ຜູ້ນຳຫລາຍປະເທດທົ່ວໂລກຫລາຍຄົນຕ່າງສະແດງທ່າທີສະໜັບສະໜູນຢູເຄຣນຫລັງຈາກເກີດການປະທະຄາຣົມກັນຢ່າງດຸເດືອດລະຫວ່າງປະທານາທິບໍດີວລາດິມີ ເຊເລນສະກີ ຂອງຢູເຄຣນກັບປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດໃນລະຫວ່າງທີ່ທັງສອງພົບກັນທີ່ທຳນຽບຂາວໃນວັນສຸກ
ນາຍົກລັດຖະມົນຕີແອນໂທນີ ອັລບາເນຊີ ຂອງອົສເຕຣເລຍ ໃຫ້ສຳພາດຜູ້ສື່ຂ່າວທີ່ນະຄອນຊິດນີວັນນີ້ວ່າ ອົສເຕຣເລຍຍັງຄົງຢືນຄຽງຂ້າງຢູເຄຣນ ເນື່ອງຈາກມອງວ່າ ການຕໍ່ສູ້ຂອງຢູເຄຣນເປັນໄປເພື່ອຮັກສາກົດໝາຍລະຫວ່າງປະເທດເອົາໄວ້ ແລະ ລັດຖະບານອົສເຕຣເລຍຈະສະໜັບສະໜູນຢູເຄຣນຕໍ່ໄປ
ປະທານາທິບໍດີເອມມານູເອລ ມາຄຣົງ ຂອງຝຣັ່ງ ໂພສຂໍ້ຄວາມຜ່ານທາງແອັບພລິເຄຊັນເອັກຊ໌ ຫຼື ທວິດເຕີ ເດີມວ່າ ພວກເຮົາເຂົ້າຊ່ວຍເຫຼືອຢູເຄຣນໃນທັນທີແລະຄວ່ຳບາດລັດເຊຍຕັ້ງແຕ່ເມື່ອ 3 ປີກ່ອນແລະຍັງຄົງດຳເນີນນະໂຍບາຍນີ້ຢ່າງຕໍ່ເນື່ອງ ຊຶ່ງຄຳວ່າພວກເຮົາໝາຍເຖິງຊາວອະເມລິກັນ, ຢູໂຣບ, ຄານາດາ, ຍີ່ປຸ່ນ ແລະ ປະເທດອື່ນໆອີກຫຼາຍຫຼາຍ. ສ່ວນຜູ້ນຳຂອງປະເທດອື່ນໆເຊັ່ນ ຄານາດາ, ລັດເວຍ ແລະ ເດນມາກ
ຕ່າງກໍໂພສຂໍ້ຄວາມທາງແພລດຟອມສື່ສັງຄົມອອນລາຍຂອງຕົນເອງລະບຸວ່າ ຢືນຢູ່ຄຽງຂ້າງຢູເຄຣນ
ທາງດ້ານທ່ານເຊເລນສະກີ ໄດ້ຂຽນຄຳວ່າ “ຂອບໃຈ” ຫຼາຍສິບຄັ້ງ ຕອບຂໍ້ຄວາມໃນແອັບພລິເຄຊັນເອັກຊ໌ຂອງເພິ່ນທີ່ມີຄົນໂພສຂໍ້ຄວາມສະໜັບສະໜູນເພິ່ນຫຼັງຈາກທີ່ທ່ານເຊເລນສະກີ ຖືກຮອງປະທານາທິບໍດີເຈດີ ແວນຊ໌ ຂອງສະຫະລັດກ່າວຫາວ່າ ບໍ່ເຄີຍກ່າວຂອບໃຈສະຫະລັດທີ່ໃຫ້ຄວາມຊ່ວຍເຫຼືອ ໃນລະຫວ່າງການພົບກັນທີ່ທຳນຽບຂາວ ໂດຍການພົບກັນລະຫວ່າງທ່ານເຊເລນສະກີ ກັບທ່ານທຣຳ ແລະ ທ່ານແວນຊ໌ ຈົບລົງຢ່າງລົ້ມເຫຼວ ທັງສອງຝ່າຍປະທະຄາຣົມກັນຕໍ່ໜ້າສື່ທົ່ວໂລກທີ່ຕິດຕາມເຮັດຂ່າວນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |