
ການມ້ຽນເຮືອນທຳຄວາມສະອາດບ້ານຊ່ວງກ່ອນງານບຸນກຸດຈີນ ເພື່ອກຽມຕ້ອນຮັບສິ່ງໃໝ່ໆ ເປັນກິດຈະກຳທີ່ຄົນທຸກຄົນປະຕິບັດກັນເປັນຢ່າງດີ. ນອກຈາກຈະເຮັດໃຫ້ບ້ານເຮືອນຊານສະອາດແລະສວຍງາມແລ້ວ, ຍັງເປັນໂອກາດໃນການດູແລສຸຂະພາບຂອງສະມາຊິກໃນຄອບຄົວດ້ວຍ, ຜ່ານທາງການກຳຈັດສິ່ງຂອງເຄື່ອງໃຊ້ເກົ່າໆທີ່ອາດຈະເປັນແຫຼ່ງສະສົມຂອງເຊື້ອພະຍາດ, ແລະນີ້ແມ່ນ 5 ສິ່ງທີ່ຄວນທຳລາຍໄປຖ້າຫາກມັນເກົ່າຫຼືຊຳລະລາຍ.
1. ໝອນແລະຕຸກກະຕາເກົ່າ
ໝອນແລະຕຸກກະຕາທີ່ໃຊ້ມາດົນ ອາດຈະສະສົມເຊື້ອພະຍາດຈາກເຫື່ອ, ຝຸ່ນ, ຫຼືເຊວຜິວຫນັງທີ່ຕາຍແລ້ວ, ເຊິ່ງອາດຈະເຮັດໃຫ້ເກີດບັນຫາດ້ານການນອນຫຼືການຫາຍໃຈ. ນອກຈາກນີ້, ໝອນທີ່ໃຊ້ມາດົນອາດຈະເສຍຮູບຊົງ ເຮັດໃຫ້ເກີດອາການປວດເມື່ອຍຕາມຮ່າງກາຍ.
2. ອຸປະກອນເຄື່ອງໃຊ້ໃນຄົວເຮືອນເກົ່າ
ເຄື່ອງໃຊ້ໃນຄົວເຮືອນທີ່ໃຊ້ມາດົນ, ເຊັ່ນ: ໝໍ້ທີ່ມີການສະສົມສານຕ່າງໆ, ຊາມທີ່ແຕກ, ຫຼືອຸປະກອນອື່ນໆທີ່ຂຶ້ນລາ, ສາມາດເຮັດໃຫ້ລົດຊາດອາຫານຫລຸດລົງ, ແລະຍັງອາດຈະນຳສານພິດເຂົ້າສູ່ຮ່າງກາຍໄດ້.
3. ເຄື່ອງສຳອາງທີ່ໝົດອາຍຸ
ເຄື່ອງສຳອາງມັກຈະມີອາຍຸການໃຊ້ງານຫຼັງຈາກເປີດໃຊ້ແລ້ວ ເຊັ່ນ: ລິບສະຕິກ, ຫຼືຄີມບຳລຸງຜິວ. ຖ້າຫາກໝົດອາຍຸແລ້ວອາດຈະເຮັດໃຫ້ສານເຄມີໃນຜະລິດຕະພັນປ່ຽນແປງ, ແລະເຮັດໃຫ້ເກີດການລະຄາຍເຄືອງຜິວຫນັງ.
4. ຜ້າເຊັດໂຕແລະແປງສີຟັນທີ່ໃຊ້ມາດົນ
ຜ້າເຊັດໂຕທີ່ໃຊ້ໄປດົນໆ ອາດຈະເປັນແຫຼ່ງສະສົມຂອງເຊື້ອພະຍາດ, ຄືກັນກັບແປງສີຟັນທີ່ໃຊ້ຈົນຂົນແປງຫຼຸດ ນີ້ແມ່ນເຫດຜົນທີ່ເຮັດໃຫ້ເກີດການຕິດເຊື້ອຫຼືບັນຫາສຸຂະພາບໃນຊ່ອງປາກ.
5. ອາຫານທີ່ເກັບໃນຕູ້ເຢັນດົນເກີນໄປແລະກ່ອງພາດສະຕິກເກົ່າ
ອາຫານທີ່ເກັບໄວ້ດົນເກີນໄປໃນຕູ້ເຢັນອາດຈະເຮັດໃຫ້ເກີດການເນົ່າເສຍ, ຫຼືເຮັດໃຫ້ເກີດອາຫານເປັນພິດ. ສ່ວນກ່ອງພາດສະຕິກເກົ່າທີ່ໃຊ້ມາດົນອາດຈະປ່ອຍສານພິດເຊັ່ນ BPA, ເຊິ່ງສາມາດເຮັດໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ.
ການໃຊ້ໂອກາດກຳຈັດທຳລາຍສິ່ງເຫຼົ່ານີ້ໃນຊ່ວງເທດສະການກຸດຈີນ ຈະຊ່ວຍໃຫ້ບ້ານສະອາດແລະປອດໄພຫຼາຍຂຶ້ນ, ພ້ອມທັງຊ່ວຍໃຫ້ສຸຂະພາບຂອງທຸກຄົນໃນຄອບຄົວດີຂຶ້ນດ້ວຍ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














