2
ຄະນະຜູ້ແທນ ສພຊ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ APF ທີ່ເກິນເທີ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 25 January, 2025

ໃນລະຫວ່າງວັນທີ 20-25 ມັງກອນ 2025 ຄະນະຜູ້ແທນສະພາແຫ່ງຊາດ (ສພຊ) ແຫ່ງ ສປປລາວ ນໍາໂດຍທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະ ມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ທີ່ນະຄອນເກິນເທີ, ສສ.ຫວຽດນາມ; ເຂົ້າຮ່ວມມີຄະນະຜູ້ແທນຈາກປະເທດທີ່ໃຊ້ພາສາຝຣັ່ງ 26 ປະເທດ ພ້ອມດ້ວຍຕົວແທນຈາກອົງ ການຝຣັ່ງໂກໂຟນີສາກົນ (OIF) ແລະ ຄະນະເລຂາ ທິການໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກສະພາແຫ່ງຊາດຫວຽດ ນາມ ປະເທດເຈົ້າພາບ ລວມທັງໝົດ 70 ທ່ານ.

ກອງປະຊຸມໄດ້ພິຈາລະນາຮັບຮອງເອົາໂຄງປະກອບຄະນະບໍລິຫານງານຊຸດໃໝ່ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ນັບແຕ່ເດືອນມັງກອນ 2025, ຮັບຮອງເອົາສະມາຄົມລັດຖະສະພາຂອງລັດສະມາຊິກຄະນະກໍາມາທິການມະຫາສະ ໝຸດອິນເດຍ (AP COI) ເຂົ້າເປັນຜູ້ສັງເກດການຂອງ APF, ຮ່າງນິຕິກຳກ່ຽວກັບການຈັດສັນງົບປະມານທີ່ໃຫ້ຄວາມສໍາຄັນຕໍ່ບົດ ບາດຍິງ- ຊາຍ, ໂຄງການການຮ່ວມ ມືລະຫວ່າງລັດ ຖະສະພາ ປະຈໍາປີ 2025, ແຜນປະຕິບັດງານໃນຂອບຍຸດທະສາດ 2023-2030, ແຜນການເຄື່ອນໄຫວຂອງກອງປະຊຸມຕ່າງໆໃນຂອບ ແລະ ກົນໄກຂອງ APF; ປຶກສາຫາລືກ່ຽວກັບບົດບາດທາງການເມືອງຂອງ APF ຕໍ່ລະບຽບໂລກທີ່​ປະ​ເຊີນ​ໜ້າ​ກັບ​ຄວາມສະຫຼັບຊັບຊ້ອນ ໂດຍສະເພາະແມ່ນການເພີ່ມທະວີການຮ່ວມ ມືລະຫວ່າງ APF ແລະ OIF.

ພ້ອມກັນນີ້, ຍັງໄດ້ຮັບຟັງບົດ​ລາຍ​ງານ​ກ່ຽວກັບແຜນ​ງົບປະມານປະຈໍາປີ 2025 ຂອງ APF, ການສະຫຼຸບການເຄື່ອນໄຫວວຽກງານຂອງບັນດາກໍາມາທິການປະຈໍາ, ເຄືອຂ່າຍສະມາຊິກລັດ ຖະສະພາເພດຍິງ, ສະມາຊິກລັດຖະ ສະພາໜຸ່ມ ແລະ ຄະນະລັດຖະສະພາປະຈໍາພາກພື້ນຕ່າງໆຂອງ APF; ຄົ້ນຄວ້າການປະດັບຫຼຽນໃຫ້ບຸກຄົນທີ່ມີຜົນງານດີເດັ່ນທີ່ປະກອບສ່ວນເຂົ້າໃນການ ເຄື່ອນໄຫວວຽກງານຂອງອົງການ APF ໃນປີ 2024-2025.

ໂອກາດນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມລະ ຫວ່າງຄະນະຜູ້ ແທນຈາກບັນດາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງໃນພາກພື້ນອາຊີ-ປາຊີຟິກ ເພື່ອປຶກສາຫາລືກ່ຽວກັບທິດທາງ, ການຮ່ວມມື ແລະ ການຈັດກອງປະຊຸມລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງປະຈໍາພາກພື້ນອາຊີ-ປາຊີຟິກ ໃນ 2025.

 

ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ແລກປ່ຽນຄໍາຄິດຄໍາເຫັນຕາມວາລະຂອງກອງປະຊຸມ ໂດຍຍົກໃຫ້ເຫັນສະພາບການທາງດ້ານການເມືອງໃນພາກພື້ນ ແລະ ໃນໂລກ, ການພັດທະນາເສດຖະ ກິດ-ສັງຄົມຂອງ ສປປລາວ ແລະ ການດຳ ເນີນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມືອັນສະເໝີຕົ້ນສະ ເໝີປາຍ, ຊຸກຍູ້ໃຫ້ມີການພົວພັນຮ່ວມມືເຊິ່ງກັນ ແລະກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງປະເທດສະມາຊິກຝຣັ່ງໂກໂຟນ ໃຫ້ຫຼາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນຂອງແຕ່ລະປະເທດ; ພ້ອມກັນນີ້, ຍັງໄດ້ຮັບເອົາການສະເໜີໃຫ້ສະພາແຫ່ງຊາດລາວ ເປັນເຈົ້າພາບຈັດກອງປະຊຸມກໍາມາທິການວຽກງານສະມາຊິກລັດ ຖະສະພາ APF ເຊິ່ງຄາດວ່າຈະຈັດຂຶ້ນລະຫວ່າງວັນ ທີ 12-14 ມີນານີ້ ທີ່ນະຄອນຫຼວງວຽງຈັນ.

Cr. ຂ່າວ ຜູ້ແທນປະຊາຊົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
pele - 2025-08-18T105103.677
ມອບ-ຮັບລາງວັນ ປະກວດຊາວໜຸ່ມດີເດັ່ນຄັ້ງທຳອິດ ຂອງ ສປປ ລາວ
ຢ່າລື່ມກົດຕິດຕາມ