2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 19 July, 2024
ໝວດ: ຂ່າວ

ສປປ ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ.

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ກໍລະກົດ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ເຊິ່ງທ່ານ ໄດ້ກ່າວວ່າ:

ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ເຊິ່ງພວກເຮົາ ຈະໄດ້ພ້ອມກັນສະເຫຼີມສະຫຼອງ 3 ວັນປະຫວັດສາດ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພ້ອມກັນນັ້ນ, ປີ 2025 ກໍເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນສະພາບແວດລ້ອມຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ໄວວາ ແລະ ຄາດຄະເນໄດ້ຍາກ ເຊິ່ງໄດ້ສົ່ງຜົນກະທົບຫຼາຍດ້ານ ຕໍ່ປະເທດພວກເຮົາ, ຢູ່ພາຍໃນປະເທດພວກເຮົາ ກໍຜະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼວງ ຫຼາຍປະການ. ດັ່ງນັ້ນ, ເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດດັ່ງກ່າວ ມີເນື້ອໃນເລິກເຊິ່ງ, ມີຮູບການທີ່ເໝາະສົມ ແລະ ທັນກັບກຳນົດເວລາ ຈຶ່ງມີຄວາມຈໍາເປັນຕ້ອງມີການຊີ້ນໍາ-ນໍາພາ ຢ່າງໃກ້ຊິດແທດເຖິງ, ຕ້ອງກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກ ລະດົມຂະບວນການແຂ່ງຂັນ ຮັກຊາດພັດທະນາໃນທົ່ວປະເທດ ໃຫ້ຟົດຟື້ນ, ແຂງແຮງ, ສ້າງທ່ວງທ່າໃໝ່ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດອັນໃຫຍ່ຫຼວງ.

ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ດັ່ງກ່າວ, ຕ້ອງຮັບປະກັນບັນລຸໃຫ້ໄດ້ຈຸດປະສົງລະດັບຄາດໝາຍ ດັ່ງນີ້: ຫວນຄືນມູນເຊື້ອແຫ່ງການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າງາມ ຕະຫຼອດໄລຍະ 70 ປີຜ່ານມາ ກໍຄື ທົບທວນມູນເຊື້ອອັນສະຫງ່າງາມແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະ 50 ປີ ແຫ່ງ ສປປ ລາວ, ທັງເປັນການລະນຶກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ, ຈົດຈໍາລໍາລຶກຜົນງານຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ສຶກສາອົບຮົມພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມທາດແທ້ມູນເຊື້ອອັນດີງາມຂອງພັກ, ເຫັນແຈ້ງຜົນສໍາເລັດ, ຜົນງານອັນໃຫຍ່ຫຼວງຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສຶກສາຮໍ່າຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແນໃສ່ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດຫຼ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດ ມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນບົດບາດຂອງພັກ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ; ຖືເອົາການສະເຫຼີມສະຫຼອງ 3 ວັນປະຫວັດສາດ ເປັນໂອກາດສໍາຄັນ ເປີດບັ້ນປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສຸມໃສ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ; ປຸກລະດົມຂະບວນການ ການເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະທ້າຍສະໄໝ ແລະ ສອງວາລະແຫ່ງຊາດ ຕິດພັນກັບການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຜົນງານ ຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ ທີ່ສໍາຄັນ ຂອງພັກ ແລະ ຂອງຊາດ ໃນປີ 2025, ພ້ອມທັງ ຕັ້ງໜ້າກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວອີກວ່າ: ການສະເຫຼີມສະຫຼອງບັນດາວັນບຸນສໍາຄັນ ດັ່ງກ່າວ ຕ້ອງດໍາເນີນບົນຈິດໃຈປະຢັດມັດທະຫຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ເຊັ່ນ: ໃຫ້ຈັດຕັ້ງໂຮມຊຸມນຸມໃຫຍ່ ລະດັບຊາດ ຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025; ສໍາລັບ ການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025 ໃຫ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫຼວງວຽງຈັນ ໂດຍມີການສະແດງກ້ອນກໍາລັງເດີນສວນສະໜາມ ຂອງບັນດາກໍາລັງປະກອບອາວຸດ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາມະກອນ-ຊາວຜູ້ອອກແຮງງານ ຕາມຄວາມເໝາະສົມ; ຈັດງານວາງສະແດງຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕິດພັນກັບການວາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ກິດຈະກໍາ ອື່ນໆ; ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ເພື່ອຄົ້ນຄວ້າທິດສະດີ-ສະຫຼຸບພຶດຕິກໍາແຫ່ງການນໍາພາຂອງພັກເຮົາ ສ້າງໃຫ້ກາຍເປັນຄັງສາງທິດສະດີ, ບົດຮຽນພຶດຕິກໍາ ເພື່ອນໍາພາຊີ້ນໍາພາລະກິດປະຕິວັດກ້າວຂຶ້ນ ແລະ ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ, ໄດ້ຄົ້ນຄວ້າຮໍ່າຮຽນ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງ; ຈັດຕັ້ງປາຖະກະຖາເລົ່າມູນເຊື້ອແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວອັນສະຫງ່າງາມຂອງພັກເຮົາ ໃນ 70 ປີ ຜ່ານມາ, ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ ແລະ ສື່ສັງຄົມອອນລາຍຢ່າງແຂງແຮງ, ກວ້າງຂວາງ ກ່ຽວກັບບົດບາດຕັດສິນຊີ້ຂາດແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຢ່າງມີໄຊ ແລະ ຢືນຢັນຜົນງານ, ຜົນສໍາເລັດອັນໃຫຍ່ຫຼວງສໍາຄັນ, ຫຼາຍດ້ານແຫ່ງໝາກຜົນຕົວຈິງ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດ 50 ປີ, ຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ຄົ້ນຄວ້າ, ຕີລາຄາ, ຄັດເລືອກບຸກຄົນ, ກົມກອງ ທີ່ມີຜົນງານດີເດັ່ນ ໃນຂະບວນການ “ແຂ່ງຂັນຮັກຊາດ ແລະ ພັດທະນາ”.

ພ້ອມກັນນັ້ນ, ກໍໃຫ້ມີການພົບປະພະນັກງານປະຕິວັດອາວຸໂສ, ບໍານານ ແລະ ຄອບຄົວພະນັກງານປະຕິວັດ ທີ່ເສຍຊີວິດແລ້ວ. ສໍາລັບ ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງຂອງບັນດາຂະແໜງການ ແລະ ອົງການຈັດຕັ້ງພັກ-ລັດ ທີ່ຄົບຮອບປີໃຫຍ່ ແມ່ນໃຫ້ຈັດເຂົ້າເປັນຂະບວນການລວມ ຂອງການສະເຫຼີມສະຫຼອງວັນປະຫວັດສາດ ໂດຍແມ່ນຂະແໜງການ ແລະ ອົງການກ່ຽວຂ້ອງ ເປັນເຈົ້າການ ພາຍໃຕ້ການຊີ້ນໍາໂດຍກົງ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ; ໃຫ້ຈັດຕັ້ງການດໍາເນີນຊີວິດການເມືອງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ