ພາບທີ່ຖ່າຍທອດສົດທາງໂທລະທັດສະແດງໃຫ້ເຫັນຕົວປະກັນຊາວອິສຣາເອທັງ 3 ຄົນຖືກນຳຂຶ້ນເວທີໂດຍມີກຸ່ມຮາມາສທີ່ຖືອາວຸດປືນຄົບມືຢືນຢູ່ຂ້າງໆ ໃນສະຖານທີ່ປ່ອຍຕົວປະກັນທີ່ເມືອງຂ່ານ ຢູນິສ ໃນດິນແດນກາຊາ ຮາມາສປ່ອຍຕົວປະກັນຄັ້ງນີ້ເພື່ອແລກກັບນັກໂທດແລະຊາວປາເລສຕາຍທີ່ຖືກຄວບຄຸມໄວ້ 369 ຄົນ ໂດຍການແລກຕົວດັ່ງກ່າວເກີດຂຶ້ນໄດ້ໃນທີ່ສຸດ ເຮັດໃຫ້ຫຼຸດຄວາມກັງວົນທີ່ວ່າ ຂໍ້ຕົກລົງຢຸດຍິງຈະລົ້ມໄປກ່ອນທີ່ຈະຄົບກຳນົດການຢຸດຍິງເປັນເວລາ 42 ວັນຕາມຂໍ້ຕົກລົງນີ້
ທີ່ຈັດຕຸລາສໃນນະຄອນເທລາວິວ ຂອງອິສຣາເອທີ່ຖືກເອີ້ນວ່າ ຈັດຕຸລາສຕົວປະກັນ ຊາວອິສຣາເອມາລວມຕົວກັນເພື່ອຊົມການຖ່າຍທອດສົດເຫດການປ່ອຍຕົວປະກັນຊາວອິສຣາເອວ ແລະ ຕ່າງຮ້ອງໄຫ້ເມື່ອໄດ້ຍິນວ່າ ກາຊາດສາກົນກຳລັງນຳຕົວຊາວອິສຣາເອວ 3 ຄົນນີ້ ສົ່ງມອບໃຫ້ກອງກຳລັງຂອງອິສຣາເອວໃນດິນແດນກາຊາ ຊາວອິສຣາເອວຮູ້ສຶກສະບາຍໃຈທີ່ເຫັນຜູ້ທີ່ໄດ້ຮັບການປ່ອຍຕົວຄັ້ງນີ້ມີສະພາບຮ່າງກາຍດີກວ່າຕົວປະກັນ 3 ຄົນກ່ອນໜ້ານີ້ທີ່ມີການປ່ອຍຕົວເມື່ອອາທິດທີ່ຜ່ານມາ ທີ່ທັງໝົດມີສະພາບທີ່ອ່ອນແອຫລາຍ
ກ່ອນໜ້ານີ້ ຮາມາສຂູ່ຈະບໍ່ປ່ອຍຕົວປະກັນເພີ່ມເຕີມອີກໂດຍກ່າວຫາອິສຣາເອວວ່າລະເມີດເງື່ອນໄຂຂອງຂໍ້ຕົກລົງຢຸດຍິງໂດຍການປິດກັ້ນຄວາມຊ່ວຍເຫຼືອບໍ່ໃຫ້ເຂົ້າໄປໃນພື້ນທີ່ດິນແດນກາຊາ ເຮັດໃຫ້ອິສຣາເອວເລີ່ມການໃຊ້ອາວຸດໂຈມຕີ ແລະ ມີການເອີ້ນກຳລັງສຳຮອງມາເຕີມພຽງສຳລັບການສູ້ຮົບ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |