ​ຊວງ, ອົງ​ການຂັ້ນສູນ​ກາງ ແລະ ທ້ອງ​ຖິ່ນ​ຂອງ​ລາວ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ ລະ​ຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ເວເນຊູເອລາ-ລາວ ໃຫ້​​ນັບ​ມື້ແຕກດອກອອກ​ຜົນຍິ່ງໆ​ຂຶ້ນ.

ພ້ອມກັນນັ້ນ, ສອງຝ່າຍເຫັນດີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານພັກ, ລັດ ກໍຄື ການທູດປະຊາຊົນ ໃຫ້ຫລາຍຂຶ້ນ ແລະ ກ້າວໄປສູ່ການເຊັນ MOU ຮ່ວມກັນ, ສຶກສາຄວາມເປັນໄປໄດ້ເຖິງທ່າແຮງບົ່ມຊ້ອນ ເພື່ອສົ່ງເສີມການຮ່ວມມື ໃນຂະແໜງ ການຕ່າງໆ ເຊັ່ນ: ຂົງເຂດການຄ້າ, ການລົງທຶນ, ການສຶກສາ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ, ບໍ່ເເຮ່ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ: ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ