ເມື່ອບໍ່ດົນມານີ້, ສອງ ກຳລັງ ປກຊ-ປກສ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຈຳນວນ 157 ສະຫາຍ ໄດ້ເຂົ້າທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ຂອບເຂດບ້ານ ຫ້ວຍໜໍ່ຂົມ ເມືອງປາກທາ ແຂວງບໍ່ແກ້ວ ມີເນື້ອທີທັງໝົດ 27 ເຮັກຕາ.
ວິທີການທໍາລາຍສວນຝິ່ນຄັ້ງນີ້ ແມ່ນໄດ້ເອົາໄມ້ຟາດ, ລົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ສາມາດເກັບກູ້ຜົນຜະລິດ ແລະ ແກ່ນຝິ່່ນໄວ້ເພື່ອເປັນແນວພັນໃນຕໍ່ໜ້າໄດ້.
ໄລຍະຜ່ານມາ ທາງເຈົ້າໜ້າທີ່ໄດ້ເຕົ້າໂຮມປະຊາຊົນ ພ້ອມອໍານາດການປົກຄອງບ້ານ ເພື່ອເຜີຍແຜ່ຜົນຮ້າຍຂອງຝິ່ນ ໃຫ້ປະຊາ ຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ເຊິ່ງຝິ່ນແມ່ນເປັນຢາເສບຕິດຊະນິດໜຶ່ງທີ່ເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງ, ຄວາມສະ ຫງົບປອດໄພ ແລະ ກົດໜ່ວງທ່ວງດຶງການພັດທະນາເສດຖະກິດຂອງຊາດສະນັ້ນຮຽກຮ້ອງເຖິງບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທຸກຂັ້ນຕ້ອງເປັນເຈົ້າການ ໃນການຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍຊ່ວຍເປັນຫູເປັນຕາ ມີພັນທະໃຫ້ຂໍ້ມູນຂ່າວສານ ແລະ ຄວາມຮ່ວມມືແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ.
Cr: ພາກ ສຸທິປັນຍາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,502 | 21,712 |
![]() THB | 632.26 | 640.80 |
![]() EUR | 23.033 | 23,492 |
![]() CNY | 2,902 | 2,958 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |