2
ພະທາດໂຜ່ນ ຈະໄດ້ຮັບການຍົກລະດັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃນທ້າຍປີນີ້
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 31 January, 2025
ໝວດ: ຂ່າວ

ທ່ານ ລໍາຄູນ ວໍລະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະທ່ອງທ່ຽວແຂວງ ສະຫວັນນະເຂດ ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ໄທ ທີ່ໄປຮ່ວມກິດຈະກໍາຢູ່ແຂວງສະຫວັນນະ ເຂດ ເມື່ອບໍ່ດົນມານີ້ວ່າ: ແຂວງສະຫວັນນະເຂດ ກໍາລັງກະກຽມເອກະສານຕາມຂັ້ນຕອນຕ່າງໆ ເພື່ອສະເໜີຕໍ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮັບຮອງເອົາພະທາດໂຜ່ນ, ຕັ້ງຢູ່ບ້ານໂພນທາດ, ເມືອງໄຊພູທອງ ເປັນມໍລະດົກແຫ່ງຊາດໃນທ້າຍປີ 2025 ນີ້.

ທັ້ງນີ້, ເນື່ອງຈາກພະທາດແຫ່ງນີ້ ມີຄວາມສໍາຄັນ ແລະ ສ້າງຂື້ນພ້ອມໆ ກັບພະທາດອີງຮັງ, ເຊິ່ງນອກຈາກມີຕຳ ນານທີ່ເລົ່າຂານມາແຕ່ບູຮານນະການວ່າເປັນອົງພຣະທາດສັກສິດ ຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຊາວເມືອງໄຊພູທອງ ກໍຄືຂອງຊາວແຂວງສະຫວັນນະເຂດ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວເປັນຈໍານວນຫລາຍ ແລະ ສ້າງລາຍຮັບໄດ້ 200 ລ້ານກີບຕໍ່ເດືອນ.

ໄລຍະຜ່ານມາ, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ອອກຂໍ້ຕົກລົງສະບັບເລກທີ 2914/ຈຂ, ລົງວັນທີ 9 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຂໍ້ມູນ ເພື່ອຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກລະດັບທ້ອງຖິ່ນ ເຊິ່ງຄະນະດັ່ງກ່າວໄດ້ປະຊຸມກັນແລ້ວຫລາຍຄັ້ງເພື່ອເຮັດໃຫ້ບັນດາຂໍ້ມູນຖືກຕ້ອງຄົບຖ້ວນ ໂດຍອ້າງອີງຈາກຕໍານານ ແລະ ປະຫວັດສາດ, ຮີດຄອງປະ ເພນີທີ່ປະຕິບັດກັນມາແຕ່ລະປີ ແລະ ການກໍານົດຂອບເຂດດິນ ແລະ ຂອບເຂດອະ ນຸລັກ (ປັດຈຸ ບັນ ແລະ ອະນາຄົດ, ສໍາຫຼວດ ແລະ ກໍານົດຂອບເຂດພື້ນທີ່ຄຸ້ມ ຄອງ (ເຂດອະນຸລັກ, ເຂດອ້ອມຮອບ, ເຂດກັນຊົນ ແລະ ເຂດພັດທະນາ).

ລວມເຖີງການແຕ້ມແຜນທີ່ຂອບເຂດພື້ນທີ່ທັງໝົດຂອງພຣະທາດໂຜ່ນ-ເຮືອນຫີນ ແລະ ຄິດໄລ່ເນື້ອທີ່ທັງໝົດ, ກໍານົດຂອບເຂດອະນຸ ລັກຂອງປູສະນີຍະສະຖານ ແລະ ສິ່ງກໍ່ສ້າງພາຍ ໃນບໍລິເວນ, ແຕ້ມແບບຊັດສ່ວນຂອງອົງພະທາດ, ເຕັກນິກຂອງການປະກອບສ້າງ (ກໍາມະວິທີການກໍ່ສ້າງ, ວັດຖຸທີ່ນໍາໃຊ້ ແລະ ຂັ້ນຕອນຂອງການບູລະນະປະຕິສັງຂອນ).

ທີ່ມາ LNR

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ