ວັນທີ 18 ມັງກອນ 2025ນີ້ ພະແນກ ກວດກາ ແລະ ຄວບ ຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ສົມທົບກັບ ສອງກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ເຂດບ້ານຢ້າວໃຫຍ່ ເມືອງໄຊ ແຂວງ ອຸດົມໄຊ, ຈໍານວນ 2 ຕອນ, ເນື້ອທີ່ປະມານ 0,5 ເຮັກຕາ.
ພັຕ ສິງແກ້ວ ສຸລິຍະທໍາ ຫົວໜ້າພະແນກກວດກາ ແລະ ຄວບ ຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຢາຝິ່ນເປັນສານກະຕຸ້ນທີ່ອອກລິດຢ່າງຮຸນແຮງຕໍ່ລະບົບປະສາດ ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດ, ຢາບ້າ, ເຮໂລອິນ ແລະ ເປັນສ່ວນປະສົມໃນການຜະລິດສານເສບຕິດປະເພດຕ່າງໆ ທີ່ຜິດກົດ ໝາຍ ແລະ ຕ້ອງຫ້າມ, ຢາຝິ່ນເປັນອັນຕະລາຍຕໍ່ສຸຂະພາບຮ່າງ ກາຍ ແລະ ພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ສ້າງຄວາມບໍ່ສະ ຫງົບໃນສັງຄົມ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຈົ່ງມີສ່ວນ ຮ່ວມຊ່ວຍກັນຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວ ເຮັດໃຫ້ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນສັງຄົມຫຼຸດນ້ອຍຖອຍລົງເທື່ອລະກ້າວ.
Cr: ຮອ ນາງ ມາໄລທອງ ພາບ: ຮອ. ສົດທະສອນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |