
ເກີດເຫດການຝູງຊົນຍູ້ດັນກັນຈົນເສຍຊີວິດ ແລະ ບາດເຈັບ ໃນຂະນະທີ່ພະຍາຍາມຍາດກັນຂຶ້ນລົດໄຟຜູ້ໂດຍສານທີ່ສະຖານີລົດໄຟໃນນະຄອນນິວເດລີຂອງອິນເດຍໃນຄືນວັນເສົາຕາມເວລາທ້ອງຖິ່ນ.
ສະຖານີໂທລະທັດ NDTV ລາຍງານອ້າງອີງຈາກພະນັກງານທ້ອງຖິ່ນວ່າ, ເຫດການເກີດຂຶ້ນເມື່ອເວລາ 20.00 ນ. ວັນເສົາຕາມເວລາທ້ອງຖິ່ນ, ຊື່ງຕົງກັບເວລາ 21.30 ນ. ວັນເສົາຕາມເວລາປະເທດລາວ. ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ, ໃນນັ້ນມີຜູ້ຍິງ 10 ຄົນ ແລະ ເດັກນ້ອຍ 3 ຄົນ, ແລະ ຍັງມີຜູ້ບາດເຈັບ 15 ຄົນ.
ເຫດການສຸດເສຍໃຈດັ່ງກ່າວເກີດຂຶ້ນທີ່ຊານຊາລາ 2 ຂອງສະຖານີລົດໄຟໃນນະຄອນນິວເດລີ, ໃນຂະນະທີ່ຜູ້ໂດຍສານຈຳນວນຫຼວງຫຼາຍຍາດກັນຂຶ້ນລົດໄຟ 2 ຂະບວນທີ່ມາຮອດຊ້າ, ເພື່ອໄປຮ່ວມງານບຸນມະຫາກຸມເພລາ, ເຊິ່ງເປັນພິທີອາບນ້ຳສັກສິດຂອງຊາວຮິນດູທີ່ເມືອງປະຍາຄຣາຊ, ລັດອຸດຕະປຣະເທດ, ທີ່ເລີ່ມຕັ້ງແຕ່ວັນທີ 13 ມັງກອນ ຈົນເຖິງວັນທີ 26 ກຸມພາ.
ກ່ອນໜ້ານີ້ໃນວັນທີ 29 ມັງກອນ, ຊຶ່ງເປັນວັນສັກສິດທີ່ສຸດຂອງງານບຸນ, ເກີດເຫດຜູ້ສະແຫວງບຸນຊຸກດັນກັນຈົນເສຍຊີວິດຢ່າງໜ້ອຍ 30 ຄົນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














