
ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານໃນວັນທີ 27 ມັງກອນ 2025 ນີ້ວ່າ: ໃນໄລຍະເທດສະການປີໃໝ່ສາກົນຜ່ານມາ, ຕາມການຕິດຕາມຂອງເຈົ້າໜ້າທີ່ການຄ້າ ແລະ ຕາມການສ່ອງແສງ ແລະ ຫາງສຽງຈາກສັງຄົມ ໃຫ້ຮູ້ວ່າ: ໄດ້ມີການໂຄສະນາຂາຍ ແລະ ນຳເຂົ້າສິນຄ້າປະເພດ ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆ ຈາກຕ່າງປະເທດມາຈຳໜ່າຍຢູ່ພາຍໃນປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບການ ເຊັ່ນ: ບໍ່ຕິດສະແຕັມພາສີ, ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ບໍ່ມີເອກະສານຢັ້ງຢືນທີ່ມາ ຫລື ກ່ຽວກັບສິນຄ້າ ເຊິ່ງອາດຈະເປັນສິນຄ້າປອມແປງລອກຮຽນແບບ ຖ້າມີການບໍລິໂພກອາດຈະເປັນອັນຕະລາຍຕໍ່ກັບສຸຂະພາບຂອງຜູ້ຊົມໃຊ້.

ທາງດ້ານເຈົ້າໜ້າທີ່ກໍພົບເຫັນວ່າ: ມີການລັກລອບນຳເຂົ້າໂດຍຊຸກເຊື່ອງມາຕາມລົດຂົນສົ່ງສິນຄ້າ ແລະ ລົດໂດຍສານລະຫວ່າງປະເທດ ຜ່ານມາສາມາດຍຶດເບຍ ໄດ້ຈຳນວນ 2.483 ແກັດ ແລະ ໄດ້ດໍາເນີນຄະດີຕໍ່ກັບເຈົ້າຂອງສິນຄ້າຕາມກົດໝາຍ.


ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














