
ເມື່ອບໍ່ດົນມານີ້, ທີ່ກອງປະຊຸມຜູ້ແທນການທ່ອງທ່ຽວຂອງບັນດາປະເທດອາຊຽນ ທີ່ປະເທດມາເລເຊຍ ເປັນເຈົ້າພາບ ໄດ້ມີການຈັດພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນຂຶ້ນ, ໃນນັ້ນ ແຂວງຫລວງພະບາງ ສາມາດຍາດໄດ້ທັງຫມົດ 8 ລາງວັນ ໃນ 3 ມາດຕະຖານການທ່ອງທ່ຽວ ຄື: ລາງວັນມາດຕະຖານຫ້ອງນ້ຳສາທາລະນະສະອາດອາຊຽນ 3 ລາງວັນ, ມາດຕະຖານການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມອາຊຽນ 2 ລາງວັນ ແລະ ມາດຕະຖານຮ້ານສະປາອາຊຽນ 3 ລາງວັນ. ໃນນີ້ ແມ່ນໄດ້ມອບ-ຮັບທີ່ປະເທດມາເລເຊຍ 6 ລາງວັນ, ສ່ວນອີກ 2 ລາງວັນ ແມ່ນຈະຈັດພິທີມອບ-ຮັບຢູ່ ສປປ ລາວ.
ແຂວງຫລວງພະບາງ ໄດ້ຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວຂອງ ສປປ ລາວ, ອາຊຽນ ແລະ ຂອງສາກົນ ນັບແຕ່ປີ 2018 ເປັນຕົ້ນມາ ມີ 7 ມາດຕະຖານ ແລະ 1 ລາງວັນ ຄື: ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ມາດຕະຖານຫ້ອງນຳ້ສາທາລະນະສະອາດອາຊຽນ, ມາດຕະຖານການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ, ມາດຕະຖານໂຮງແຮມຂຽວ ອາຊຽນ, ມາດຕະຖານສະຖານທີ່ຈັດງານ ແລະ ວາງສະແດງອາຊຽນ, ມາດຕະຖານຮ້ານສະປາອາຊຽນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ. ໃນໄລຍະຜ່ານມາແຂວງເຮົາສາມາດຍາດໄດ້ລາງວັນມາດຕະຖານການທ່ອງທ່ຽວທັງຫມົດມີ: ມາດຕະຖານການທ່ອງທ່ຽວລະດັບຊາດ 1 ລາງວັນ, ມາດຕະຖານການທ່ອງ ທ່ຽວລະດັບອາຊຽນ 71 ລາງວັນ ແລະ ໄດ້ຮັບລາງວັນ 100 ເລື່ອງລາວຂອງໂລກ ອີກ 1 ລາງວັນ.
ທັງຫມົດນີ້ ຖືເປັນຄວາມພາກພູມໃຈ ແລະ ເອກອ້າງຂອງຊາວຫລວງພະບາງ ທີ່ຈະເຮັດໃຫ້ນັກທ່ອງທ່ຽວທົ່ວໂລກໄດ້ຮູ້ຈັກຫລວງພະບາງເຮົາຫລາຍຂຶ້ນ ແລະ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຫລວງພະບາງໃຫ້ນັບມື້ນັບຫລາຍຂຶ້ນ.
					
					
				
ທີ່ມາ Lao National Radio
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













