
ໂຄສົກກະຊວງການຕ່າງປະເທດສະຫະລັດກ່າວເຖິງເລື່ອງນີ້ຜ່ານອີເມວຫຼັງຈາກຖືກຂໍໃຫ້ສະແດງຄວາມເຫັນໃນກໍລະນີທີ່ກະຊວງປ້ອງກັນປະເທດຈີນຮຽກຮ້ອງໃຫ້ລັດຖະບານຟິລິບປິນຍົກເລີກການຕິດຕັ້ງລະບົບຂີປະນາວຸດໄທຟອນ (Typhon) ຂອງສະຫະລັດໃນປະເທດ.
ລະບົບຂີປະນາວຸດໄທຟອນແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຂອງສະຫະລັດໃນການເພີ່ມຄັງອາວຸດຕ້ານເຮືອຮົບໃນອາຊີ. ໄທຟອນສາມາດຍິງຂີບນາວຸດຫຼາຍປະເພດທີ່ມີລະດັບໄລຍະທາງຫຼາຍພັນກິໂລແມັດ.
ໂຄສົກກະຊວງການຕ່າງປະເທດສະຫະລັດຍັງກ່າວວ່າ, ການສົ່ງຂີປະນາວຸດມາປະຈຳການຊົ່ວຄາວໃນຟິລິບປິນແມ່ນການຕອບໂຕ້ເພື່ອຮັບມືກັບອັນຕະລາຍທີ່ເພີ່ມຂຶ້ນ ແລະມີຈຸດປະສົງໃນການຮັກສາຄວາມພ້ອມຂອງກຳລັງທະຫານ ແລະເພື່ອຮັກສາຄວາມປອດໄພ ແລະຄວາມໝັ້ນຄົງຂອງພາກພື້ນສຳລັບທຸກຝ່າຍ.
ລະບົບຂີປະນາວຸດຂອງສະຫະລັດຖືກອອກແບບມາເພື່ອຕິດຕັ້ງອາວຸດຕາມຮູບແບບ ແລະບໍ່ໄດ້ຖືກອອກແບບມາເພື່ອຕິດຕັ້ງຫົວລະເບີດນິວເຄຼຍເລີຍ.
ກ່ອນໜ້ານີ້, ກະຊວງປ້ອງກັນປະເທດຈີນກ່າວຫາຟິລິບປິນວ່າຜິດຄຳສັນຍາໂດຍການປະຈຳການລະບົບຂີປະນາວຸດດັ່ງກ່າວ, ເຊິ່ງຈີນເອີ້ນວ່າເປັນອາວຸດທາງຍຸດທະສາດທີ່ມີລັກສະນະຮຸກຮານ. ໃນຂະນະທີ່ຟິລິບປິນກ່າວວ່າ, ລະບົບຂີປະນາວຸດໄທຟອນມີເປົ້າໝາຍໃນການປ້ອງກັນຕົວເອງ ແລະຟິລິບປິນບໍ່ເຄີຍສັນຍາວ່າຈະຍົກເລີກການຕິດຕັ້ງຂີບນາວຸດນີ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














